ທະນາຄານໂລກ ຄາດເສດຖະກິດ ອູແກຣນ ຈະຫົດຕົວ 35%

28

ທະນາຄານໂລກ ໄດ້ອອກບົດລາຍງານ ຄາດການວ່າເສດຖະກິດອູແກຣນ ຈະຫົດຕົວເຖິງ 35% ໃນປີ 2022 ນີ້, ຂະນະທີ່ການຟື້ນຟູຕ້ອງໃຊ້ເງິນຢ່າງໜ້ອຍ 349 ຕື້ໂດລາສະຫະລັດ ເຊິ່ງຫຼາຍກວ່າຂະໜາດເສດຖະກິດຂອງອູແກຣນ ກ່ອນເກີດຄວາມຂັດແຍ່ງເຖິງ 1,5 ເທົ່າ.

ທະນາຄານໂລກລະບຸວ່າ: ວິກິດການທີ່ສັບຊ້ອນ ທັງຄວາມຂັດແຍ່ງລະຫວ່າງ ຣັດເຊຍ ແລະ ອູແກຣນ, ການແຜ່ລະບາດຂອງພະຍາດໂຄວິດ – 19 ແລະ ລາຄາສະບຽງອາຫານເພີ່ມຂຶ້ນສູງ ເປັນສັນຍານເຕືອນທີ່ເຈັບປວດ ເຖິງລັດຖະບານຂອງປະເທດຕ່າງໆໃນໂລກ ກຽມຮັບມືກັບວິກິດການຄັ້ງຮ້າຍແຮງຂອງໂລກ.

May be an image of 1 person, standing and text that says 'WORLD BANK GROUP'

ທະນາຄານໂລກ ຍັງເຕືອນວ່າ: ລາຄາແກ໊ສ, ຖ່ານຫີນ ທົ່ວໂລກໄດ້ປັບຂຶ້ນຕັ້ງແຕ່ປີ 2021 ກ່ອນຈະເພີ່ມຂຶ້ນຢ່າງກ້າວກະໂດດ ຫຼັງຄວາມຂັດແຍ່ງ ຣັດເຊຍ ແລະ ອູແກຣນ ສົ່ງຜົນໃຫ້ອັດຕາເງິນເຟີ້ທົ່ວໂລກເພີ່ມສູງຂຶ້ນ ໃນຮອບຫຼາຍທົດສະວັດ, ໃນພາກພື້ນເອີຣົບ ຖືວ່າເປັນສິ່ງທີ່ເຈັບປວດ ໂດຍສະເພາະປະເທດທີ່ຕ້ອງເພິ່ງພາການນຳເຂົ້າພະລັງງານ.

May be an image of 1 person and text that says 'A WORLD BANK GROUP'

ທັງນີ້, ທະນາຄານໂລກ ຄາດການວ່າ: ຜົນຜະລິດໃນເອີຣົບ ຈະຫົດຕົວລົງ 0,2% ໃນປີນີ້ ກ່ອນຈະກັບມາເຕີບໂຕເລັກໜ້ອຍໃນປີໜ້າ ພ້ອມເຕືອນວ່າ ກິດຈະກຳທາງເສດຖະກິດຍັງຈະຕົກຕໍ່າຕໍ່ໄປອີກ.