ລົດລັດທຸກຄັນທີ່ຂຶ້ນກັບ ຫສນຍ ຕ້ອງຕິດ QR code ເພື່ອຄວາມສະດວກໃນການກວດສອບ

293

ເພື່ອເປັນການເພີ່ມທະວີຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ,ລົງວັນທີ 29 ກັນຍາ 2021 ສະນັ້ນ, ໃນລະຫວ່າງວັນທີ 12-13 ຕຸລາ 2022 ທີ່ຫ້ອງວ່າການສຳນັກງານປະທານປະເທດ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ໄດ້ມີພິທີການຕິດແຜ່ນກາໝາຍນໍາໃຊ້ QR code ເພື່ອຕິດໃສ່ລົດຂອງລັດທີ່ຂຶ້ນກັບຫ້ອງວ່າການສຳນັກງານປະທານປະເທດ ແລະ ສະຫະພັນນັກຮົບເກົ່າແຫ່ງຊາດ ຂຶ້ນຢ່າງເປັນທາງການ.

ພິທີດັ່ງກ່າວ, ໂດຍໄດ້ຮັບກຽດເຂົ້າຮ່ວມ ແລະ ຊີ້ນໍາຂອງ ທ່ານ ເພັດສະໝອນ ພັນທະວົງ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ມີ ທ່ານ ສົມບູນ ລັດຕະນະພອນ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ, ບັນດາທ່ານຫົວໜ້າກົມ, ຫົວໜ້າພະແນກ ແລະ ວິຊາການພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສຳລັບ, ການຕິດແຜ່ນກາໝາຍນໍາໃຊ້ລົດຂອງລັດ ແມ່ນໄດ້ຈັດຕັ້ງປະຕິບັດຕາມ ມາດຕາ 17 ດໍາລັດຂອງລັດຖະບານ ວ່າດ້ວຍລົດຂອງລັດ ແລະ ປະຕິບັດຕາມ ຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງການເງິນ ສະບັບເລກທີ 2115/ກງ, ລົງວັນທີ 13 ກໍລະກົດ 2022, ຊື່ງລົດຂອງລັດແມ່ນຕ້ອງຖຶກນໍາໃຊ້ເຂົ້າໃນວຽກງານທາງລັດຖະການເທົ່ານັ້ນ, ການນໍາໃຊ້ຕ້ອງໃຫ້ຖຶກຕ້ອງຕາມເປົ້າໝາຍ, ມີຄວາມໂປ່ງໃສ, ສາມາດກວດສອບໄດ້.

ພ້ອມນັ້ນ, ໃນການນໍາໃຊ້ລົດທຸກຄັ້ງຕ້ອງໄດ້ຈອດໄວ້ບ່ອນຈອດສະເພາະຢູ່ສໍານັກງານຂອງຂະແໜງການຂອງຕົນທີ່ໄດ້ກໍານົດໄວ້ຢ່າງເຂັ້ມງວດ, ພ້ອມທັງມີການຄຸ້ມຄອງປົກປັກຮັກສາຢ່າງຖຶກຕ້ອງ ເພື່ອໃຫ້ຮັບປະກັນການເຄື່ອນໄຫວວຽກງານລວມ ແລະ ວຽກງານວິຊາສະເພາະຂອງແຕ່ລະພາກສ່ວນ; ການຈັດພີມ ແລະ ຕິດແຜ່ນກາໝາຍນໍາໃຊ້ລົດຂອງລັດ QR code ແມ່ນຕ້ອງໄດ້ບັນທຶກຂໍ້ມູນເຂົ້າໃນລະບົບໂປຼແກມ ຄຸ້ມຄອງຂໍ້ມູນຊັບສິນຂອງລັດ AMIS ຊື່ງສາມາດກວດກາໄດ້ໂດຍຜ່ານການສະແກນ QR code ຖ້າຫາກລົດຄັນໃດທີ່ຕິດປ້າຍທະບຽນລັດບໍລິຫານ ຫາກບໍ່ມີ QR code ແມ່ນໃຫ້ຖອນຄືນການນໍາໃຊ້ ຫຼື ແກ້ໄຂຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ.