ເກີດເຫດຟ້າຜ່າງົວປະຊາຊົນຕາຍບາດດຽວ 26 ໂຕ ຢູ່ເມືອງງາ ສ້າງຄວາມເສຍຫາຍເກືອບ 200 ລ້ານກີບ

104

ເນື່ອງຈາກຝົນຕົກຫນັກ ລົມພັດແຮງໃນຄໍ່າຄືນຂອງວັນທີ 20 ກັນຍາ 2022 ຜ່ານມານີ້ ຢູ່ທີ່ບ້ານຫ້ວຍງ້ວນ, ເມືອງງາ, ແຂວງອຸດົມໄຊ ໄດ້ເກີດເຫດມີຟ້າຜ່າງົວຂອງປະຊາຊົນຕາຍ ຈໍານວນ 26 ໂຕ ເຊິ່ງຄາດວ່າໄດ້ສ້າງຄວາມເສຍຫາຍ ເກືອບ 200.000.000 ກີບ.

ອີງຕາມການໃຫ້ຂໍ້ມູນເບິ່ງຕົ້ນຂອງ ທ່ານ ບຸນແພງ ເຊຍເຍລີ ຫົວຫນ້າຫນ່ວຍງານລ້ຽງສັດ ຫ້ອງການກະສິກຳ ແລະ ປ່າໄມ້ເມືອງໃຫ້ຮູ້ວ່າ: ງົວດັ່ງກ່າວແມ່ນງົວຂອງ ທ້າວ ໄມ່ແສງ ມີທັງຫມົດ 30 ໂຕ ຖືກຟ້າຜາ 26 ໂຕ, ຕໍ່ເຫດການດັ່ງກ່າວພາກສ່ວນກ່ຽວຂ້ອງໄດ້ລົງກວດກາຕົວຈິງ ເຫັນວ່າຂົງເຂດດັ່ງກ່າວແມ່ນສ່ວນຫຍ້າລ້ຽງງົວ ສ່ວນຂົງເຂດຖືກຟ້າຜ່າເປັນເຂດຮາບພຽງ, ມີສຸມໄມ້ຊາງ ໃຊ້ເປັນບ່ອນຢູ່ຂອງງົວ ສັງເກດເຫັນຫນໍ່ໄມ້ຢູ່ຂົງເຂດດັ່ງກ່າວແຕກຫມູນທັງຫມົດ ແລະ ຕາມຕົນຕົວຂອງງົວມີຫລັກສະນະແຫລ້ກໍ່າ

ເຊິ່ງວິຊາການຫ້ອງການກະສິກຳ ແລະ ປ່າໄມ້ເມືອງງາ ໄດ້ແນະນໍາໃຫ້ຝັງງົວທີ່ຕາຍທັງຫມົດຕາມຫລັກວິຊາການ ແລະ ຫ້າມນໍາມາບໍໂພກ ເພາະອາດຈະມີຄວາມສ່ຽງໃນການຕິດເຊື້ອຈາກສັດສູ່ຄົນໄດ້


ພາບ-ຂ່າວ: ເມືອງງາ