ຂ່າວເສົ້າໃຈ ແຮງງານລາວ 10 ກວ່າຄົນປະສົບອຸບັດຕິເຫດຢູ່ໄທ

108

ຕາມລາຍງານຂ່າວຈາກ ເພຈໃນວັນທີ 26 ກັນຍາ 2022 ນີ້ ເວລາປະມານ 3:30ໂມງ ໄດ້ມີລົດຕູ້ຂົນສົ່ງຊາວຕ່າງດ້າວ ເພື່ອໄປຕໍ່ພັດສະປອດ ແຕ່ໂຊເຟີເກີດຫຼັບໃນ ແລະໄປຕຳເອົາທ້າຍລົດ 10 ລໍ້ທີ່ຈອດລໍຖ້າໄຟຂຽວ ເຮັດໃຫ້ເສຍຊີວິດຄາທີ່ 3 ຄົນ ໃນນັ້ນເກືອບທັງໝົດເປັນຄົນລາວ.

ເຫດເກີດທີ່ 4ແຍກໄຟແດງກຣະແສບົນ ຖະໜົນບ້ານບຶງ-ແກລງ ຕຳບົນກຣະແສບົນ  ຈັງຫວັດຣະຢອງ ປະເທດໄທ ຈຸດເກີດເຫດ ພົບລົດຕູ້ສີຂາວທະບຽນກຸງເທບ ຕຳທ້າຍລົດສິບລໍ້ ທະຍ-ນ 70-2675 ຈອດຄາໄຟແດງ ດ້ານທ້າຍລົດພົບລົດຕູ້ສີຂາວ ຍີ່ຫໍ້ໂຕໂຍຕ້າ ທະບຽນ 33-5874 ກຸງເທບ ຊົນທ້າຍຈົນດ້ານໜ້າຍຸບເຂົ້າໄປເຖິງຫ້ອງໂດຍສານ ພົບຄົນຕິດຢູ່ດ້ານໃນຈຳນວນ 15 ຄົນ ແລະເສຍຊີວິດແລ້ວ 3 ຄົນ.

ຈາກການກວດສອບພົບວ່າຜູ້ເສຍຊີວິດທັງ 3 ຄົນ ເປັນເພດຍິງທັງໝົດ ແລະ ເປັນຄົນສັນຊາດລາວ ສ່ວນຜູ້ໄດ້ຮັບບາດເຈັບ 12ຄົນເປັນເພດຊາຍ 6 ຄົນ ຈຶ່ງຮີບປະຖົມພະຍາບານເບື້ອງຕົ້ນກ່ອນຈະນຳຕົວຜູ້ໄດ້ຮັບບາດເຈັບ ແລະ ຜູ້ເສຍຊີວິດສົ່ງໂຮງໝໍແກຼງ.

ໝາຍຄວາມວ່າໃນລົດຕູ້ຄັນດັ່ງກ່າວແມ່ນມີຜູ້ຮ່ວມເດີນທາງທັງໝົດ  15 ຄົນ ມີພຽງຄົນດຽວຄືໂຊເຟລົດອາຍຸ 35ປີທີ່ເປັນສັນຊາດໄທ ທີ່ເຫຼືອແມ່ນຄົນລາວໝົດ.

ຜູ້ໂດຍສານທີ່ມານຳຄົນໜຶ່ງທີ່ຍັງມີສະຕິດີເລົ່າວ່າ ພວກຕົນທັ້ງໝົດເປັນສັນຊາດລາວ ແລະໄດ້ເຊົ່າລົດຕູ້ຄັນດັ່ງກ່າວ ເພື່ອເດີນທາງໄປຕໍ່ວີຊ່າທີ່ຈັງຫວັດ ຈັນທະບູຣີ ຂະນະທີ່ນັ່ງມາທຸກຄົນແມ່ນນອກຫຼັບຈົນກະທັ່ງລົດຊົນຈິ່ງຮູ້ສຶກຕົວຈິ່ງເຮັດຫຍັງບໍທັນເລີຍ ສິ່ງທີ່ຮູ້ສຶກໄດ້ຄືຮ່າງກາຍຕ່າງຄົນຕ່າງໄປກະແທກກັບໂຕລົດເທົ່ານັ້ນ.


ຄະດີດັ່ງກ່າວນີ້ແມ່ນເຈົ້າໜ້າທີ່ຈະດຳເນີນການສືບສວນຕໍ່ໄປກ່ຽວກັບສາເຫດທີ່ແທ້ຈີງ ທັງຄົນຂັບລົດຕູ້ ແລະຜູ້ຂັບສິບລໍ້ ຕະຫຼອດຮອດຜູ້ທີ່ຮ່ວມໂດຍສານມານຳລົດຕູ້ ພາຍຫຼັງອາການດີຂຶ້ນ.
ທີ່ມາ:https://www.facebook.com/profile.php?id=100077210852356