ສົ່ງກຳລັງໃຈເຊຍ ສາວດີນ່າ ພຸດສະຫວັນເດີ້ທຸກຄົນ

95

ປັງບໍ່ຢຸດ ຊຸດບໍ່ຢູ່ສາວງາມຄົງນີ້ສ້າງຜົນງານດີມາຕະຫຼອດນັບແຕ່ໄດ້ຮັບຕຳແໜ່ງ ມິສແກຣນລາວ ແລະຕອນນີກຳລັງໄປປະຕິບັດໜ້າທີ່ປະເທດອິນໂດເນເຊຍ ກຳລັງຈະເຂົ້າສູ່ຮອບຊຸດປະຈຳຊາດໃນວັນ 20 ຕຸລານີ້.

ມື້ອື່ນແລ້ວ ຮອບຊຸດປະຈຳຊາດ Dina Phoutsavanh Vongkhamxao Miss grand Laos 2022 ????????ຈະໄດ້ເຜີຍແຜ່ ວັດທະນະທຳ ຄວາມເປັນລາວ ໃຫ້ຊາວຕ່າງຊາດໄດ້ຮັບຮູ້ ໂດຍຜ່ານການສວມໃສ່ຊຸດ ມາເຢີ້ຂວັນເອີຍ ເຊີ່ງເປັນຊຸດພິທີບາສີສູ່ຂວັນ ເປັນຮີດຄອງປະເພນີອັນດີງາມ ຂອງ ຊາດລາວເຮົາ ທີ່ອອກແບບໂດຍຄົນລາວ ເທີງເວທີລະດັບໂລກMiss Grand International


ຊຸດ ມາເຢີ້ຂັວນເອີຍ ຖືກອອກແບບໂດຍນັກອອກແບບໄວໜຸ່ມລາວ ອອກແບບໂດຍ ທ້າວ ຂັນໄຊ ແຖມພູຄຳ ແລະ ທ້າວ ພຸດທະວົງ ວົງໄຊຍາ ທີ່ໄດ້ຮັບລາງວັນຊະນະເລີດ ໃນການປະກວດ ຮອບຊຸດຄວາມຄິດສ້າງສັນ ໃນເວທີ ມີສແກຣນລາວ 2022​
ຂໍກຳລັງໃຈຈາກແຟນໆຊ່ວຍເຊຍທຸກຜົນງານການເຄື່ອນໄຫວ ໃນກິດຈະກຳຕ່າງໆຂອງນ້ອງ ດີນ່າ ໃນການປະກວດ MissGrand​International​ 2022​.​

ສົ່ງກຳລັງໃຈໃຫ້ ດິນ່າ ເຮັດໃຫ້ເຕັມທີ ຄົນລາວທຸກຄົນເຊຍນ້ອງຢູ່ເດີ ສູ້ໆອງຊາດລາວເຮົາ ໃນເວທີການປະກວດ Miss Grand International​ 2022​ ທີ່ປະເທດ ອິນໂດເນເຊຍ.