ປະທານກາແດງແຫ່ງຊາດລາວ ໄດ້ຮັບໃບຢັ້ງຢືນ ສາດສະດາຈານກິດຕິມະສັກ

48

ໃນວັນທີ 5ຕຸລາ 2022 ນີ້ ຢູ່ທີ່ມະຫາວິທະຍາໄລວິທະຍາສາດສຸຂະພາບ ໄດ້ຈັດພິທີມອບໃບຢັ້ງຢືນສາດສະດານຈານກິດຕິມະສັກນາມມະຍົດວີຊາການຄູໃຫ້ແກ່ ທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໃນໂອກາດສະເຫລີມສະຫລອງວັນຄູແຫ່ງຊາດ ແລະ ການເປີດສົກຮຽນໃຫມ່ຂອງມະຫາວິທະຍາໄລວິທະຍາສາດສຸຂະພາບ.

ທ່ານ ຮສ ດຣ ພູທອນ ເມືອງປາກ ທ່ານໄດ້ປະກອບສ່ວນໃນວຽກງານສາທາລະສຸກໃນຫລາຍດ້ານໃນການປະກອບສ່ວນພັດທະນາວຽກງານສາທາລະນະສຸກ ໃຫ້ກ້າວຫນ້າ ແລະ ທັນສະໃຫມ່, ທ່ານເລີ່ມຈາກວິຊາການຈົນເຖິງຕຳແຫນ່ງສູງສຸດ, ທ່ານໄດ້ອຸທິດເຮືອແຮງກິ່ງເກືອກລີເລືອນຳພາອ້າຍປະກອບສ່ວນໃນດ້ານການປິ່ນປົວ ແລະ ການບໍລິຫານເປັນຮອງລັດຖະມົນຕີ ຢູ່ກະຊວງສາທາລະນະສຸກ ໃນການຊີ້ນຳນຳພາ ໃຫ້ຈົນກະຊວງສາທາລະນລະສຸກ ມີຄວາມເຂັ້ມແຂງກ້າວຫນ້າ ແລະ ທັນສະໄຫມ່

ແລະ ທັງເປັນອາຈາສອນໃຫ້ບັນດານັກຮຽນຫລາຍລຸ້ນ ໄດ້ຮັບໃຊ້ປະຊາຊົນຢ່າງທົ່ວເຖິງ ແລະ ໄດ້ຈັດພິທີມອບໃບຢັ້ງຢືນ ສາດສະດາຈານກິດຕິມະສັກໃຫ້.

ພິທີມອບໃບຢັ້ງຢືນສາດສະດານຈານກິດຕິມະສັກນາມມະຍົດວີຊາການຄູ ມອບໂດຍ ທ່ານ ດຣ ບຸນຖົມ ຊາມົນຕີ ອະທິການບໍດີ ມະຫາວິທະຍາໄລວິທະຍາສາດສຸພາບ ໃຫ້ແກ່ ທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການການແດງແຫ່ງຊາດລາວ ແລະ ມີນາມມະຍຸດເຕັມ ເປັນສາດສະດາຈານ ດຣ ພູທອນ ເມືອງປາກ ມີບັນດາພະນັກງານຈາກກະຊວງສາທາລະນະສຸກ, ຄູອາຈານຈາກມະຫາວິທະຍາໄລວິທະຍາສາດສຸກະພາບ ເຂົ້າຮ່ວມ.