ເສດຖະກິດຫວຽດນາມ ຈະຂະຫຍາຍຕົວສູງທີ່ສຸດໃນອາຊີ

52

ທະນາຄານໂລກ ( WB ) ໄດ້ເຜີຍແຜ່ບົດລາຍງານສະບັບຫຼ້າສຸດ ກ່ຽວກັບສະຖານະການການຂະຫຍາຍຕົວເສດຖະກິດໃນພູມີພາກອາຊີຕາເວັນອອກ ແລະ ປາຊີຟິກ ໂດຍລະບຸວ່າ ເສດຖະກິດຂອງຫວຽດນາມ ຈະຂະຫຍາຍຕົວສູງທີ່ສຸດໃນອາຊີ ໃນປີ 2022.

May be an image of 5 people, footwear and indoor

ທະນາຄານໂລກ ໄດ້ຄາດຄະເນວ່າໃນປີ 2022 ເສດຖະກິດຂອງຫວຽດນາມ ຈະຂະຫຍາຍຕົວໃນລະດັບ 7,2% ຈາກລະດັບ 5,3% ໃນການຄາດການເມື່ອເດືອນເມສາຜ່ານມາ ແລະ ຈະເປັນພື້ນຖານເສດຖະກິດທີ່ມີລະດັບເຕີບໂຕສູງທີ່ສຸດໃນພາກພື້ນອາຊີ ເນື່ອງຈາກພື້ນຖານເສດຖະກິດຂອງຫວຽດນາມ ຟື້ນຕົວຢ່າງໄວວາ, ພາຍຫຼັງສະຖານະການໂຄວິດ – 19 ຜ່ອນຄາຍລົງ ແລະ ກິດຈະກຳທາງເສດຖະກິດເລີ່ມເຂົ້າສູ່ພາວະປົກກະຕິໃນໄຕມາດທີ 3 ປີ 2021. ໃນ 6 ເດືອນຕົ້ນປີ 2022 ເສດຖະກິດຫວຽດນາມ ຂະຫຍາຍຕົວ 6,4%. ເນື່ອງຈາກພາກການສົ່ງອອກຂອງຫວຽດນາມ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໃນຂະນະທີ່ນັກທ່ອງທ່ຽວຕ່າງປະເທດເຂົ້າມາຫວຽດນາມ ເພີ່ມຂຶ້ນຢ່າງຕໍ່ເນື່ອງເຊັ່ນດຽວກັນ.

May be an image of 2 people, people standing, food and indoor

ທະນາຄານໂລກຄາດການວ່າ: ໝົດປີ 2022 ນີ້ ເສດຖະກິດຫວຽດນາມ ຈະຂະຫຍາຍຕົວໃນລະດັບ 7,2% ເນື່ອງຈາກເກືອບທຸກຂະແໜງການໄດ້ຟື້ນຕົວຢ່າງເຂັ້ມແຂງ ໂດຍສະເພາະພາກການຜະລິດ, ການສົ່ງອອກ ແລະ ການທ່ອງທ່ຽວ.