ສີລັງກາ ຕັ້ງເປົ້າດຶງດູດນັກທ່ອງທ່ຽວເກືອບ 1 ລ້ານເທື່ອຄົນໃນປີນີ້

57

ສຳນັກຂ່າວຊິນຫົວລາຍງານວ່າ ອົງການທ່ອງທ່ຽວສີລັງກາ ຄາດການວ່າ: ສີລັງກາ ໄດ້ຕັ້ງເປົ້າໝາຍດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ໄດ້ຢ່າງໜ້ອຍ 972.475 ຄົນ ພາຍໃນທ້າຍປີນີ້. ໃນຂະນະດຽວກັນກໍເລັ່ງຟື້ນຟູເສດຖະກິດໃຫ້ກັບເຂົ້າສູ່ສະພາວະປົກກະຕິໂດຍໄວ, ຫຼັງຈາກປະເຊີນກັບຄວາມບໍ່ໝັ້ນຄົງທາງເສດຖະກິດ ແລະ ການເມືອງ ໃນໄລຍະຜ່ານມາ.

May be an image of 10 people, people standing and outdoors

ຂະນະທີ່ຈຳນວນນັກທ່ອງທ່ຽວຕ່າງປະເທດໄລຍະເດືອນມັງກອນ – ກັນຍາ ຕ່ຳກວ່າຄາດການໄວ້ ໂດຍຕົວເລກນັ້ນຄ່ອຍເພີ່ມຂຶ້ນ ໂດຍສະເພາະໃນເດືອນກັນຍາ ມີຈຳນວນນັກທ່ອງທ່ຽວ ຂາເຂົ້າ 29.802 ເທື່ອຄົນ ຫຼັງຈາກຫຼຸດຜ່ອນຂໍ້ຈຳກັດການເດີນທາງທີ່ບັງຄັບໃຊ້ໃນໄລຍະຜ່ານມາ. ຂະນະທີ່ປະເທດຄູ່ແຂ່ງ ເຊັ່ນ: ມານດີວ ຮອງຮັບນັກທ່ອງທ່ຽວລາຍເດືອນ ຫຼາຍກວ່າ 100.000 ຄົນ ໃນໄລຍະ 2 – 3 ເດືອນຜ່ານມາ ສ່ວນຈຳນວນນັກທ່ອງທ່ຽວຂອງສີລັງກາ ຢູ່ລະຫວ່າງ 30.000 – 60.000 ເທື່ອຄົນ.

May be an image of 4 people, outdoors and temple