ອັດຕາເງິນເຟີ້ສີລັງກາ ເພີ່ມສູງຂຶ້ນກວ່າ 70% ໃນເດືອນສິງຫານີ້

54

ສຳນັກຂ່າວ BBC ລາຍງານໃນວັນທີ 22 ກັນຍາ 2022 ວ່າ ອັດຕາເງິນເຟີ້ຂອງສີລັງກາ ເພີ່ມຂຶ້ນ 70,2% ໃນເດືອນສິງຫາ 2022 ໃນຂະນະທີ່ລາຄາອາຫານເພີ່ມຂຶ້ນ 84,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ທັງນີ້, ສີລັງກາ ຍັງບໍ່ສາມາດນຳເຂົ້າສິນຄ້າທີ່ຈຳເປັນຈາກຕ່າງປະເທດໄດ້ ເຊັ່ນ: ນ້ຳມັນເຊື້ອໄຟ, ປຸ໋ຍເຄມີ ແລະ ຢາປິ່ນປົວພະຍາດ ເນື່ອງຈາກປະເຊີນກັບວິກິດທາງການເງິນ ແລະ ການເມືອງຄັ້ງໃຫຍ່ສຸດ ໃນຮອບ 70 ກວ່າປີ ລວມທັງບັນຫາການຂາດແຄນເງິນຕາຕ່າງປະເທດ.

May be an image of money

ກ່ອນເກີດການແຜ່ລະບາດໂຄວິດ – 19 ເສດຖະກິດສີລັງກາ ໄດ້ອີງໃສ່ຂະແໜງອຸດສາຫະກຳການທ່ອງທ່ຽວເປັນຫຼັກ ເຊິ່ງເປັນແຫຼ່ງທີ່ມາຂອງເງິນຕາຕ່າງປະເທດ ໂດຍສະເພາະສະກຸນເງິນໂດລາສະຫະລັດ ແຕ່ຫຼັງຈາກເກີດການແຜ່ລະບາດໂຄວິດ – 19 ເຮັດໃຫ້ຫຼາຍປະເທດຕ້ອງໃຊ້ມາດຕະການປິດເມືອງ ( ລັອກດາວ ) ເພື່ອຄວບຄຸມການແຜ່ລະບາດ ຈົນເຮັດໃຫ້ເສດຖະກິດຂອງສີລັງກາ ໄດ້ຮັບຜົນກະທົບຢ່າງຮຸນແຮງ.

May be an image of money

ປັດຈຸບັນ ສີລັງກາ ມີປະຊາກອນ 22 ລ້ານກວ່າຄົນ ຍັງຕ້ອງປະເຊີນກັບວິກິດເສດຖະກິດພາຍໃນປະເທດຢ່າງຕໍ່ເນື່ອງ.