ຖົ່ວແຫຼະ ດາລາຕາຫຼົກດັງໄທ ມາລາວ ໂຕຈິງເປັນກັນເອງສຸດໆ

119

ອ້າຍ ຖົ່ວແລະ ເຊີນຍິ້ມ ເປັນດາລາຕະຫຼົກໄທ ທີ່ມີເອກກະລັກ ຄື ມີໜວດ ແລະ ກໍ ຜ້າຄາດຫົວ ມຸກຕະຫຼົກປະຈໍາໂຕເປັນມຸກປາກເໝັນ ຕ່າງໆ


ການມາໃນຄັ້ງນີ້ ແມ່ນມາຮ່ວມງານ ເປີດໂຕ ເປີດ bitqik ສູນຊື້-ຂາຍເງິນຄຣິບໂຕ ແຫ່ງທຳອິດຂອງລາວ ທີ່ ໂຮງແຮມ ຄຣາວພາຊາ ໃນວັນທີ 5 ກັນຍາ 2022


ເຊິ່ງທີມຂ່າວຂອງພວກເຮົາກໍໄດ້ໂອ້ລົມກັບອ້າຍເພິ່ນ ເພິ່ນບອກມາຄັ້ງນີ້ມື້ອື່ນແມ່ນຈະກັບໄທແລ້ວ ແຕ່ກໍຈະມາທ່ຽວລາວໃໝ່ກັບກຸບທົວ ແລະ ໝູ່ເພື່ອນອີກຫຼາຍຄົນ ແຟນໆຖ້າຕິດຕາມໄດ້


ໃນວັນທີ 23 ຕຸລາ ຈະມາວຽງຈັນ ທ່ຽວ ທາດຫຼວງດ ປະຕູໄຊ ແລະ ເດີນທາງດ້ວຍລົດໄຟປຫຼາວພະບາງ
ໃນວັນທີ 24-25 ທ່ຽວຢູ່ຫຼວງພະບາງ ແລະ ວັນທີ 26 ເດີນທາງກັບໄທ


ແຟນທີ່ຢາກພົບເຫັນແບບນີ້ ສາມາດໄປພົບອ້າຍເພິ່ນໄດ້ເລິຍເດີ້ ເຊີນຊວນຄົນຕ່າງປະເທດໝູ່ເພື່ອນມາທ່ຽວລາວເຮົາຫຼາຍໆເດີ້