ກຽມຈັດງານ “ສະບາຍດີຫຼວງພະບາງ ເຟັສ” ຄັ້ງທໍາອິດ ລະຫວ່າງ 6-12 ຕຸລານີ້ ເພື່ອກະຕຸ້ນການທ່ອງທ່ຽວພາຍໃນ

101

ງານສະບາຍດີຫຼວງພະບາງ ເຟັສ ( Sabaidee Luang Prang Fest ) ຈັດຍາວ 7 ວັນ ເພື່ອເປັນການກະຕຸ້ນການທ່ອງທ່ຽວພາຍໃນ ໃຫ້ຄົນພາຍໃນຫັນມາທ່ອງທ່ຽວພາຍໃນປະເທດໃຫ້ຫຼາຍຂຶ້ນ, ພ້ອມທັງສົ່ງເສີມການຫັນມາໃຊ້ຜະລິດຕະພັນພາຍໃນໃຫ້ນັບມື້ນັບຫຼາຍຂື້ນ ຄຽງຄູ່ກັບການຟື້ນຟູເສດຖະກິດຫຼັງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໂຄວິດ-19.

ພິທີຖະແຫຼງຂ່າວກຽມຈັດງານ ສະບາຍດີຫຼວງພະບາງເຟສ ຈັດຂື້ນວັນທີ 19 ກັນຍາ 2022 ຜ່ານມາ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໂດຍການເປັນປະທານຂອງ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ, ທ່ານ ໄຊ ສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ), ທ່ານ ນາງ ແວມະນີ ດວງດາລາ ຮອງ ປະທານ ສຄອ ແຂວງຫຼວງພະບາງ, ມີບັນດາແຂກທີ່ຖືກເຊີນຈາກບັນດາກະຊວງ, ສະມາຄົມທຸລະກິດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ຈັນທະຈອນ ວົງໄຊ ກ່າວວ່າ: ການຈັດງານ ສະບາຍດີ ຫຼວງພະບາງເຟສ ຄັ້ງນີ້ ແມ່ນເປັນກິດຈະກໍາທີ່ສໍາຄັນໜຶ່ງ ທີ່ໄດ້ຮັບການສະໜັບສະໜູນຈາກໂຄງການ “ສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ສາມາດເຊື່ອມຕໍ່ກັບຕະຫຼາດໃນຕ່ອງໂສ້ອຸດສາຫະກໍາການທ່ອງທ່ອງລາວແບບຍືນຍົງ” ຫຼື ເອີ້ນວ່າ (SUSTOUR Laos) ເຊິ່ງໂຄງການດັ່ງກ່າວນີ້ ເປັນໂຄງການໜຶ່ງທີ່ຢູ່ພາຍໃຕ້ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍມີຈຸດປະສົງ ເພື່ອແນ່ໃສ່ການຊຸກຍູ້ ແລະ ສົ່ງເສີມບັນຫາຫົວໜ່ວຍທຸລະກິດ ກໍຄືທຸລະກິດຂະໜາດນ້ອຍ ແລະ ກາງ ສາມາດເຊື່ອມໂຍງເຂົ້າສູ່ຕະຫຼາດ ເພື່ອໃຫ້ສາມາດແຂ່ງຂັນໃນຕະຫຼາດພາຍໃນ ແລະ ຕະຫຼາດສາກົນໄດ້. ພ້ອມດຽວກັນນີ້, ກໍເພື່ອເປັນການກະຕຸ້ນການທ່ອງທ່ຽວພາຍໃນ ໃຫ້ຄົນພາຍໃນຊາດຫັນມາທ່ອງທ່ຽວພາຍໃນປະເທດໃຫ້ຫຼາຍຂື້ນ ແລະ ພ້ອມທັງການສົ່ງເສີມການຫັນມາໃຊ້ຜະລິດຕະພັນພາຍໃນໃຫ້ນັບມື້ນັບຫຼາຍຂື້ນ ຄຽງຄູ່ກັບການຟື້ນຟູເສດຖະກິດຫຼັງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດ ຂອງໂຄວິດ 19 ແລະ ທີ່ສໍາຄັນແມ່ນເພື່ອສົ່ງເສີມບັນດາຫົວໜ່ວຍທຸລະກິດຜູ້ປະກອບການທີ່ຕິດພັນກັບການທ່ອງທ່ຽວ ເຊັ່ນ: ບັນດາທຸລະກິດທີ່ພັກ-ໂຮງແຮມ, ບໍລິສັດ ທ່ອງທ່ຽວ, ບໍລິສັດຂົນສົ່ງ, ບັນດາຜູ້ສະໜອງອາຫານ ແລະ ເຄື່ອງດື່ມ, ຫົວໜ່ວຍທຸລະກິດຫັດຖະກຳ, ກະສິກຳ ທີ່ເປັນສີໄມ້ລາຍມືຂອງຄົນລາວ.

ຮຸບປະກອບ

ທ່ານ ນາງ ແວວມະນີ ດວງດາລາ ກ່າວວ່າ: ເທຣນການທ່ອງທ່ຽວໃນປັດຈຸບັນ ເຫັນວ່ານັກທ່ອງທ່ຽວທັງພາຍໃນພາກພື້ນ ແລະ ທົ່ວໂລກ ໃຫ້ຄວາມສໍາຄັນໃນການເດີນທາງຢ່າງມີຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ຊອກຫາປະສົບການທີ່ເປັນເອກະຫຼັກຂອງທ້ອງຖີ່ນ ເຊິ່ງງານສະບາຍດີ ຫຼວງພະບາງເຟສ ຈະໄດ້ເຫັນຄວາມປະສົມປະສານກັນທີ່ລົງໂຕ ລະຫວ່າງ ການທ່ອງທ່ຽວທີ່ເປັນມິດຕໍ່ສິ່ງແວດລ້ອມ ມີຄວາມຮັບຜິດຊອບກັບສັງຄົມ ແລະ ສົ່ງເສີມເອກະຫຼັກວັດທະນາທຳ ຮີດຄອງປະເພນີ ທ້ອງຖິ່ນອັນແທ້ຈິງ. ຜູ້ຈັດງານຂອງພວກເຮົາແມ່ນມຸ້ງເນັ້ນສ້າງ ກິດຈະກໍາທີ່ເປັນເອກະລັກຂອງຫຼວງພະບາງແທ້ໆ ສິນຄ້າທີ່ນຳມາວາງໃນຕະຫຼາດ, ຜະລິດຕະພັນ ແມ່ນມາຈາກທ້ອງຖິ່ນ ແລະ ຕັ້ງໃຈຈັດງານນີ້ໃຫ້ແກ່ຜູ້ມາຢ້ຽມຢາມ ແຂວງຂອງພວກເຮົາ ມີຄວາມຮູ້ສຶກພິເສດ ແລະ ບໍ່ສາມາດຫາປະສົບການແບບນີ້ໄດ້ຈາກບ່ອນອື່ນ.

ຮູບປະກອບ

ງານ “ສະບາຍດີ ຫຼວງພະບາງເຟັສ – Sabaidee Luang Prang Fest” ຈັດຂື້ນເປັນຄັ້ງທໍາອິດ ທີ່ແຂວງຫຼວງພະບາງ ຈະຈັດຂຶ້ນເປັນເວລາ 7 ວັນ ລະຫວ່າງວັນທີ 6-12 ຕຸລາ 2022 ໃນຊ່ວງບຸນອອກພັນສາ ໂດຍມີກິດຈະກໍາພາຍໃນງານຕັ້ງແຕ່ວັນດັ່ງນີ້. ໄຕ້ທຽນມວນຊົນ ໃນ 12 ວັດ ສະຖານທີ່ແມ່ນວັດທາດນ້ອຍ ຫາ ວັດຊຽງທອງ (ວັນທີ 6-12 ຕຸລາ), ປະກວດໂຄມໄຟ ສະຖານທີ່ແມ່ນ ວັດໃໝ່ (ວັນທີ 6), ງານວາງສະແດງຜະລິດຕະພັນຫຼວງພະບາງ ທີ່ເຮືອນຈັນ (ວັນທີ 6-12), ຂະບວນການຖີບລົດສະເຫຼີມສະຫຼອງປີສາມັກຄີມິດຕະພາບລາວ-ຫວຽດນາມ ປີ 2022 ທີ່ໜ້າສໍານັກງານທ່ອງທ່ຽວແຂວງ (ວັນທີ 7), ໃສ່ຊຸດບູຮານຍ່າງຊົມເມືອງເກົ່າ ເລີ່ມແຕ່ຫໍພິພິດທະພັນ ຫາ ວັດຊຽງທອງ (ວັນທີ 7), ເວທີສົນທະນາ ນໍາພາລາວກ້າວສູ່ການທ່ອງທ່ຽວແບບຍືນຍົງ ທີ່ເຮືອນຈັນ (ວັນທີ 8), ແລ່ນມວນຊື່ນຊົມເມືອງ ເພື່ອໂຮງໝໍເພື່ອນລາວ ເສັ້ນທາງກາງເມືອງ (ວັນທີ 9), ປະກວດເຂົ້າໝົມພື້ນເມືອງຂອງຊາວຫຼວງພະບາງ ທີ່ເຮືອນຈັນ (ວັນທີ 9), ງານປະກວດຊຸດລາວຍ້ອນຍຸກ ທີ່ສູນຫັດຖະກໍາອອກພົບຕົກ (ວັນທີ 9), ບຸນກາເຟບ້ານເຮົາ ທີ່ສູນພາສາຝຣັ່ງ (ວັນທີ 8-10), ໃສ່ບາດມວນຊົນຕໍ່ໜ້າພະລາດຊະວັງ ທີ່ຕໍ່ໜ້າວັດໃໝ່ ຫາ ຫໍພິພິດທະພັນ​ (ວັນທີ 10), ບຸນໄຫຼເຮືອນໄຟ ທີ່ວັດທາດນ້ອຍ ຫາ ວັດຊຽງທອງ (ວັນທີ 11).

ທ່ານສາມາດສອບຖາມຂໍ້ມູນເພິ່ມເຕີມ ທີ່ ຫ້ອງການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ຫ້ອງການສະພາການຄ້າ ແຂວງ ຫຼວງພະບາງ.