3 ບ້ານໃນເມືອງຊ່ອນ ຂາຍກາເຟໄດ້ເກືອບ 400 ລ້ານ

71

ການເຮັດໄຮ່ເຮັດສວນ ເພື່ອຜະລິດກະສິກຳເປັນສິນຄ້າແມ່ນຊ່ອງທາງສ້າງລາຍຮັບໜຶ່ງທີ່ພັກ-ລັດໃຫ້ການສົ່ງເສີມ ອີງໃສ່ທ່າແຮງ ແລະຄວາມອຸດົມສົມບູນຂອງທີ່ດິນໃນປະເທດເຮົາ ແຕ່ທັ້ງນີ້ຕ້ອງເຮັດໃຫ້ຫຼາຍ ແລະຫັນເປັນທັນສະໄໝໃນດ້ານການຜະລິດ ເພື່ອແບ່ງເບົາແຮງງານຄົນລົງທັງສາມາດຕອບສະໜອງຄວາມຕ້ອງການຂອງໂຮງງານອຸດສາຫະກຳ ເຊິ່ງການປູກກາເຟນັບເປັນຄວາມຕ້ອງການໜຶ່ງຂອງຕະຫຼາດທັງພາຍໃນ ແລະຕ່າງປະເທດ ຜ່ານມາມີແຕ່ພາກໃຕ້ທີ່ມີຊື່ສຽງເລື່ອງກາເຟແຕ່ປະຈຸບັນເລີ່ມຂະຫຍາຍໄປພາກເໜືອແລ້ວ ສະເພາະໃນເມືອງຊ່ອນແຂວງຫົວພັນປີນີ້ ປະຊາຊົນມີລາຍຮັບຈາກປາເຟເກືອບ 400 ລ້ານກີບ.


ລະຫວ່າງວັນທີ17-19ກັນຍາ 2022 ຕົວແທນສະຫະກອນກາເຟວັນໃຫມ່ສົມທົບກັບພະແນກກະສິກຳ-ປ່າໄມ້ແຂວງແລະຫ້ອງການກະສິກຳແລະປ່າໄມ້ເມຶອງ ລົງມອບເງິນປັນຜົນການເກັບຊື້ຜົນຜະລິດກາເຟຂອງປະຊາຊົນຢູ່3ບ້ານຄື: ບ້ານຫ້ວຍສູ້, ບ້ານຫ້ວຍຍາມ ແລະ ບ້ານຫ້ວຍເລົາ ເປັນມູນຄ່າທັງຫມົດ 395 ລ້ານກວ່າກີບ; ມີຈຳນວນ97ຄອບຄົວ ດັ່ງນີ້:


ບ້ານຫ້ວຍສູ້ ສ້າງລາຍຮັບໄດ້ 174.317.000ກີບ ມີຄອບຄົວຂາຍກາເຟ 49 ຄອບຄົວ, ຄອບຄົວທີ່ຂາຍກາເຟຫລາຍສຸດແມ່ນ ຄອບຄົວທ່ານ ທອງຈັນ ລີຮົວເລົາ ຂາຍໄດ້17.159.000ກີບ.


ຕໍ່ມາແມ່ນບ້ານຫ້ວຍຍາມ ສ້າງລາຍຮັບໄດ້144.264.000ກີບ ມີຄອບຄົວຂາຍກາເຟ37ຄອບຄົວ; ຄອບຄົວທີ່ຂາຍຫລາຍສຸດແມ່ນ ຄອບຄົວ ທ່ານ ບົວເຢຍວື ຂາຍໄດ້ 26.745.000ກີບ.

ແລະບ້ານຫ້ວຍເລົາ ໄດ້76.672.000ກີບ ມີຄອບຄົວຂາຍກາເຟ11ຄອບຄົວ, ຄອບຄົວຂາຍຫລາຍສຸດແມ່ນ ຄອບຄົວ ທ່ານ ທອງໄມຊົງ ຂາຍໄດ້ 21.290.000ກີບ.

ນອກຈາກການຂາຍຜົນຜະລິດກາເຟໃຫ້ສະຫະກອນຕາມສັນຍາແລະໂກຕ້າກຳນົດແລ້ວ ສ່ວນຜົນຜະລິດທີ່ເຫລືອປະຊາຊົນຍັງສາມາດຂາຍໃຫ້ທຸລະກິດທົ່ວໄປເປັນຈຳນວນຫລາຍພໍສົມຄວນ.


ຈາກຜົນງານ,ຜົນໄດ້ຮັບດັ່ງກ່າວ ໄດ້ພິສູດສະແດງໃຫ້ເຫັນແລ້ວວ່າ: ບໍ່ວ່າການຜະລິດໃດໆກໍ່ຕາມ ຖ້າປະຊາຊົນມີຄວາມດຸຫມັ່ນຕັດສິນໃຈເຮັດແທ້ທຳຈິງ, ຈັບມືສາມັກຄີຈັດຕັ້ງເປັນກຸ່ມຜະລິດ,ເຮັດໃຫ້ຫລາຍ ຕິດພັນກັບເຕັກນິກວິຊາການ ແລະ ການຕະຫລາດ ເຊື່ອວ່າຕ້ອງມີຜົນໄດ້ຮັບຕາມມາ ຄືດັ່ງກຸ່ມປູກກາເຟ3ບ້ານ ທີ່ໄດ້ຮັບທຶນຊ່ວຍເຫລືອຈາກໂຄງການ Lao Z-49ໃນຄັ້ງນີ້.


ເຖິງວ່າມີຜົນໄດ້ຮັບເບື້ອງຕົ້ນຈະໄດ້ໃນຈຳນວນເງິນທີ່ຫຼາຍ ແຕ່ຖ້າທຽບໃສ່ເມືອງອື່ນທີ່ຈັດຕັ້ງປະຕິບັດພ້ອມກັນ ເຫັນວ່າຜົນຜະລິດກາເຟແລະລາຍຮັບຈາກການຂາຍ ຍັງຕ່ຳກວ່າເມືອງອື່ນ,ສະນັ້ນຮຽກຮ້ອງໃຫ້ປະຊາຊົນຈົ່ງສືບຕໍ່ແຂ່ງຂັນກັນຜະລິດໃຫ້ໄດ້ທັງປະລິມານແລະຄຸນນະພາບ.


ທາງຕົວແທນສະຫະກອນກ່າວເນັ້ນວ່າ ກາເຟ ແມ່ນພືດສິນຄ້າຍຸດທະສາດຍາວນານຂອງເມືອງຊ່ອນ ເປັນພືດສິນຄ້າທີ່ຈະສາມາດແກ້ໄຂຄວາມທຸກຍາກໄດ້ ຂໍໃຫ້ປະຊາຊົນເມືອງຊ່ອນ ສືບຕໍ່ຂະຫຍາຍໃຫ້ເປັນຂະບວນກວ້າງຂວາງ.