ຈຳປາສັກ ອະນຸຍາດໃຫ້ນັກລົງທຶນເຂົ້າມາປູກແນວພັນອາໂວຄາໂດ ແລະ ມັກຄາເດເມຍ ເນື້ອທີ່ 150 ເຮັດຕາ ຢູ່ເມືອງປາກຊ່ອງ

162

ແຂວງຈໍາປາສັກ ກັບ ບໍລິສັດ ເອັມດີເອ (ລາວ) ຈໍາກັດ ເຊັນສັນຍາ ໂຄງການປູກແນວພັນໝາກອາໂວຄາໂດ ແລະ ມັກຄາເດເມຍ ຢູ່ເມືອງປາກຊ່ອງ, ພິທີເຊັນສັນຍາສໍາປະທານ ໂຄງການປູກແນວພັນໝາກອາໂວຄາໂດ ແລະ ມັກຄາເດເມຍ ໃນເນື້ອທີ່ ຈຳນວນ 150 ເຮັກຕາ ຢູ່ເຂດບ້ານໜອງ ເມືອງປາກຊ່ອງ ແຂວງຈໍາປາສັກ ລະຫວ່າງ ອົງການປົກຄອງແຂວງຈໍາປາສັກ ກັບ ບໍລິສັດ ເອັມດີເອ (ລາວ) ຈໍາກັດ​ ຈັດຂຶ້ນວັນທີ 3 ຕຸລາ 2022, ທີ່ພະແນກແຜນການ ແລະ ການລົງທຶນແຂວງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ,​ ຕາງໜ້າໃຫ້ອົງການປົກຄອງແຂວງ ແມ່ນ ທ່ານ ສຸກສະຫວັນ ວິໄລວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ແລະ ບໍລິສັດ ເອັມດີເອ (ລາວ) ຈໍາກັດ ແມ່ນ ທ່ານ ອິນ ຊູ ຊອງ (Mr. IN SOO SONG) ປະທານ ບໍລິສັດ ເອັມດີເອ (ລາວ) ຈຳກັດ,​ ມີການນຳເມືອງປາກຊ່ອງ, ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ຮູບປະກອບຂ່າວ

ສັນຍານີ້ ສ້າງຂື້ນເພື່ອກຳນົດລະບຽບ, ຫຼັກການ, ມາດຕະການ, ພັນທະ ແລະຄວາມຮັບຜິດຊອບຂອງ ສອງຝ່າຍ ເພື່ອເຮັດໃຫ້ໂຄງການໄດ້ດຳເນີນໄປຢ່າງມີປະສິດທິພາບບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ. ໂດຍມີເປົ້າໝາຍເພື່ອການນຳໃຊ້ຊັບພະຍາກອນທຳມະຊາດໃຫ້ເກີດຜົນປະໂຫຍດ ແລະຮັບປະກັນຄວາມຍືນຍົງ. ເພື່ອການຜະລິດເປັນສິນຄ້າ, ສ້າງວຽກເຮັດງານທຳໃຫ້ປະຊາຊົນມີລາຍຮັບ ແລະ ແກ້ຄວາມທຸກຍາກເທື່ອລະກ້າວ. ສຳລັບ ການລົງທຶນທັງໝົດ ຝ່າຍ ບໍລິສັດ ເອັມດີເອ (ລາວ) ຈໍາກັດ ຕ້ອງລົງທຶນທັງໝົດຕາມຕົ້ນທຶນໂຄງການທີ່ມີມູນຄ່າ ຢ່າງໜ້ອຍ 7 ລ້ານໂດລະສະຫະລັດ. ທຶນຈົດທະບຽນ ມູນຄ່າ 2,1 ລ້ານໂດລາສະຫະລັດ ໃນໄລຍະເວລາສຳປະທານ ດ້ວຍເນື້ອທີ່ອະນຸຍາດປູກແນວພັນໝາກອະໂວກາໂດ້ ແລະ ມັກຄາເດເມຍ ທັງໝົດ ຈໍານວນ 150 ເຮັກຕາ, ອາຍຸສັນຍາ 15 ປີ.

ສ່ວນດ້ານແຮງງານ ແລະ​ ສະຫວັດດີການສັງຄົມ ຕ້ອງໃຫ້ບູລິມະສິດແຮງງານທີ່ເປັນຄົນລາວ, ເຈົ້າຂອງທີ່ດິນ ແລະ ຄົນທ້ອງຖິ່ນໃນເຂດໂຄງການເຂົ້າເຮັດວຽກ, ດ້ວຍການຝຶກອົບຮົມ ຍົກລະດັບສີມືແຮງງານ ແລະ ຕ້ອງໄດ້ຮັບການປະກັນສັງຄົມ ກໍລະນີພະນັກງານຖືກຜົນກະທົບຈາກໂຄງການ ຕາມກົດໝາຍວ່າດ້ວຍແຮງງານຂອງ ສປປ.ລາວ. ແລະ ການປົກປັກຮັກສາ ແລະ ຄຸ້ມຄອງສິ່ງແວດລ້ອມ ບໍລິສັດ ເອັມດີເອ (ລາວ) ຈໍາກັດ ຕ້ອງປະເມີນຜົນກະທົບດ້ານສິ່ງແວດລ້ອມເປັນແຕ່ລະໄລຍະ. ພ້ອມກັນນັ້ນ ເນື້ອໃນສັນຍາ ຍັງໄດ້ລະບຸ ສິດ ໜ້າທີ່ ແລະ ພັນທະ ຂອງແຕ່ລະຝ່າຍ ແລະ ການຮ່ວມມືຂອງສອງຝ່າຍ ຕ້ອງໄດ້ໃຊ້ຄວາມພະຍາຍາມຢ່າງສຸດຂີດຕໍ່ການປະຕິບັດເນື້ອໃນຂອງສັນຍາດັ່ງກ່າວ ເພື່ອໃຫ້ວຽກງານ ທັງໝົດໄດ້ດໍາເນີນໄປດ້ວຍປະສິດທິຜົນ ແລະ ໄດ້ຮັບຜົນປະໂຫຍດສູງ.

ຮູບປະກອບຂ່າວ

ຂ່າວ: ທັດຊະນະ