ນະຄອນໄກສອນ​ ພົມວິຫານ​ ກຽມຈັດງານປະເພນີອອກພັນສາ-ຊ່ວງເຮືອ​ ທີ່ທ່າວັດໃຫຍ່ໄຊຍະພູມ ວັນທີ 1-11​ ຕຸລານີ້

182

ວັນທີ​ 13​ ກັນຍາ​ 2022​ ນີ້​ ເຈົ້າ​ຄອງ​ນະຄອນໄກສອນ​ພົມວິຫານ​ ແຂວງສະຫວັນນະເຂດ​ ແຈ້ງເຖິງບັນດາເຈົ້າເມືອງ 14 ເມືອງ, ບັນດາກຳມະການພັກຜູ້ຊີ້ນຳ 13​ ກຸ່ມບ້ານທົ່ວນະຄອນ, ນາຍບ້ານທົ່ວນະຄອນ, ສະໂມສອນເຮືອຊ່ວງພາຍໃນແຂວງສະຫວັນນະເຂດ ແລະ ຕ່າງແຂວງ, ບັນດາພະແນກການກົມກອງ, ບໍລິສັດ ຫ້າງຮ້ານ ແລະ ບັນດາອົງການຈັດຕັ້ງທັງພາກລັດ-ເອກະຊົນ ທີ່ມີ
ເຮືອຊ່ວງ​ ເຊີນເອົາເຮືອພາຍເຂົ້າຮ່ວມແຂ່ງຂັນຊ່ວງເຮືອ ປະຈໍາປີ 2022 ທີ່ ສະໜາມທ່າວັດໃຫຍ່ໄຊຍະພູມ​ ເຊິ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 01-11 ຕຸລາ 2022.

ການແຂ່ງຂັນເຮືອຊ່ວງ ປະກອບມີການແຂ່ງຂັນເຮືອ 02 ລຸ້ນຄື: ເຮືອລຸ້ນໃຫຍ່ 41 – 55 ສີພາຍ​ ແລະ​ ເຮືອລຸ້ນກາງ​ 31 – 40 ສີພາຍ.
ສໍາລັບເງື່ອນໄຂ, ຂອງຂວັນລາງວັນ ພົວພັນສະໝັກໄດ້ທີ່: ຫ້ອງການສຶກສາທິການ ແລະ ກິລານະຄອນໄກ
ສອນພົມວິຫານ (ໜ່ວຍງານກິລາກາຍະກໍາ) ຂ້າງສະໂມສອນດອກປີກໄກ່ຂອງແຂວງ (ບ້ານທ່າເມືອງ) ເລີ່ມແຕ່ວັນປະກາດແຈ້ງການສະບັບນີ້ເປັນຕົ້ນໄປໃນໂມງລັດຖະການ, ປິດຮັບສະໝັກວັນທີ 06 ຕຸລາ 2022.

ວັນທີ 07 ຕຸລາ 2022, ເວລາ 08:30 ນາທີ ປະຊຸມຈັບສະຫຼາກແບ່ງສາຍ​ ທີ່ຫ້ອງການສຶກສາທິການ ແລະ
ກິລານະຄອນ (ທີ່ໜ່ວຍງານກິລາກາຍະກຳ), ໂທ: 020-59663242, 99303281, 58533522, 55741112.​
ເຮືອທີ່ເຂົ້າຮ່ວມການແຂ່ງຂັນແຕ່ລະລຸ້ນ ຂໍໃຫ້ຜູ້ຈັດການເຮືອສົ່ງລາຍຊື່ສີພາຍຂອງຕົນໃຫ້ຄະນະກໍາມະການໃນມື້ຈັບສະຫຼາກແບ່ງສາຍ ເພື່ອຄວາມເປັນລະບຽບຮຽບຮ້ອຍ.