ເປີດແລ້ວ! ບໍລິສັດ ນິວຈິບເຊັງ ສາຂາ ນະຄອນໄກສອນ ພົມວິຫານ ນໍາລົດໃຫຍ່ຍີ່ຫໍ້ Honda 10 ລຸ້ນໄປຈໍາໜ່າຍ

122

ເປີດຢ່າງເປັນທາງການແລ້ວ ສາຂາ ຈໍາໜ່າຍລົດໃຫຍ່ຍີ່ຫໍ້ Honda (ຮອນດ້າ) ທີ່ແຂວງສະຫວັນນະເຂດ ໂດຍມີລົດເກືອບ 10 ລຸ້ນຖືກນໍາໄປວາງຈໍາໜ່າຍ ຫວັງສະໜອງຄວາມຕ້ອງການ ແລະ ການໃຫ້ບໍລິການທີ່ດີ ເຂດພາກໃຕ້ຂອງລາວ.

ໃນວັນທີ 19 ກັນຍາ 2022 ນີ້, ບໍລິສັດ ນິວຈິບເຊັງ ຈໍາກັດ ໄດ້ມີພິທີເປີດຫ້ອງຂາຍ ສາຂາ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໂດຍການເຂົ້າຮ່ວມຂອງທ່ານ ຂັນໄຊ ກຽດສີທະນາກອນ ປະທານກຸ່ມບໍລິສັດນິວຈິບເຊັງ ຈຳກັດ, ທ່ານ ເບັນ ກຽດສີທະນາກອນ ປະທານບໍລິສັດນິວຈິບເຊັງ ຈຳກັດ, ມີຜູ້ຈັດການຝ່າຍຂາຍ, ຜູ້ຈັດການຝ່າຍບໍລິຫານ ແລະ ແຂກຮັບເຊີນຈາກພາກລັດໄດ້ແກ່ ທ່ານ ພັອ ສົມໝາຍ ຫົວໜ້າກອງບັນຊາການແຂວງສະຫວັນນະເຂດ, ຜູ້ຕາງຫນ້າພະເເນກອຸດສາຫະກຳ ແລະ ການຄ້າແຂວງ, ຜູ້ຕາງຫນ້າອຳນາດການປົກຄອງບ້ານຫົວເມືອງເຫນືອ ພ້ອມດ້ວຍພະນັກງານພາຍໃນບໍລິສັດ ທີ່່ກ່ຽວຂ້ອງເຂົ້າຮ່ວມ.

ຂຶ້ນຕັດແຖບຜ້າໃຫ້ໂຊກໄຊໃນການເປີດສາຂາຈໍາໜ່າຍໃນຄັ້ງນີ້ ໄດ້ແກ່ທ່ານ: ຂັນໄຊ ກຽດສີທະນາກອນ ປະທານກຸ່ມບໍລິສັດນິວຈິບເຊັງ ຈຳກັດ, ທ່ານ ເບັນ ກຽດສີທະນາກອນ ປະທານບໍລິສັດນິວຈິບເຊັງ ຈຳກັດ, ທ່ານ ສົມສັກ ຈະເລີນຜົນ ຜູ້ຈັດການໃຫຍ່ຝ່າຍບໍລິຫານ ບໍລິສັດນິວຈິບເຊັງ ຈຳກັດ, ທ່ານ ໄຊຢຸດ ຣຸດຂະນະພອນ ຜູ້ຈັດການໃຫຍ່ຝ່າຍຂາຍບໍລິສັດ ນິວຈິບເຊັງ ຈຳກັດ

ການເປີດສາຂາຈໍາໜ່າຍລົດໃຫຍ່ ຍີ່ຫໍ້ຮອນດາ ຢູ່ແຂວງສະຫວັນນະເຂດ ໃນຄັ້ງນີ້ ແມ່ນໜຶ່ງໃນແຜນຂະຫຍາຍທຸລະກິດ-ການບໍລິການຂອງ ບໍລິສັດ ນິວຈິບເຊັງ ຈໍາກັດ ໂດຍຫຼິງເຫັນຄວາມຕ້ອງການຂອງສັງຄົມໃນການຊົມໃຊ້ລົດຍີ່ຫໍ້ຮອນດາ ເປັນຕົ້ນແມ່ນຫວັງສະໜອງສິນຄ້າປະເພດລົດໃຫຍ່ ໃຫ້ຜູ້ທີ່ສົນໃຈຊົມໃຊ້ເຂດພາກໃຕ້ຂອງລາວ ສະໜອງຄວາມສະດວກສະບາຍໃນການເຂົ້າເຖິງຂອງລູກຄ້າມາຈາກຫຼາຍພື້ນທີ່.
ສາຂາ ນະຄອນໄກສອນ ຖືເປັນຈຸດສໍາຄັນໜຶ່ງທີ່ສາມາດສະໜອງການບໍລິການໄດ້ຫຼາຍເຂດແຂວງຕື່ມອີກ ເຊິ່ງລວມທັງບັນດາແຂວງພາກກາງ ແລະ ພາກໃຕ້ເຊັ່ນ: ແຂວງສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ, ສາລະວັນ, ຈໍາປາສັກ, ເຊກອງ ແລະ ແຂວງອັດຕະປື.

ສໍາລັບປະເພດລົດທີ່ນໍາໄປຈໍາໜ່າຍໃນເບື້ອງຕົ້ນນີ້ປະກອບມີເກືອບ 10 ລຸ້ນດ້ວຍກັນຄື: 1) CITY 1.5-CVT, 2) CITY Hatchback 1.5 RS-CVT, 3) CIVIC 1.5 Turbo EL+, 4) CIVIC 1.5 Turbo RS, 6) HR-V 1.5 E-CVT, 7) HR-V 1.5 Turbo EL-CVT, 8) CR-V 2.0 S-CVT, 9) ACCORD 1.5 Turbo EL ແລະ 10) ACCORD 1.5 Turbo EL-V.

ຖືເປັນຄວາມສໍາເລັດອີກກ້າວໜຶ່ງ ໃນການຂະຫຍາຍກິດຈະການຂອງບໍລິສັດ ນິວຈິບເຊັງ ຈໍາກັດ ໃນນາມບໍລິສັດ ຕົວແທນຈໍາໜ່າຍຜະລິດຕະພັນຍີ່ຫໍ້ Honda ພຽງຜູ້ດຽວໃນ ສປປ ລາວ ທີ່ດໍາເນິີນທຸລະກິດຢູ່ລາວນັບຕັ້ງແຕ່ປີ 1991 ເປັນຕົ້ນມາ.