ດີໃຈນຳປະຊາຊົນ 2 ບ້ານຂອງເມືອງໂພນທອງ ໄດ້ຮັບເຄື່ອງຊ່ວຍເຫຼືອສຸກເສີນ ຈາກອົງການກາແດງແຫ່ງຊາດລາວ

29

ໃນລະຫວ່າງວັນທີ 21-24 ກັນຍາ 2022 ຜ່ານມາ, ອົງການກາແດງແຫ່ງຊາດລາວ ຮ່ວມກັບ ອົງການກາແດງແຂວງຈຳປາສັກ ແລະ ພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງຈຳປາສັກ ໄດ້ນຳເອົາເຄື່ອງຊ່ວຍເຫຼືອສຸກເສີນໃຫ້ພໍ່ແມ່ປະຊາຊົນ 2 ບ້ານ ຄື: ບ້ານບົກ ແລະ ບ້ານໜອງໄຮໂຄກ ເມືອງໂພນທອງ ແຂວງຈຳປາສັກ ທີ່ໄດ້ຮັບຜົນກະທົບຈາກລົມພາຍຸໃນເດືອນທີ່ຜ່ານມາ ໂດຍການເຂົ້າຮ່ວມຂອງ ທ່ານ ອຸດົມສັກ ດີວິໄຊ ຫົວພະນແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ທ່ານ ຈຳປາແດງ ສີຫາວົງ ຮອງເຈົ້າເມືອງ ເມືອງໂພນທອງ, ທ່ານ ທິບພະໄກສອນ ພູທີໃຈ ຫົວໜ້າອົງການກາແດງແຂວງ, ທ່ານ ນາງ ເກດແກ້ວ ອຸປະລາວົງຕາງໜ້າອົງການກາແດງແຫ່ງຊາດລາວ ພ້ອມພາກສ່ວນທີ່ກ່ຽວຂ້ອງ ຕະຫຼອດຮອດປະຊາຊົນຄອບຄົວທີ່ຖືກຜົນກະທົບເຂົ້າຮ່ວມ.

ໃນພິທີດັ່ງກ່າວ, ທ່ານ ນາງ ເກດແກ້ວ ອຸປະລາວົງ ຮອງຫົວຫນ້າພະແນກສົ່ງເສີມຄວາມກ້າວຫນ້າແມ່ຍິງ-ເດັກ ແລະ ອາສາສະຫມັກ ໄດ້ເຜີຍແຜ່ກ່ຽວກັບພາລະບົດບາດຂອງອົງການກາແດງແຫ່ງຊາດລາວ, ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ຫລັງຈາກນັ້ນ, ກໍໄດ້ມອບເຄືອ່ງຊ່ວຍເຫລືອໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນທ້າຍເດືອນສິງຫາທີ່ຜ່ານມາ.

ສຳລັບເຄື່ອງທີ່ນໍາມາຊ່ວຍເຫຼືອໃນຄັ້ງມີ 579 ຊຸດ ແລະ ມອບໃຫ້ຄອບຄົວລະ 1 ຊຸດ, ຊຸດຫນຶ່ງປະກອບມີ: ຫມໍ້ແຕ່ງກິນ 1 ຫນ່ວຍ, ຫມໍ້ຂາງ 1 ຫນ່ວຍ, ຫມໍ້ຫນຶ່ງ 1 ຫນ່ວຍ, ຈອກ 5 ຫນ່ວຍ, ຖ້ວຍ 5 ໃບ, ຈານ 5 ໃບ, ຖ້ວຍນ້ອຍ 5 ໃບ, ບ່ວງ 1 ໂຫລ, ຈອງ 2 ອັນ, ຊາມ 1 ໃບ ແລະ ໂອຕັກນຳ 1 ອັນ ເຊິ່ງມອບໃຫ້ປະຊາຊົນພາຍໃນ 2 ບ້ານຄື: ບ້ານບົກ ແລະ ບ້ານໜອງໄຮໂຄກ

ໃນໄລຍະທີ່ຜ່ານນີ້ ທາງອົງການກາແດງແຫ່ງຊາດລາວ ກໍຍັງໄດ້ການຊ່ວຍເຫລືອ ປະຊາຊົນບ້ານດູ່ ເມືອງ ໂພນທອງ ທີ່ໄດ້ຜົນກະທົບ ຈາກໄພພິບັດນ້ຳຖ້ວມເຊັ່ນດຽວກັນ ລວມມູນຄ່າການຊ່ວຍເຫລືອທັງຫມົດ 423.828.000 ກີບ​ ເຊິ່ງໄດ້ການສະຫນັບສະຫນູນຈາກສະຫະພັນກາແດງ​ ແລະ​ ຊີກວົງເດືອນແດງສາກົນ.