ຊາອຸ ບໍ່ປັບຫຼຸດປະລິມານການສະໜອງນ້ຳມັນໃຫ້ອາຊີ

36

ສຳນັກຂ່າວຣອຍເຕີລາຍງານວ່າ ບໍລິສັດ ຊາອຸດິ ອາຣາມໂກ ( Saudi Aramco Oil Company ) ເຊິ່ງເປັນລັດວິສາຫະກິດດ້ານພະລັງງານຂອງຊາອຸດິດ ອາຣັບບີ ໄດ້ແຈ້ງໃຫ້ກຸ່ມລູກຄ້າ 7 ປະເທດ ໃນທະວີບອາຊີວ່າ ບໍລິສັດ ຈະບໍ່ປັບຫຼຸດປະລິມານການສະໜອງນ້ຳມັນດິບໃຫ້ແກ່ລູກຄ້າໃນອາຊີໃນເດືອນພະຈິກຈະເຖິງນີ້ ເຖິງແມ່ນວ່າ ກຸ່ມຜູ້ຜະລິດ ແລະ ສົ່ງອອກນ້ຳມັນ ( ໂອເປັກ ) ແລະ ຊາດພັນທະມິດ ( OPEC+ ) ຈະປະກາດຫຼຸດກຳລັງການຜະລິດລົງ 2 ລ້ານບາເຣວຕໍ່ວັນ ໃນເດືອນພະຈິກ 2022 ກໍຕາມ.

No photo description available.

ທັງນີ້, ກຸ່ມໂອເປັກ ພລັສ ໄດ້ປະກາດປັບຫຼຸດການຜະລິດນ້ຳມັນລົງ 2 ລ້ານບາເຣວຕໍ່ວັນ ໃນເດືອນພະຈິກຈະເຖິງນີ້ ໂດຍນັກວິເຄາະຄາດການວ່າ ຊາອຸດິດ ອາຣັບບີ, ສະຫະລັດອາຣັບເອເມເຣັດ ( UAE ) ແລະ ກູເວດ ໄດ້ເຫັນດີປັບຫຼຸດກຳລັງການຜະລິດລົງ ເນື່ອງຈາກບັນດາປະເທດສະມາຊິກ ໄດ້ເລີ່ມຜະລິດນ້ຳມັນດິບຕ່ຳລົງກ່ອນໜ້ານີ້ແລ້ວ.

May be an image of 1 person