ລະບຽບໃໝ່! ຊື້ປີ້ລົດໄຟ ຕ້ອງມີເອກະສານຢັ້ງຢືນຕົວຕົນ ພ້ອມພິມຊື່ແທ້ຂອງຜູ້ໂດຍສານໃນປີ້ ເລີ່ມ 13 ກັນຍານີ້

163

ເພື່ອປ້ອງກັນການຊື້ປີ້ໄປຂາຍຕໍ່, ຂາຍເກງກຳໄລ, ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ອອກມາດຕະການໃໝ່ ໃຫ້ຜູ້ຊື້ປີ້ໂດຍສານລົດໄຟລາວ-ຈີນ ຕ້ອງນໍາໃຊ້ບັດປະຈຳຕົວ ຫຼື ເອກະສານຂອງແທ້ ຢັ້ງຢືນຕົວຕົນ ພ້ອມພີມລາຍຊື່ໃສ່ປີ້ໃຫ້ກົງກັນ ແລະ ເວລາພະນັກງານສຸ່ມກວດ ຖ້າພົບວ່າປີ້ກັບເອກະສານບຸກຄົນບໍ່ກົງກັນ, ພະນັກງານປະຈຳສະຖານີມີສິດໃນປະຕິເສດໃຫ້ເຂົ້າສະຖານີ.

ວັນທີ 13 ກັນຍາ 2022 ບໍລິສັດລົດໄຟລາວ-ຈີນ ຈຳກັດ ແຈ້ງວ່າເຖິງບັນດາຜູ້ໂດຍສານ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍການຂົນສົ່ງໂດຍສານຜ່ານທາງລົດໄຟ, ຮັບປະກັນຜູ້ໂດຍສານໄດ້ຮັບສິດ ແລະ ຜົນປະໂຫຍດຕາມກົດໝາຍ, ເສັ້ນທາງລົດໄຟລາວ-ຈີນ, ຂໍແຈ້ງການວ່ານັບແຕ່ວັນທີ 13 ກັນຍາ 2022 ຈະເລີ່ມປະຕິບັດການນຳໃຊ້ຊື່ແທ້ໃນລະບົບການຊື້ປີ້ລົດໄຟ.
I. ເງື່ອນໄຂທີ່ກ່ຽວຂ້ອງມີດັ່ງນີ້: 1. ໃນເວລາຊື້ປີ້ຜູ້ຊື້ປີ້ລົດໄຟຕ້ອງຖືເອກະສານບັດປະຈໍາຕົວ ຫຼື ສະບັບສຳເນົາທີ່ມີຜົນນຳໃຊ້ຂອງຜູ້ທີ່ຈະຂຶ້ນນັ່ງລົດໄຟ, ລວມທັງບັດປະຈໍາຕົວປະຊາຊົນລາວ, ສໍາມະໂນຄົວ, ໜັງສືຜ່ານແດນ ແລະ ໜັງສືຜ່ານແດນສໍາລັບຄົນຕ່າງປະເທດ.

ແບບຢ່າງປີ້ ໃສ່ຊື່ຜູ້ໂດຍສານ ແລະ ຂ້ໍມູນເອກະສານ

2. ໃນເວລາເຂົ້າສະຖານີເພື່ອຂຶ້ນລົດໄຟ, ຄົນຈະຂຶ້ນລົດໄຟຕ້ອງຖືເອກະສານບັດປະຈຳຕົວທີ່ມີຜົນການນຳໃຊ້ສະບັບແທ້ ເພື່ອໃຫ້ພະນັກງານປະຈຳສະຖານີເນີນການສຸ່ມກວດປີ້ລົດໄຟ, ຕໍ່ກັບບຸກຄົນບໍ່ໃຫ້ຄວາມຮ່ວມມື ຫຼື ເວລາສຸ່ມກວດພົບວ່າປີ້ກັບເອກະສານບຸກຄົນບໍ່ກົງກັນ, ພະນັກງານປະຈຳສະຖານີມີສິດໃນປະຕິເສດໃຫ້ເຂົ້າສະຖານີ. 3. ປີ້ລົດໄຟເດັກແອນ້ອຍ ແລະ ເດັກນ້ອຍທີ່ຂຶ້ນລົດໄຟຟຮີຈະບໍ່ປະຕິບັດການກວດກາຊື່ແທ້ຂຶ້ນລົດໄຟ.

II ລະບຽບການຊື້ປີ້ລົດໄຟມີດັ່ງນີ້: 1. ເອກະສານທີ່ມີຜົນນໍາໃຊ້ໃນມື້ດຽວກັນຖ້ຽວລົດໄຟດຽວກັນຈະສາມາດໃຊ້ປີ້ໄດ້ພຽງ 1 ປີ້ຕໍ່ 1 ຖ້ຽວລົດ. 2. ຜູ້ໂດຍສານຄວນກວດກາຂໍ້ມູນທີ່ຢູ່ປີ້ໃນເວລາຊື້ປີ້ລົດໄຟ, ຖ້າພົບວ່າຂໍ້ມູນບັດປະຈຳຕົວ ບໍ່ຖືກກັບໃນໜ້າປີ້ລົດໄຟ, ສົ່ງມອບໃຫ້ພະນັກງານຂາຍປີ້ອອກປີ້ໃໝ່ໃຫ້, ໃນເວລາຜູ້ໂດຍສານຊື້ປີ້ຕ້ອງກວດກາຂໍ້ມູນທີ່ຢູ່ໃນປີ້ນະຈຸດຂາຍປີ້, ຖ້າອອກຈາກຈຸດຂາຍປີ້ກັບຄືນມາແຈ້ງວ່າຂໍ້ມູນ ແລະ ຂໍ້ມູນເອກະສານບໍ່ກົງກັນ, ຜູ້ໂດຍສານຈະເປັນຜູ້ຮັບຜິດຊອບເອງ. 3. ຜູ້ໂດຍສານຫຼັງຈາກຊື້ປີ້ແລ້ວຄວນເກັບຮັກສາປີ້ລົດໄຟໄວ້ໃຫ້ດີ, ຕ້ອງໃຫ້ໜ້າປີ້ລົດໄຟມີຂໍ້ມູນຊັດເຈນ, ສາມາດອ່ານອອກໄດ້ ແລະ ຮັກສາໜ້າປີ້ທີ່ມີຂໍ້ມູນໃຫ້ດີ.

III. ລະບຽບການປ່ຽນປີ້ ແລະ ຖອນປີ້ ມີດັ່ງນີ້: 1. ໃນເວລາຜູ້ຂຶ້ນລົດໄຟມາດໍາເນີນການເອງ, ຈະອີງປີ້ແລະໃນເວລາຊື້ປີ້ ນຳໃຊ້ເອກະສານບັດປະຈຳຕົວທີ່ມີຜົນນໍາໃຊ້ສະບັບແທ້ ຫຼື ສະບັບສຳເນົາ, ໃນການກວດກາຢັ້ງຢືນປີ້ ກັບເອກະສານກົງກັນຈຶ່ງສາມາດດຳເນີນການໄດ້. 2. ໃນກໍລະນີໃຫ້ຜູ້ອື່ນມາດໍາເນີນການແທນ, ຈະອີງຕາມປີ້ລົດໄຟ ແລະ ເອກະສານບັດປະຈຳຕົວທີ່ມີຜົນນໍາໃຊ້ໃນເວລາຊື້ປີ້ສະບັບແທ້, ຖ້າບໍ່ມີເອກະສານບັດປະຈໍາຕົວທີ່ມີຜົນນໍາໃຊ້ໃນເວລາຊື້ປີ້ສະບັບແທ້, ຕ້ອງອີງຕາມປີ້ລົດໄຟ ແລະ ເອກະສານບັດປະຈໍາຕົວຄົນທີ່ມາດຳເນີນການແທນສະບັບແທ້ ແລະ ເອກະສານບັດປະຈໍາຕົວສະບັບສຳເນົາເວລາມາຊື້ປີ້ລົດໄຟໃນການດໍາເນີນການ.
IV ລາຍການທີ່ບໍ່ໄດ້ກ່າວເຖິງນອກຈາກນີ້ ແມ່ນອີງຕາມລະບຽບການທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດ.