ອົງການກາແດງ ຊ່ວຍເຫຼືອປະຊາຊົນ 911 ຄອບຄົວ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ແຂວງໄຊຍະບູລີ

194

ໃນລະຫວ່າງວັນທີ 19-29 ກັນຍາ 2022 ນີ້ ອົງການກາແດງແຫ່ງຊາດລາວ ແລະ ອົງການກາແດງແຂວງໄຊຍະບູລີ ໄດ້ຊ່ວຍເຫຼືອບັນເທົາທຸກໃຫ້ປະຊາຊົນທີ່ຖືກຜົນກະທົບຈາກໄພນ້ຳຖ້ວມໃນເດືອນຜ່ານມາເຊິ່ງມີ: ເມືອງປາກລາຍ, ບໍ່ແຕນ, ຫົງສາ, ຄອບ, ຊຽງຮ່ອນ, ເງິນ, ໄຊສະຖານ ແລະ ເມືອງໄຊຍະບູລີ ລວມຈຳນວນ 911 ຄອບຄົວ, ຈຳນວນພົນ 4.427 ຄົນ, ຍິງ 2.310 ຄົນ.

ເຄື່ອງທີ່ນຳຊ່ວຍເຫລືອໃນຄັ້ງນີ້ປະກອບມີ: ເຂົ້າສານໜຽວ, ໝີ່ໄວໆ, ປ໋ອງປາ, ສະບູກ້ອນ, ແຟັບ, ຢາຖູແຂ້ວ, ແປງຖູແຂ້ວ, ນ້ຳມັນພືດ, ເກືອ, ຜ້າອັດປາກ, ເຄື່ອງສຸຂະອະນາໄມ ແລະ ອື່ນໆ ລວມ 911 ຊຸດ ລວມມູນຄ່າທັງໝົດ 523. 825.000 ກີບ ໂດຍການນຳພາມອບຂອງທ່ານ ຮສ ດຣ ສິງ ເມໂນລາດ ຮອງປະທານອົງການກາແດງແຫ່ງຊາດລາວ, ທ່ານ ວັນນະສິງ ມຸງຄຸນສະຫວັດ ຫົວໜ້າອົງການກາແດງແຂວງໄຊຍະບູລີ

ໄດ້ມອບໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບ ແລະ ຜ່ານການເກັບກຳຈຳນວນລາຍຊື່ຂອງຄະນະລົງເກັບກຳຂໍ້ມູນໃນເດືອນສິງຫາຜ່ານມາ ແລະ ໃນຄັ້ງນີ້ແມ່ນໄດ້ລົງມອບໃຫ້ແກ່ປະຊາຊົນ ໄດ້ຮັບຜົນກະທົບແລະເສຍຫາຍຈາກໄພນຳ້ຖ້ວມ ,ພ້ອມທັງໂຄສະນາເຜີຍແຜ່ວຽກງານບົດບາດຍິງ-ຊາຍ ໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ເຂົ້າໃຈວຽກງານດັ່ງກ່າວ.

ເຄື່ອງຈຳນວນດັ່ງກ່າວແມ່ນການສະໜັບສະໜູນຈາກສະຫະພັນກາແດງ ແລະ ຊີກວົງເດືອນແດງສາກົນ (IFRC)