ຄຳມ່ວນ ທ່ານເຈົ້າແຂວງລົງໄປເອງ ສຳຫຼວດການຕິດຕັ້ງຕາຂ່າຍໄຟຟ້າ ແລະ ລະບົບຊົນລະປະທານຢູ່ບ້ານກະຈາມ

93

ວັນທີ 22 ກັນຍາ 2022 ທີ່ຜ່າມມາ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງ ຄໍາມ່ວນ ພ້ອມດ້ວຍຫົວໜ້າພະແນກການກ່ຽວຂ້ອງໄດ້ເຄື່ອນໄຫວລົງຕິດຕາມສຳຫລວດການຕິດຕັ້ງຕາຂ່າຍໄຟຟ້າ ແລະ ລະບົບຊົນລະປະທານເຂົ້້າ ບ້ານ ກະຈາມນ້ອຍ ເມືອງບົວລະພາ, ໂດຍມີ ທ່ານ ບຸນກວ້າງ ແກ້ວບຸນຍົງ ເຈົ້າເມືອງບົວລະພາ ພ້ອມດ້ວຍການນຳພາຍໃນເມືອງໃຫ້ການຕ້ອນຮັບ ແລະ ຕິດຕາມໃນການລົງເຄື່ອນໄຫວຄັ້ງນີ້ ຕະຫລອດເຖິງ ພະນັກງານ ວິຊາການທີ່ກ່ຽວຂ້ອງ, ອົງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານເຂົ້າຮ່ວມ.


ການເຄື່ອນໄຫວຄັ້ງນີ້ການຈັດຕັ້ງບ້ານໄດ້ລາຍງານສະພາບລວມຂອງບ້ານ ເຊິ່ງບ້ານກະຈາມເມືອງບົວລະພາເປັນບ້ານທີ່ມີຊາຍແດນຕິດກັບບ້ານທ່າໂຈນ ເມືອງຍົມມະລາດ, ມີເນື້ອທີ່ທັງໝົດ 2.858 ເຮັກຕາ, ປະກອບມີ 134 ຫລັງຄາເຮືອນ 147 ຄອບຄົວ, ມີພົນລະເມືອງທັງໝົດ 729 ຄົນ, ຍິງ 357 ຄົນ,  ພາຍໃນບ້ານມີໂຮງຮຽນປະຖົມ 1 ຫລັງ, ມີນັກຮຽນ 157 ຄົນ, ມີເນື້ອທີ່ນາປີທັງໝົດ 185,75 ເຮັກຕາ, ການຜະລິດລະດູເຂົ້້ານາປີແມ່ນພົບບັນຫາກັບສະພາບນໍ້າຖ້ວມສ່ວນໃຫຍ່.

ທາງອຳນາດການປົກຄອງບ້ານກະຈາມຍັງໄດ້ສະເໜີຕໍ່ການນຳຂອງແຂວງ ໃຫ້ຊ່ວຍສ້າງເສັ້ນທາງໃຫ້ທ່ຽວໄດ້ລະຫວ່າງບ້ານຕໍ່ບ້ານໃຫ້ໄດ້ 2 ລະດູ ແລະ ສ້າງຕາຂ່າຍໄຟຟ້າເຂົ້າບ້ານເພາະເຂດບ້ານດັ່ງກ່າວຍັງບໍ່ມີໄຟຟ້າຊົມໃຊ້ໃນຄົວເຮືອນ ແລະ ເພື່ອທຳການຜະລິດ ເຊິ່ງໂຄ່ງລາງຂອງບ້ານດັ່ງກ່າວກຳລັງໄດ້ຮັບການຈັດສັນໂດຍໃນເມື່ອກ່ອນແມ່ນໄດ້ຍົກຍ້າຍຈາກບ້ານເກົ່າທີ່ໄດ້ຮັບຜົນກະທົບຈາກສະພາບນໍ້າຖ້ວມອັນໄດ້ສົ່ງຜົນກະທົບເຖິງຊີວິດ ແລະ ການເປັນຢູ່ຂອງປະຊາຊົນເປັນຕົ້ນແມ່ນການທຳມາຫາກິນ, ການປູກ, ການລ້ຽງ ແລະ ຄົມມະນາຄົມສັນຈອນໄປມາຫາສູ່ກັນ ພົບກັບຄວາມຫຍຸ້ງຍາກດັ່ງນັ້ນຈິ່ງໄດ້ຍົກຍ້າຍຈັດສັນປະຊາຊົນມາຕັ້ງບ້ານໃໝ່ບ່ອນທີ່ເປັນຈຸດສູງຫລີກລ້ຽງຈາກຜົນກະທົບດັ່ງກ່າວ.


ໃນໂອກາດທີ່ ທ່ານ ເຈົ້າແຂວງລົງເຄື່ອນໄຫວຕິດຕາມສະພາບຕ່າງໆ ຄັ້ງນີ້ ທ່ານກໍ່ໄດ້ໂອ້ລົມແກ່ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານກະຈາມ ໂດຍໄດ້ສະແດງຄວາມຢ້ຽມຢາມຖາມຂ່າວ, ການທຳມາຫາກິນ, ການດຳລົງຊີວິດຂອງປະຊາຊົນ ແລະ ຮັບເອົາຂໍ້ສະເໜີຕ່າງໆ ຂອງພໍ່ແມ່ປະຊາຊົນເພື່ອນຳໄປຄົ້ນຄວ້າແກ້ໄຂເປັນຕົ້ນການສ້າງຕາຂ່າຍໄຟຟ້າເຂົ້າບ້ານ ແລະ ການກໍ່ສ້າງຄອງເໜືອງລະບົບຊົນລະປະທານ ເພື່ອໃຫ້ປະຊາຊົນໄດ້ທຳການຜະລິດໃນລະດູແລ້ງທົດແທນໃນການເສຍຫາຍຈາກລະດູຝົນ ເພື່ອສ້າງເສດຖະກິດຊີວິດການເປັນຢູ່ຂອງປະຊາຊົນໃນເຂດດັ່ງກ່າວໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ. ພ້ອມນີ້ຍັງໄດ້ມອບເງິນຈຳນວນ 3 ລ້ານກີບ ແລະ ອຸປະກອນກິລາ – ອຸປະກອນການຮຽນຈໍານວນໜຶ່ງໃຫ້ບ້ານດັ່ງກ່າວອີກດ້ວຍ.

ໃນວັນດຽວກັນ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ພ້ອມດ້ວຍຄະນະ ຍັງໄດ້ເຄື່ອນໄຫວຊຸກຍູ້ຕິດຕາມການສ້ອມແປງທາງດິນແດງທີ່ເລີ່ມຈາກບ້ານຫລັງຄັງຫາເມືອງບົວລະພາ ໂດຍແມ່ນ ບໍລິສັດລາຊິຕາ ຂຸດຄົ້ນບໍ່ແຮ່ ເປັນຜູ້ສ້ອມແປງ. ພ້ອມນີ້ປະທານບໍລິສັດລາຊິຕາຂຸດຄົ້ນບໍ່ແຮໄດ້ລາຍງານເຖິງການຈັດຕັ້ງປະຕິບັດໜ້າວຽກຕໍ່ທ່ານເຈົ້້າແຂວງ ແລະ ຄະນະໄດ້ຮັບຊາບ ເຊິ່ງການສ້ອມ ແປງດັ່ງກ່າວແມ່ນໄດ້ເລີ່ມແຕ່ຈຸດບ້ານຫລັງຄັງຫາເມືອງບົວລະພາທີ່ມີຄວາມຍາວທັງໝົດ 42 ກິໂລແມັດ, ກວ້າງ 6 ແມັດ ໂດຍການສ້ອມແປງແມ່ນນຳໃຊ້ພາຫະນະກົນຈັກ, ຖົມດິນປັບກວາດໜ້າທາງໃນຈຸດຕ່າງໆ ທີ່ເປ້ເພໂດຍໄດ້ກຳນົດເວລາໃນການສ້ອງແປງ 3 ເດືອນນັບຈາກທ້າຍເດືອນກັນຍາ 2022 ເປັນຕົ້ນໄປ, ທັງນີ້ເພື່ອເຮັດໃຫ້ການສັນຈອນໄປມາຂອງພໍ່ແມ່ປະຊາຊົນ ໄດ້ມີຄວາມສະດວກດີຂຶ້ນກວ່າເກົ່າ.