ໄອເອັມເອັຟ ເຕືອນ ເສດຖະກິດໂລກຊະລໍຕົວໃນໄຕມາດ 3 ປີນີ້ ບາງປະເທດທົດຖອຍ

27

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ເຈີຣີ ໄຣຊ໌ ໂຄສົກກອງທຶນການເງິນລະຫວ່າງປະເທດ ( IMF ) ເປີດເຜີຍວ່າ: ທ່າອ່ຽງຂອງເສດຖະກິດໂລກ ຍັງມີຄວາມສ່ຽງສູງທີ່ຈະປະເຊີນກັບຂາລົງ ແລະ ຄາດວ່າເສດຖະກິດຂອງບາງປະເທດ ຈະເຂົ້າສູ່ສະພາວະທົດຖອຍໃນປີໜ້າ. ແນວໃດກໍຕາມ, ຂະນະນີ້ຍັງໄວເກີນໄປທີ່ຈະສະຫຼຸບວ່າສະພາວະເສດຖະກິດທົດຖອຍຈະແຜ່ລາມໄປທົ່ວໂລກ.

No photo description available.

ໂຄສົກ ໄອເອັມເອັຟ ລະບຸວ່າ: ຂະນະນີ້ມີຂໍ້ມູນບົ່ງຊີ້ວ່າ ເສດຖະກິດໂລກກຳລັງອ່ອນແອລົງໃນໄຕມາດ 3 ຂອງປີນີ້ ເນື່ອງຈາກໜຶ່ງໃນປັດໄຈຫຼັກນັ້ນມາຈາກອັດຕາເງິນເຟີ້ທົ່ວໂລກເພີ່ມຂຶ້ນ, ບັນຫາຕ່ອງໂສ້ອຸປະທານ ແລະ ການຄວບຄຸມນະໂຍບາຍການເງິນຢ່າງເຂັ້ມງວດ.

No photo description available.

ໂຄສົກ ໄອເອັມເອັຟ ເປີດເຜີຍວ່າ: ເສດຖະກິດໂລກມີຄວາມສ່ຽງທີ່ຈະປະເຊີນກັບຂາລົງ ແລະ ຄາດວ່າບາງປະເທດຈະເຂົ້າສູ່ສະພາວະທົດຖອຍໃນປີໜ້າ, ໃນທາງເຕັກນິກແລ້ວ ຕໍ່ໃຫ້ບາງປະເທດບໍ່ໄດ້ປະເຊີນກັບສະພາວະທົດຖອຍ ແຕ່ປະຊາຊົນຈຳນວນຫຼາຍທົ່ວໂລກກໍຮູ້ສຶກໄດ້ວ່າພວກເຂົາກຳລັງປະເຊີນກັບເສດຖະກິດທົດຖອຍ ໂດຍສະເພາະໃນທະວີບອາຟຣິກກາ ເຊິ່ງມີປະຊາກອນຕົກຢູ່ໃນຄວາມອຶດຫິວ 1/3 ໃນໄລຍະ 2 ປີຜ່ານມາ ໂດຍໄດ້ສົ່ງຜົນກະທົບຕໍ່ປະຊາຊົນຫຼາຍເຖິງ 123 ລ້ານຄົນ, ໂຄສົກ ໄອເອັມເອັຟ ກ່າວ.