ອັດຊ່ອງວ່າງການສວຍໂອກາດເກງກຳໄລຈາກປີ້ລົດໄຟ ຈາກນີ້ທຸກປີ້ຕ້ອງມີຊື່ຄົນໂດຍສານ

77

ເພື່ອຫຼຸດຊ່ອງທາງໃຫ້ແກ່ຜູ້ທີ່ສວຍໂອກາດ ໃນການຊື້ປີ້ໄປຂາຍຕໍ່ເພື່ອເກງລາຄາ ແລະ ເພື່ອຮັກສາຜົນປະໂຫຍດໃຫ້ແກ່ຜູ້ມາໃຊ້ບໍລິການ ບໍລິສັດລົດໄຟ ລາວ-ຈີນ ໄດ້ແຈ້ງປະກາດການນໍາໃຊ້ຊື່ແທ້ໃນປີ້ລົດໄຟໂດຍສານ ເສັ້ນທາງລົດໄຟ ລາວ-ຈີນ ໂດຍເລີ່ມປະປະຕິບັດຕາມປະກາດແຈ້ງການດັ່ງກ່າວນັບຕັ້ງແຕ່ວັນທີ 13 ກັນຍາ 2022 ນີ້ເປັນຕົ້ນໄປ.


ໂດຍແຈ້ງລາຍລະອຽດແຈ້ງການມີດັ່ງນີ້ : ເຖິງບັນດາຜູ້ໂດຍສານທີ່ຮັກແພງ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍການຂົນສົ່ງໂດຍສານຜ່ານທາງລົດໄຟ, ຮັບປະກັນຜູ້ໂດຍສານໄດ້ຮັບສິດ ແລະ ຜົນປະໂຫຍດຕາມກົດຫມາຍ, ເສັ້ນທາງລົດໄຟ ລາວ-ຈີນ, ຂໍແຈ້ງການວ່ານັບແຕ່ວັນທີ 13 ກັນຍາ 2022 ຈະເລີ່ມປະຕິບັດການ ໃຊ້ຊື່ແທ້ໃນລະບົບການຊື້ປີ້ລົດໄຟ.


ເງື່ອນໄຂທີ່ກ່ຽວຂ້ອງ: ໃນເວລາຊື້ປີຜູ້ຊື້ປີ້ລົດໄຟຕ້ອງຖືເອກະສານບັດປະຈໍາຕົວ ຫຼື ສະບັບສໍາເນົາທີ່ ມີຜົນນໍາໃຊ້ຂອງຜູ້ທີ່ຈະຂື້ນນັ່ງລົດໄຟ, ລວມທັງບັດປະຈໍາຕົວປະຊາຊົນລາວ,ອສໍາມະໂນຄົວ, ໜັງສືຜ່ານແດນ ແລະ ໜັງສືຜ່ານແດນສໍາລັບຄົນຕ່າງປະເທດ; ໃນເວລາເຂົ້າສະຖານີເພື່ອຂື້ນລົດໄຟ, ຄົນຈະຂື້ນລົດໄຟຕ້ອງຖືເອກະສານ ບັດປະຈໍາຕົວທີ່ມີຜົນການນໍາໃຊ້ສະບັບແທ້, ເພື່ອໃຫ້ພະນັກງານປະຈໍາ ສະຖານີດໍາເນີນການສຸມກວດປີ້ລົດໄຟ, ຕໍ່ກັບບຸກຄົນບໍ່ໃຫ້ຄວາມຮ່ວມມື ຫຼື ເວລາລຸ່ມກວດພົບວ່າປີ້ກັບເອກະສານທຸກຄົນບໍ່ກົງກັນ, ພະນັກງານປະຈໍາສະຖານີມີສິດໃນປະຕິເສດໃຫ້ເຂົ້າສະຖານີ; ແລະ ສໍາລັບ ປີ້ລົດໄຟເດັກແອນ້ອຍ ແລະ ເດັກນ້ອຍທີ່ຂື້ນລົດໄຟຟີຣຈະບໍ່ປະຕິບັດການ ກວດກາຊື່ແທ້ຂື້ນລົດໄຟ.


ສ່ວນລະບຽບການຊື້ປີ້ລົດໄຟແມ່ນ ເອກະສານນໍາໃຊ້ໃນມື້ດຽວກັນຖ້ຽວລົດໄຟດຽວກັນຈະສາມາດຊື້ປີ້ໄດ້ ພຽງ 1 ປີ້ຕໍ່ 1 ຖ້ຽວລົດ; ຜູ້ໂດຍສານຄວນກວດກາຂໍ້ມູນທີ່ຢູ່ໃນເວລາຊື້ປີ້ລົດໄຟໃນເວລາຊື້ປີ້ລົດໄຟ, ຖ້າພົບວ່າຂໍ້ມູນບັດປະຈໍາຕົວບໍ່ຖືກກັບຢູ່ໃນໜ້າາປີ້ລົດໄຟ, ສົ່ງມອບໃຫ້ພະນັກງານຂາຍປີ້ ອອກປີ້ໃໝ່ໃຫ້. ໃນເວລາຜູ້ໂດຍສານຊື້ປີ້ຕ້ອງກວດກາຂໍ້ມູນທີ່ຢູ່ໃນຈຸດຂາຍປີ້, ຖ້າອອກຈາກຈຸດຂາຍປີ້ກັບຄືນມາແຈ້ງວ່າຂໍ້ມູນ ແລະ ຂໍ້ມູນເອກະສານບໍ່ກົງກັນ,ຜູ້ໂດຍສານຈະເປັນຜູ້ ຮັບຜິດຊອບເອງ; ແລະ ຜູ້ໂດຍສານຫຼັງຈາກຊື້ປີ້ແລ້ວຄວນເກັບຮັກສາປີ້ລົດໄຟໄວ້ໃຫ້ດີ, ຕ້ອງໃຫ້ໜ້າ ປີ້ລົດໄຟມີຂໍ້ມູນຊັດເຈນ, ສາມາດອ່ານອອກໄດ້ ແລະ ຮັກສາໜ້າປີ້ທີ່ມີຂໍ້ມູນໃຫ້ດີ.


ສໍາລັບ ລະບຽບການປ່ຽນປີ້ ແລະ ຖອນປີ້: ໃນເວລາຜູ້ຂື້ນລົດໄຟມາດໍາເນີນການເອງ, ໃນເວລາຊື້ປີ້ນໍາໃຊ້ ເອກະສານບັດປະຈໍາຕົວທີ່ມີຜົນນໍາໃຊ້ສະບັບແທ້ ຫຼື ສະບັບສໍາເນົາ, ໃນການກວດກາ ຢັ້ງຢືນປີ້ ກັບເອກະສານກົງກັນຈຶ່ງສາມາດດໍາເນີນການໄດ້; ແລະ ໃນກໍລະນີໃຫ້ຜູ້ອື່ນມາດໍາເນີນການແທນ, ຈະອີງຕາມປີ້ລົດໄຟ ແລະ ເອກະສານບັດປະຈໍາຕົວທີ່ມີຜົນນໍາໃຊ້ໃນເວລາຊື້ປີ້ສະບັບແທ້, ຖ້າບໍ່ມີເອກະສານບັດປະຈໍາຕົວທີ່ມີຜົນນໍາໃຊ້ໃນເວລາຊື້ປີ້ສະບັບແທ້, ຕ້ອງອີງຕາມ ປີ້ລົດໄຟ ແລະ ເອກະສານ ບັດປະຈໍາຕົວຄົນທີ່ມາດໍາເນີນການແທນສະບັບແທ້ແລະ ເອກະສານບັດປະຈໍາຕົວ ສະບັບສໍາເນົາເວລາມາຊື້ປີ້ລົດໄຟໃນການດໍາເນີນການ.