ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ຈະເດີນທາງຢ້ຽມຢາມສິງກະໂປ 27-28 ກັນຍານີ້

168

ອີງຕາມແຈ້ງການ ຂອງກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ລີ ຊຽນ ລຸງ, ນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ສິງກະໂປ.

ຮູບປະກອບຂ່າວ

ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຈະເດີນທາງຢ້ຽມຢາມ ສາທາລະນະລັດ ສິງກະໂປ ຢ່າງເປັນທາງການ ໃນວັນທີ 27-28 ກັນຍາ 2022, ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການ
ຮ່ວມມືທີ່ດີງາມ ລະຫວ່າງ ລາວ-ສິງກະໂປ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນໃນຕໍ່ໜ້າ.

ຮູບປະກອບຂ່າວ