ເປັນຂະບວນຝົດຟື້ນ ງານແລ່ນສະເຫຼີມສະຫຼອງ ວັນຄຸມກຳເນີດໂລກ ເຊົ້ານີ້

47

ຫຼາຍຄົນຮ່ວມໃຈກັນໄປແລ່ນ, ຍ່າງງານນີ້ ຢ່າຫຼວງຫຼາຍ ງານແລ່ນສະເຫຼີມສະຫຼອງ ວັນຄຸມກຳເນີດໂລກ 24 ກຸມພາ 2022
ໂດຍເລີ່ມແລ່ນແຕ່ ເດີນທາດຫຼວງ-ປະຕູໄຊ-ຫໍຄໍາ ແລະ ກັບມາ ເດີ່່ນທາດຫລວງ

.

ກະຊວງສາທາລະນະສຸກ ຮ່ວມກັບ ອົງການ ສະຫະປະຊາຊາດກອງທຶນສຳລັບປະຊາກອນ ຫຼື UNFPA ພ້ອມບັນດາຄູ່ຮ່ວມງານ ຈັດກິດຈະກຳງານແລ່ນ 5KM ເພື່ອສະເຫຼີມສະຫຼອງ ວັນຄຸມກຳເນີດສາກົນ 2022, ໃຫ້ກຽດເຂົ້າຮ່ວມໃນງານຄັ້ງນີ້ ໂດຍ ທ່ານ ດຣ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ມາຣຽມ ເອ. ຄານ ຜູ້ຕາງໜ້າອົງການ UNFPA ປະຈຳ ສປປ ລາວ, ພ້ອມດ້ວຍບັນດາກົມ, ສູນ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

.

ວັນຄຸມກຳເນີດສາກົນ ໄດ້ຈັດຂຶ້ນໃນວັນທີ 26 ກັນຍາ ຂອງທຸກໆປີ ໂດຍ 10 ອົງການວາງແຜນຄອບຄົວສາກົນ ເພື່ອສ້າງຈິດສຳນຶກກ່ຽວກັບການຄຸມກຳເນີດ ແລະ ເພື່ອເຮັດໃຫ້ຄູ່ຜົວເມຍມີຄວາມເຂົ້າໃຈໃນການຕັດສິນໃຈກ່ຽວກັບການສ້າງຄອບຄົວ ແລະ ການວາງແຜນອານາຄົດຂອງເຂົາເຈົ້າ

.

ການຈັດກິດຈະກຳມື້ນີ້ແມ່ນເພື່ອປູກຈິດສໍານຶກຂອງໄວໜຸ່ມ, ແມ່ຍິງ ແລະ ຜູ້ຊາຍກ່ຽວກັບການຄຸມກໍາເນີດ, ນໍາໃຊ້ຂໍ້ມູນ ແລະ ການບໍລິການ, ຜົນປະໂຫຍດຂອງການວາງແຜນຄອບຄົວສໍາລັບບຸກຄົນ, ຄູ່ຜົວເມຍ ແລະ ສັງຄົມ ພ້ອມທັງຜົນຕອບແທນທາງດ້ານເສດຖະກິດ.

ກິດຈະກຳດັ່ງກ່າວ ໄດ້ມີການ ແລ່ນຈາກເດີ່ນທາດຫຼວງ ໄປຕາມຖະໜົນລ້ານຊ້າງຈົນຮອດຫໍຄຳແລ້ວກັບຄືນ.
24 ກັນຍາ 2022 ທີ່ ນະຄອນຫຼວງວຽງຈັນ

ພາບຈາກ: ອິນດີ້ເລັກຄອດ