ເຮືອຣີສອດສາຍນໍ້າຄານ ຄອງແຊ້ມຊ່ວງເຮືອ ທ່າວັດຈັນ 2022 ພ້ອມຄວ້າຂັນໝູນວຽນໄປຄອງ

73

ເຮືອຣີສອດສາຍນໍ້າຄານ ສະໜັບສະໜູນໂດຍບໍລິສັດ ແສງເພັດເກັບກູ້ລະເບີດ ທີ່ໃຊ້ສີພາຍນາວາສັກສິດ ໜີຫ່າງຄູ່ແຂ່ງຂາດລອຍ ກ່ອນຄວ້າແຊັມການແຂ່ງຂັນຊ່ວງເຮືອປະເພດນີຊາຍ 55 ສີພາຍ ໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2022 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເມື່ອວັນທີ 11 ຕຸລາ 2022 ພ້ອມກັບຄວ້າຂັນໝູນວຽນໄປຄອງ ເນື່ອງຈາກຄວ້າແຊັມ 3 ສະໄໝຕິດຕໍ່ກັນ, ສ່ວນ ເຮືອບໍລິສັດດວງຕາ ຫີນຊາຍ ຄວ້າແຊັມເຮືອປະເພນີຍິງ.

+ເຮືອປະເພນີຊາຍ ມີ 7 ລໍາຄື: ຜ່ານການແຂ່ງຂັນປາກົດວ່າ: ເຮືອຣີສອດສາຍນໍ້າຄານ ແຊັມເກົ່າ 2 ສະໄໝຊ້ອນ ໂຄຈອນໄປພົບກັບ ນະຄອນຫຼວງອຸດສະຫະກໍາເຫຼັກ ໃນຮອບຊີງຊະນະເລີດ ແຕ່ຮອບຊີງເປັນ ເຮືອຣີສອດສາຍນໍ້າຄານ ທີ່ໃຊ້ສີພາຍນາວາສັກສິດ ເລີ່ມໜີຫ່າງຕັ້ງແຕ່ຕົ້ນ ກ່ອນເຂົ້າເສັ້ນໄປຂາດລອຍ ຄວ້າແຊັມເຮືອປະເພດນີຊາຍໄປຄອງ ພ້ອມກັບຂັນແຊັມ ແລະ ຂັນໝູນວຽນໄປຄອງ ເນື່ອງຈາກໄດ້ແຊັມ 3 ສະໄໝຊ້ອນ, ສ່ວນອັນດັບ 3 ເປັນຂອງ ທະນາຄານພັດທະນາລາວ ແລະ ອັນດັບ 4 ພອນພະແກ້ວ

+ເຮືອປະເພນີຍິງ ມີ 5 ລໍາຜ່ານການແຂ່ງຂັນປາກົດວ່າ: ທິດາສາຍແວວ ຜ່ານເຂົ້າຮອບຊີງຊະນະເລີດພົບກັບ ບໍລິສັດ ດວງຕາຫີນ-ຊາຍ ແລະ ຜົນຮອບຊີງຊະນະເລີດເປັນ ເຮືອບໍລິສັດດວງຕາ ຫີນຊາຍ, ອັນດັບ 2 ທິດາສາຍແວ, ສ່ວນທີ 3 ເປັນຂອງ ບໍລິສັດ 3 B ແລະ ອັນດັບ 4 ເມືອງໄຊທານີ

ສໍາລັບ ເງິນລາງວັນ ປະເພດເຮືອປະເພນີຍິງ ແລະ ເຮືອປະເພນີຊາຍ 55 ສີພາຍ ໄດ້ຮັບເທົ່າກັນ ລາງວັນທີ 1 ຂັນເງິນນ້ຳໜັກ 1 ກິໂລກຣາມ ມູນຄ່າ 19.700.000 ກີບ ພ້ອມເງິນສົດ 20.000.000 ກີບ, ລາງວັນທີ 2 ຂັນເງິນນ້ຳໜັກ 0,75 ກຣາມ ມູນຄ່າ 15.250.000 ກີບ ພ້ອມເງິນສົດ 15.000.000 ກີບ, ລາງວັນທີ 3 ຂັນເງິນນ້ຳໜັກ 0,5 ກຣາມ ມູນຄ່າ 12.000.000 ກີບ ພ້ອມເງິນສົດ 10.000.000 ກີບ ແລະ ລາງວັນທີ 4 ບໍ່ມີຂັນ ມີແຕ່ເງິນສົດ 6.000.000 ກີບ.

ສ່ວນການແຂ່ງຂັນເຮືອກີລາແມ່ນແຂ່ງຂັນໃນວັນທີ 10 ຕຸລາ 2022 ໄດ້ມີການແຂ່ງຂັນເຮືອປະເພດກີລາ 12 ສີພາຍມີ ເຮືອເຂົ້າຮ່ວມຈຳນວນ 21 ລຳ ການແຂ່ງຂັນແບ່ງອອກເປັນ 4 ສາຍ ເອົາເຮືອທີ່ເປັນອັນ 1-2 ຂອງແຕ່ລະສາຍເຂົ້າສູ້ຮອບ ຕໍ່ໄປ ຜ່ານການແຂ່ງຂັນປາກົດວ່າ: ເຮືອບໍລິສັດອະພິມາ ເມືອງວັງວຽງ ( ເທບພິສິດໄຊ ) ພົບກັບ ເຮືອສູນຄົ້ນຄວ້າແນວພັນເຂົ້າ ( ເທບນາຄາ ບ.ທ່າດອກຄຳ ມ.ໄຊທານີ ) ຜົນປາກົດວ່າ ເຮືອບໍລິສັດ ອະພິມາ ສາມາດເອົາຊະນະ ຄອງຂັນຊະນະເລີດ ຮັບຂັນລາງວັນມູນຄ່າ 1.850.000 ກີບ ແລະ ເງີນລາງວັນ 10 ລ້ານກີບ, ອັນດັບ 2 ສູນຄົ້ນຄວ້າແນວພັນເຂົ້າ ຮັບຂັນລາງວັນມູນຄ່າ 1.850.000 ກີບ ພ້ອມເງີນສົດ 8 ລ້ານກີບ, ອັນດັບທີ 3 ເປັນທີມເຮືອ ໂຕໂນ້ ພາລວຍ ( ບ.ຫາດໄຊ ມ.ທ່າພະບາດ ຂ.ບໍລິຄຳໄຊ ) ຮັບຂັນລາງວັນມູນຄ່າ 1.850.000 ກີບ ພ້ອມເງີນສົດ 5 ລ້ານກີບ ອັນດັບ 4 ເປັນທີມເຮືອ ບ້ານທ່າເດື່ອ ຮັບເງີນລາງວັນ 4 ລ້ານກີບ

ຮູບ-ຂ່າວ: Larh Creators