ເລີ່ມຄຶກຄື້ນ! ມວນຊົນເລີ່ມທະຍ່ອຍມາຊົມການແຂ່ງຂັນເຮືອຊ່ວງທີ່ທ່າວັດຈັນມື້ທຳອິດ​, ມື້ອື່ນມ່ວນແນ່ນອນ

52

ພຽງມື້ທຳອິດຂອງການຄັດເລືອກເຮືອ ເຂົ້າໄປຊີງໄຊໃນວັນທີ 11 ຕຸລາ ສະໝາມທ່າວັດຈັນ, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເລີ່ມຄຶກຄື້ນມວນຊົນເລີ່ມທະຍ່ອຍຊົມການແຂ່ງຂັນເຮືອຊ່ວງໃນ່ຊ່ວງຕອນບ່າຍ ໂດຍປີນີ້ຜູ້ຊົມສາມາດເຊຍໄດ້ແບບຕິດຂອບສະໝາມ​ຢູ່ໃນໄລຍະໃກ້, ຄາດມື້ອື່ນ​ມ່ວນແນ່ນອນ.

ບັນຍາກາດງານບຸນອອກພັນສາປະວໍລະນາ ແລະ​ ບຸນຊ່ວງເຮືອ​ ທີ່ທ່າວັດຈັນ​ ເມືອງ​ຈັນທະບູລີ​ ນະຄອນຫຼວງ​ວຽງຈັນ​ ໃນຕອນແລງ​ວັນທີ​ 10​ ຕຸລາ​ 2022​ ເລີ່​ມມີພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ,​ ຕ່າງແຂວງ​ ແລະ​ ຊາວຕ່າງປະເທດ ທະຍ່ອຍເຂົ້າມາທ່ຽວຊົມງານ ພ້ອມທັງເບິ່ງການແຂ່ງຂັນຊ່ວງເຮືອ​ ເຊິ່ງເປັນມື້ທຳອິດໃນການຄັດເລືອກເຮືອ ປະເພດ​ 12​ ສີພາຍ ທີ່ຈະເຂົ້າໄປແຂ່ງຂັນຊີງໄຊ​ ໃນວັນທີ 11​ ຕຸລາ​ 2022​ ພ້ອມກັບ​ເຮືອປະເພດຕ່າງໆ​ ໂດຍຈະມີການຖ່າຍທອດສົດຜ່ານໂທລະພາບນະຄອນຫຼວງວຽງຈັນ​ ຫຼື​ VTE9,​ ຢ່າລືພໍ່ແມ່ພີ່ນ້ອງຊາວນະຄອນຫຼວງວຽງຈັນ ແລະ​ ແຂວງໃກ້ຄຽງມາຮ່ວມຊົມ ແລະ​ ເຊຍຊ່ວງເຮືອທີ່ທ່າໜ້າວັດຈັນ​ ຫຼື​ ຊົມຜ່ານໂທລະພາບໄດ້.​

ສ່ວນໃນຄ່ຳຄືນຂອງວັນທີ 10​ ຕຸລາ​ 2022​ ກົງກັບຂຶ້ນ 15​ ຄ່ຳ​ ເດືອນ​ 11​ ລາວ​ ເປັນມື້ອອກພັນສາ ພາຍໃນງານຈະມີພິທີໄຫຼເຮືອໄຟ​ ເຊິ່ງມີເຮືອໄຟໃຫຍ່ຂອງເມືອງຈັນທະບູລີ ພ້ອມດຽວກັນນີ້ ຜູ້ປະກອບການຍັງໄດ້ກະກຽມບ່ອນໄຫຼເຮືອໄຟໃຫ້ກັບມວນຊົນແບບງົດງາມ ເຊິ່ງຈະໄດ້ເກັບຄ່າບໍລິການສຳລັບຜູ້ທີ່ເຂົ້າໄປໄຫຼເຮືອໄຟ.

ຢ່າງໃດ​ກໍຕາມ,​ ບຸນອອກພັນສາປະວໍລະນາ ແລະ​ ບຸນຊ່ວງເຮືອທ່າວັດຈັນ ເມືອງ​ຈັນທະບູລີ​ ປີ​ 2022​ ນີ້​ ຈະຈັດງານຄົບງັນໄປຈົນຮອດວັນທີ 11​ ຕຸລາ​ 2022.