ມະຫາວິທະຍາໄລວິທະຍາສາດສຸຂະພາບ ສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 28 ປີ

86

ໃນທ່າມກາງທີ່ທົ່ວພັກ ທົ່ວປວງຊົນລາວທີ່ກຳລັງຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຂອງສູນກາງພັກຄັ້ງທີ XI ໂດຍສະເພາະແມ່ນກະຊວງສາທາລະນະສຸກ ທີ່ກຳລັງຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມໃຫ່ຍຂອງອົງຄະນະພັກກະຊວງສາທາລະນະສຸກ ຄັ້ງທີ 9 ເຂົ້າສູ່ວຽກງານຕົວຈິງ ແລະ ສ້າງຂະບວນການຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 47 ປີ ທີ່ຈະໝູນວຽນຄົບຮອບມາອີກວາລະນຶ່ງ ໃນນີ້ຄູກໍແມ່ນນັກວິຊາວະກອນແຫ່ງດວງວິນຍານຂອງຍຸກສະໄໝ ບໍ່ວ່າຍຸກໃດຄູກໍ່ໄດ້ໃຫ້ຄວາມຮູ້ ຄວາມສາມາດຈົນນຳໄປເຖີງຜົນສຳເລັດອັນຍິ່ງໃຫ່ຍ

ດັ່ງນັ້ນໃນຕອນເຊົ້າຂອງວັນທີ 6 ຕຸລາ 2022 ຜ່ານມາ ມະຫາວິທະຍາໄລວິທະຍາສາດສຸຂະພາບ ຈຶ່ງໄດ້ຈັດພິທີເປີດສົກຮຽນໃໝ່ 2022-2023 ແລະ ພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 28 ປີ ໄດ້ຈັດຂື້ນທີ່ ມະຫາວິທະຍາໄລວິທະຍາສາດສຸຂະພາບ ໂດຍການເປັນປະທານຂອງ ທ່ານ ດຣ.ບຸນຖົມ ຊາມົນຕີ ອາທິການບໍດີມະຫາວິທະຍາໄລວິທະຍາສາດສຸຂະພາບ ພ້ອມດ້ວຍຜູ້ເຂົ້າຮ່ວມຈາກຄະນະບໍດີ, ຮອງຄະນະບໍດີ, ອາດີດລັດຖະມົນຕີກະຊວງສາທາລະນະສຸກ, ອາດີດອະທິການບໍດີ, ບັນດາກົມມະຫາພາກ ກະຊວງສາທາລະນະສຸກ, ຫ້ອງການສະຖາບັນຄົ້ນຄວົ້າ ແລະ ການສຶກສາ, ພະນັກງານຄູ, ອາຈານ ແລະ ນັກສຶກສາອ້ອມຂ້າງມະຫາວິທະຍາໄລວິທະຍາສາດສຸຂະພາບ ເຂົ້າຮ່ວມ

ໃນພິທີດັ່ງກ່າວ, ໄດ້ມີການປະກາດຮັບຮອງຕຳແໜ່ງສາດສະດາຈານກິດຕິມະສັກ ແລະ ສາດສະດາຈານພິເສດໃຫ້ ອະດີດການນຳຜູ້ທີ່ມີຄຸນງາມຄວາມດີທີ່ມີຜົນງານດີເດັ່ນໃນການປະກອບສ່ວນສິດສອນໃນການພັດທະນາມະຫາວິທະຍາໄລວິທະຍາສາດສຸຂະພາບ ໂດຍສະເພາະຂະແໜງການສາທາລະນະສຸກຂອງ ສປປ ລາວ, ຈາກນັ້ນກໍໄດ້ສະເຫຼີມສະຫຼອງວັນຄູແຫ່ງຊາດຂຶ້ນ ເພື່ອເປັນການສະແດງເຖີງຄວາມຮູ້ບຸນຄຸນ ນັກສຶກສາກໍໄດ້ມີສານມາອວຍພອນສຸດສາລະພັນ, ບົດຟ້ອນ ແລະ ບົດເພງເພື່ອອວຍພອນແດ່ຄູອາຈານອີກດ້ວຍ.