ມອບ-ຮັບ ຂົວອູ່ຂ້າມນໍ້າແຊງ ເມືອງວຽງຄຳ ແຂວງຫຼວງພະບາງ ຄວາມຍາວ 148 ແມັດ ມູນຄ່າ 2,5 ຕື້ກີບ

65

ວັນທີ 12 ກັນຍາ (09) 2022ທີ່ສະໂມສອນໃຫຍ່ຂອງເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ມີພິທີມອບ-ຮັບຂົວອູ່ຂ້າມນໍ້າແຊງ ໂດຍການເຂົ້າຮ່ວມ ຂອງທ່ານ ຊາຍພອນ ຈັນທຸມມາ ກໍາມະການພັກແຂວງ, ເຈົ້າເມືອງວຽງຄໍາ, ທ່ານ ປຣົ່ງຫວ່າງ ຫວ່າງເຈຍຊ່າ ກໍາມະການພັກແຂວງ ຫົວໜ້າພະແນກໂຍທາທິການ ແລະ ຂົງສົ່ງແຂວງຫຼວງພະບາງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກ, ຄະນະທີມງານບໍລິສັດຮັບເໝົາກໍ່ສ້າງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຕະຫຼອດຮອດອົງການບ້ານເຂດເທດສະບານເມືອງ ເຂົ້າຮ່ວມ.

ໃນພິທີ ທ່ານ ກອງສີ ພິໄລລັກ ປະທານບໍລິສັດ ພິໄລລັກ ໄດ້ຜ່ານບົດສະຫຼຸບກ່ຽວກັບການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງຂົວອູ່ຂ້າມນໍ້າແຊງວ່າ: ໂຄງການກໍ່ສ້າງຂົວອູ່ຂ້າມນໍ້າແຊງຕັ້ງຢູ່ບ້ານວັງເຫິງ, ເມືອງວຽງຄໍາ ແຂວງຫຼວງພະບາງ ມີຄວາມຍາວທັງໝົດ 148,23 ແມັດ; ກ້ວາງ 1,5 ແມັດ; ມູນຄ່າການກໍ່ສ້າງທັງໝົດ 2.599.428.489 ກີບ. ທຶນດັ່ງກ່າວ ໂດຍແມ່ນທຶນປຸກລະດົມຈາກຫຼາຍພາກສ່ວນ ໂດຍສະເພາະ ພະແນກໂຍທາທິການ ແລະຂົນສົ່ງແຂວງຫຼວງພະບາງປະກອບສ່ວນຊ່ວຍເຫຼືອມູນຄ່າ 500 ລ້ານກີບ, ພະແນກແຜນການ ແລະການລົງທຶນແຂວງມູນຄ່າ 500 ລ້ານກີບ ນອກນີ້້ຍັງໄດ້ຮັບການປະກອບສ່ວນຈາກພາກສ່ວນອື່ນຕື່ມອີກ.

ໂຄງການໄດ້ເລີ່ມລົງມືກໍ່ສ້າງແຕ່ວັນທີ 10 ມີຖຸນາ 2022 ຫາວັນທີ 08 ກັນຍາ 2022 ຈຶ່ງສໍາເລັດ ລວມໄລຍະເວລາໃນການກໍ່ສ້າງທັງໝົດ 03 ເດືອນ ທຽບກໍານົດເວລາໃນສັນຍາການກໍ່ສ້າງ ສໍາເລັດໄວກວ່າ 45 ວັນ. ໂອກາດດຽວກັນນີ້ ກໍ່ໄດ້ເຊັນບົດບັກທຶກ ມອບ-ຮັບ ໂຄງການກໍ່ສ້າງ; ພາຍຫຼັງສໍາເລັດການກໍ່ສ້າງຂົວອູ່ດັ່ງກ່າວ ເຮັດໃຫ້ປະຊາຊົນສອງຝາກຝັ່ງແມ່ນໍ້າແຊງ, ພະນັກງານ-ຄູອາຈານ ແລະນ້ອງນ້ອຍນັກຮຽນໄປມາຫາສູ່ ແລະ ຈັດຂະບວນການຮຽນ-ການສອນ ຂອງໂຮງຮຽນ ມສ ວຽງຄໍາມີຄວາມສະດວກສະບາຍຍິ່ງຂຶ້ນ.

ຕອນທ້າຍ ທ່ານ ເຈົ້າເມືອງ ໄດ້ສະແດງຄວາມຂອບໃຈຕໍ່ພາກສ່ວນທີ່ໃຫ້ການຊ່ວຍເຫຼືອປະກອບສ່ວນໃນການກໍ່ສ້າງຂົວອູ່ໃນຄັ້ງນີ້ຈົນໄດ້ຮັບຜົນສໍາເລັດ ພ້ອມທັງມີຄໍາເຫັນຊີ້ນໍາຂະແໜງການທີ່ກ່ຽວຂ້ອງ, ອົງການປົກຄອງບ້ານເປັນເຈົ້າການຕິດຕາມ, ເຜີຍແຜ່ກົດລະບຽບການຊົມໃຊ້ ແລະພ້ອມກັນປົກປັກຮັກສາ ເພື່ອຊົມໃຊ້ໄດ້ຢ່າງຍາວນານ.
ຂ່າວ: ບຸນທັນ ໄຊຍະວົງ ຫ້ອງການ ຖວທ ເມືອງວຽງຄໍາ