“u-money” ກະເປົາເງິນເຣັກໂທຼນິກທີ່ທັນສະໄໝ

69

ດ້ວຍບໍລິການ ທີ່ພົ້ນເດັ່ນ , ດ້ວຍຟັງຊັ່ນອື່ນໆໃນ u-money ທີ່ຈະເຮັດໃຫ້ການໃຊ້ສອຍຜ່ານໂທລະສັບມືຖື ບໍ່ວ່າຈະເປັນ ການໂອນເງິນໄດ້ຢ່າງວ່ອງໄວ, ການຊໍາລະຄ່າບໍລິການຕ່າງ ຫຼື ຈະເປັນການນໍາໃຊ້  QR Code ເພື່ອຊຳລະກັບ ຮ້ານຄ້າຕ່າງໆ ໄດ້ດ້ວຍຕົວເອງ, ເຊີ່ງຟັງຊັ່ນການນຳໃຊ້ຕ່າງໆ ເໝາະສົມກັບຍຸກສັງຄົມດີຈີຕອນປະຈຸບັນ, ເຊີ່ງຈະເຮັດໃຫ້ຜູ້ນຳໃຊ້ສາມາດດໃຊ້ບໍລິການ ດ້ານການໂອນເງິນ , ຖອນເງິນ ແລະ ຊຳລະຄ່າບໍລິການຕ່າງໆ ໄດ້ທຸກທີ່ ທີ່ມີສັນຍານໂທລະສັບ . ນອກນັ້ນ  ພາຍໃນແອັບຊ່ວຍໃຫ້ລູກຄ້າ ປະຢັດຫຼາຍຂື້ນ ເຮົາມາເບີ່ງລາຍລະອຽດຂອງແຕ່ລະຟັງຊັ້ນນໍາກັນເລີຍ.

ການໂອນເງິນ ທີ່ສະດວກ, ວ່ອງໄວ , ປອດໄພ.

          ການໂອນເງິນ ຜ່ານບໍລິການ u-money ສາມາດໂອນໄດ້ ໃນ 3 ກໍລະນີຄື : ບັນຊີ umoney – ບັນຊີ u – money, ບັນຊີ u-money – ບໍ່ມີບັນຊີ u-money , ໂອນເງິນ ບໍ່ມີບັນຊີ umoney – ບໍ່ມີບັນຊີ u-money  ( ໂອນລອຍ )  , ເຊີ່ງລູກຄ້າ ສາມາດ ເຮັດທຸລະກໍາໄດ້ທຸກທີ່ທຸກເວລາພຽງແຕ່ມີບັນຍານຂອງຢູນີເທວ, ນອກນັ້ນ ຍັງມີຮ້ານຕົວແທນ u-money ທົ່ວປະເທດ ເຊີ່ງລູກຄ້າ ສາມາດຖອນເງິນ, ໂອນເງິນ ຫຼື ເຮັດທຸລະກໍາຕ່າງ ໄດ້ຢ່າງສະດວກ , ປອດໄພນັບທັງເຂດທີ່ຢູ່ຕົວເມືອງ ເເລະ ເຂດຫ່າງໄກສອກຫຼີກ.

ເພື່ອເພີ່ມຊ່ອງທາງການເຊື່ອມຕໍ່ໃຫ້ລູກຄ້າ ສາມາດເຂົ້າເຖີງທະນາຄານໄດ້ງ່າຍປະຈຸບັນ ບັນຊີ u-money ໄດ້ເຊື່ອມຕໍ່ການໂອນເງິນ ກັບບັນດາທະນາຄານ ພາຍໃນປະເທດ ​ລວມ​ທັງ​ໝົດ 6 ທະ​ນາ​ຄານ ເຊິ່ງສາ​ມາດ​ໂອນ​ຫາ​ກັນ​ລະ​ຫວ່າງ u-money – ບັນດາທະນາຄານ ໄດ້​ຢ່າງ​ສະ​ດວກ​ສະ​ບາຍ ລວມ​ມີທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ເເອັບ BCELOne), ທະນາຄານຮ່ວມທຸລະກິດລາວ-ຫວຽດຈໍາກັດ (ເເອັບ LVBDigiBank), ທະນາຄານຮ່ວມພັດທະນາ (ເເອັບ JDB Yes) ເເລະທະນາຄານມາຣູຮານເຈເເປນລາວ (ເເອັບ MJSaduak), ທະນາຄານຫຸ້ນສ່ວນການຄ້າທະຫານ-ສາຂາ ລາວ (ເເອັບ MB Laos), ທະນາຄານ BIC ໂດຍທີ່ທ່ານສາມາດເຮັດທຸລະກໍາໄດ້ດ້ວຍຕົວທ່ານເອງຕະຫລອດ 24 ຊົ່ວໂມງ ຫຼື ຈະ​ເປັນ​ການ​ເຮັດ​ທຸ​ລະ​ກຳ​ທີ່ໜ່ວຍບໍລິການຂອງ ທະນາຄານ ຮ່ວມພັດທະນາ (JDB) ໄດ້ທຸກໜ່ວຍບໍລິການ ທົ່ວນະຄອນຫລວງ ວຽງຈັນ ເເລະ ທະນາຄານ ສົ່ງເສີມ ກະສິກໍາ ໄດ້ທຸກໜ່ວຍບໍລິການ ທົ່ວປະເທດ ອີກດ້ວຍ…

ການຊຳລະຜ່ານ QR code

ປະຈຸບັນການຊຳລະບໍລິການ ຕ່າງໆດວ້ຍ QR code ກຳລັງເປັນທີ່ ນິຍົມນຳໃຊ້ກັນຫລາຍໃນປະເທດເຮົາ. u- money ສາມາດຊໍາລະ ຄ່າອາຫານ , ຄ່າເຄື່ອງຕ່າງໆ ຕາມຮ້ານທີ່ຮ່ວມຊໍາລະກັບ u-money ເຊິ່ງປະຈຸບັນມີຫຼາຍກວ່າ 70.000 ຮ້ານຄ້າ, ນອກນັ້ນລູກຄ້າທີ່ນໍາໃຊ້ u-money ຍັງສາມາດ ດາວໂຫລດເອົາ QR code ຂອງຕົນເອງ ໃນບັນຊີ ໄດ້ດ້ວຍຕົວທ່ານເອງ ເພື່ອນຳໃຊ້ເຂົ້າໃນການຊຳລະໃຫ້ກັບຕົນເອງໄດ້ຢ່າງ ສະດວກສະບາຍ , ເຊີ່ງຫຼຸດຜ່ອນການນຳໃຊ້ເງິນສົດຫັນມາຊຳລະຜ່ານ ອີເຣັກໂທຼກນິກໃຫ້ມີຄວາມທັນສະໄໝ, ໄວຂື້ນ

ຊຳລະຄ່າບໍລິການໂທລະສັບໄດ້ຮັບສ່ວນຫລຸດທຸກຄັ້ງ.

          ທ່ານທີ່ໃຊ້ບໍລິການ u-money ເມື່ອເຕີມເງິນ ໃຫ້ກັບເບີ Unitel ຈະໄດ້ຮັບສ່ວນຫລຸດ 5% , ຊໍາລະ ອິນເຕີເນັດບ້ານ ຮັບສ່ວນຫຼຸດ 2%  ທຸກຄັ້ງ, ນອກນັ້ນຍັງມີໂປໂມຊັນ ຈາກກການຕື່ມບັດທຸກໆ 10,000 ກີບຮັບນາທີໂທຟຣີ 50 ນາທີ, ສະມັກແພັກເກດດາຕ້າ ຮັບດາຕ້າ ຄູນ2 ທັນທີ ແລະ ຍັງມີອີກຫຼາຍໂປໂມຊັນ ເຊີ່ງເປັນຜົນດີຕໍ່ລູກຄ້າທີ່ບໍ່ຈຳເປັນຕ້ອງອອກໄປຊື້ບັດດ້ວຍເງິນສົດ ແຕ່ຍັງໄດ້ຮັບສ່ວນຫລຸດ ເຊີ່ງ ຢູມັນນີເອງ ກໍມາພ້ອມ ໂປໂມຊັນ ອີກຫຼາກຫຼາຍ ຄອຍບໍລິການ ແລະ ຕອບສະໜອງ ຄວາມຕ້ອງການຂອງລູກຄ້າ ທຸກໆໄລຍະ ແລະ ເທດສະການ ອີກດ້ວຍ.

ນອກຈາກ ນັ້ນຢູມັນນີ ຍັງສາມາດ ເຊື່ອ​ມຕໍ່ການຊໍາລະ​ອີກຫລາຍຊ່ອງທາງ ເພີ່ມ​ຄວາມ​ສ​ະ​ດວກ​ໃນ​ການ​ນຳ​ໃຊ້ ໃຫ້​ແກ່​ລູກ​ຄ້າ ພໍ່​ແມ່ ປະ​ຊາ​ຊົນ ​ເປັນຕົ້ນແມ່ນ: ການຊໍາລະສິນເຊື່ອ ແວວຄຳ ເຊົ່າສິນເຊື່ອ ລາວ, ສິນເຊື່ອອີອອນ, ຊື້ປະກັນໄພ ລາວຫວຽດ (LVI), ປະກັນໄພ APA ແລະ ຊຳ​ລະ​ຄ່າ​ນຳ ປະ​ປາ​ນະ​ຄອນ​ຫຼວງວຽງ​ຈັນ…..

ເບີກຈ່າຍເງິນເດືອນຜ່ານ u-money

ດ້ວຍບໍລິການທີ່ບໍ່ຈຳເປັນຕ້ອງເຊື່ອມຕໍ່ກັບອີນເຕີເນັດ , ດ້ວຍເຂດປົກຄຸມສັນຍາ ທຸກພື້ນທີ່ ຂອງຢູນີເທວ , ສະນັ້ນການເບີກຈ່າຍເງີນເດືອນ ຜ່ານຊ່ອງທາງຢູມັນນີ ເປັນອີກ 1 ຊ່ອງທີ່ເໝາະສົມ ເຊີ່ງ ທັງພາກລັດ ແລະ ເອກະຊົ ໄດ້ເລັງເຫັນເຖິງຄຸນນະສົມບັດ ອັນໂດດເດັ່ນດັ່ງກ່າວ ຈຶ່ງຫັນປ່ຽນນຳໃຊ້ບໍລິການ ຢູມັນນີ ເຂົ້າໃນການເບີກຈ່າຍເງິນເດືອ ນ ໃຫ້ແກ່ພະນັກງານລັດຖະກອນ ເປັນຕົ້ນການເບີກຈ່າຍພະນັກງານ 11 ເມືອງທີ່ເປັນເຂດຫ່າງໄກ ຂອງຄັງເງິນແຫ່ງຊາດ , ບັນດາການນຳເມືອງກໍ່ໄດ້ນຳໃຊ້ເຂົ້າໃນການເບີກຈ່າຍເງິນ ເດືອນ, ເງິນອຸດໝູນ ນາຍບ້ານເກືອບທົ່ວປະເທດ

ເຊີ່ງສາມາດຕອບສະໜອງຄວາມຕ້ອງການຂອງພະນັກງານໄດ້ເປັນຕົ້ນແມ່ນການຮັບເງິນເດືອນໄດ້ຕາມເວລາກຳນົດ, ການເບີກຖອນທີ່ສາມາດເຮັດທຸລະກຳໄດ້ ເຖີງຂັ້ນເມືອງ , ບ້ານ ເພາະສາມາດຖອນເງິນໄດ້ທີ່ຮ້ານຕົວແທນບໍລິການ ຫຼື ຫ້ອງການເຄົາເຕີ ຢູນີເທວ ທຸກແຂວງ,ນອກນັ້ນຍັງສາມາດ ຊຳລະຄ່າອາຫານ ຫຼື ເຄື່ອງອຸປະໂພກ ບໍລິໂພກອື່ນໆ ຜ່ານ QR code ຢູມັນນີ ຕາມຮ້ານຄ້າ, ຢູມັນນີຍັງໄດ້ຮັບຄວາມໄວ້ວາງໃຈໃຫ້ເປັນຕົວແທນການເບີກຈ່າຍເງິນຊ່ວຍເຫຼືອ ຕ່າງໆ ໃຫ້ແກ່ປະຊາຊົນ ຂອງສອງໂຄງການ ທີ່ຂື້ນກັບພາກລັດອີກດ້ວຍ.​