ຄໍາສັ່ງ ຍົກເລີກການເກັບອາກອນ ແບບຈີກປີ້ປະຈໍາວັນ ແລະ ອອກບັດປະຈຳເດືອນນຳວິສາຫະກິດຂະໜາດນ້ອຍ

207

ກະຊວງການເງິນ ອອກຄຳສັ່ງ ເລກທີ 2713/ກງ ລົງວັນທີ 7 ກັນຍາ 2022 ວ່າດ້ວຍການຍົກເລີກການເກັບອາກອນ ແບບຈີກປີ້ປະຈໍາວັນ ແລະ ອອກບັດປະຈຳເດືອນ ນຳວິສາຫະກິດຂະໜາດນ້ອຍ, ນໍາບຸກຄົນ ແລະ ຊາວກະສິກອນ ທີ່ເປັນພົນລະເມືອງລາວ ທີ່ຄ້າຂາຍສິນຄ້າຈາກຜົນຜະລິດກະສິກຳ ຢູ່ໃນຕະຫຼາດທົ່ວໄປ, ຕະຫຼາດຂາຍຜະລິດຕະພັນປອດສານພິດ, ຕະຫຼາດນັດ ແລະ ບັນດາຈຸດຂາຍຜົນຜະລິດກະສິກຳ; ໃຫ້ຍົກເລີກການເກັບອາກອນແບບຈີກປີ້ປະຈໍາວັນ ແລະ ອອກບັດປະຈໍາເດືອນ ນໍາວິສາຫະກິດຂະໜາດນ້ອຍ ທີ່ມີໃບທະບຽນວິສາຫະກິດ ຫຼື ບໍ່ມີໃບທະບຽນວິສາຫະກິດ ທີ່ມີລາຍຮັບປະຈຳປີແຕ່ 50,000,000 ກີບ(ຫ້າສິບລ້ານກີບ)ລົງມາ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.


ເພື່ອຈັດຕັ້ງປະຕິບັດມາດຕາ 29 ຂໍ້ 1 ຂອງກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບເລກທີ 67/ສພຊ ລົງວັນທີ 18 ມິຖຸນາ 2019 ໃຫ້ມີຜົນສັກສິດ, ແນໃສ່ຊຸກຍູ້ສົ່ງເສີມວິສາຫະກິດຂະໜາດນ້ອຍໃຫ້ມີການເຕີບໃຫຍ່ ຂະຫຍາຍຕົວ ຕາມນະໂຍບາຍທີ່ໄດ້ກຳນົດໃນກົດໝາຍ ທັງເປັນການຄຸ້ມຄອງເກັບລາຍຮັບສ່ວຍສາອາກອນ ໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍກໍານົດ
ດັ່ງນັ້ນ, ລັດຖະມົນຕີກະຊວງການເງິນ ອອກຄຳສັ່ງ : ໃຫ້ຍົກເລີກການເກັບອາກອນແບບຈີກປີ້ປະຈຳວັນ ແລະ ອອກບັດປະຈຳເດືອນ ນໍາບຸກຄົນ ແລະ ຊາວກະສິກອນ ທີ່ເປັນພົນລະເມືອງລາວ ທີ່ຄ້າຂາຍສິນຄ້າຈາກຜົນຜະລິດກະສິກຳ ຢູ່ໃນຕະຫຼາດທົ່ວໄປ, ຕະຫຼາດຂາຍຜະລິດຕະພັນປອດສານພິດ, ຕະຫຼາດນັດ ແລະ ບັນດາຈຸດຂາຍຜົນຜະລິດກະສິກຳ; ໃຫ້ຍົກເລີກການເກັບອາກອນແບບຈີກບີ້ປະຈໍາວັນ ແລະ ອອກບັດປະຈໍາເດືອນ ນໍາວິສາຫະກິດຂະໜາດ ນ້ອຍ ທີ່ມີໃບທະບຽນວິສາຫະກິດ ຫຼື ບໍ່ມີໃບທະບຽນວິສາຫະກິດ ທີ່ມີລາຍຮັບປະຈຳປີແຕ່ 50.000.000 ກີບລົງມາ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 29 ຂໍ້ 1 ຂອງກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບເລກທີ 67/ສພຊລົງວັນທີ18 ມິຖຸນາ 2019.

ໃຫ້ສ່ວຍສາອາກອນປະຈຳແຂວງ, ນະຄອນຫຼວງ, ສ່ວຍສາອາກອນ ປະຈຳ ເມືອງນະຄອນ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນທ້ອງຖິ່ນຂອງຕົນ ດຳເນີນການປະເມີນລາຍຮັບທຸລະກິດຂອງບັນດາຫົວໜ່ວຍທຸລະກິດ ທີ່ຂື້ນກັບການຄຸ້ມຄອງຂອງຕົນ ໃຫ້ມີຄວາມຖືກຕ້ອງຊັດເຈນ ຕາມການເຄື່ອນໄຫວທຸລະກິດຕົວຈິງ, ເພື່ອເຮັດໃຫ້ການຄຸ້ມຄອງເກັບອາກອນ ຖືກຕ້ອງສອດຄ່ອງ ຕາມກົດໝາຍ.


ສໍາລັບຫົວໜ່ວຍທຸລະກິດ ທີ່ມີລາຍຮັບປະຈໍາປີ ແຕ່ 50.000.000 ກີບ ຫາ 400.000.000 ກີບ, ໃຫ້ຄິດໄລ່ເກັບອາກອນໃນຮູບແບບຈຸນລະວິສາຫະກິດ ຕາມອັດຕາທີ່ໄດ້ກຳນົດໄວ້ໃນມາດຕາ 29 ຂໍ້ 2 ຂອງກົດໝາຍວ່າດ້ວຍອາກອນລາຍໄດ້ ສະບັບເລກທີ 67/ສພຊ, ລົງວັນທີ 18 ມິຖຸນາ 2019 ໂດຍການສ້າງບົດບັນທຶກຮັບຮູ້ຮ່ວມກັນ ແລະ ກໍານົດເວລາໃນການມອບອາກອນ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 32 ຂໍ້ 5 ຂອງກົດໝາຍວ່າດ້ວຍການຄຸ້ມ ຄອງສ່ວຍສາອາກອນ ສະບັບເລກທີ 66/ສພຊ; ເຈົ້າໜ້າທີ່ສ່ວຍສາອາກອນ ຕ້ອງເປັນເຈົ້າການ ຕິດຕາມ, ຊຸກຍູ້ ແລະ ເລັ່ງທວງ ໃຫ້ຫົວໜ່ວຍທຸລະກິດ ແຈ້ງ ແລະ ມອບອາກອນ ຢ່າງເປັນປົກກະຕິ ແລະ ທັນກໍານົດເວລາ ຕາມທີ່ໄດ້ລະບຸໄວ້ໃນສັນຍາ; ຫ້າມເຈົ້າໜ້າທີ່ສ່ວຍສາອາກອນ ແລະ ອໍານາດການປົກຄອງຂັ້ນຕ່າງໆ ເກັບອາກອນ ຕາມທີ່ໄດ້ກຳນົດໃນຂໍ້ 1 ແລະ 2 ຂ້າງເທິງນີ້ຢ່າງເດັດຂາດ, ຖ້າລະເມີດຈະຖືກປະຕິບັດວິໄນ ຕາມກົດໝາຍ ແລະ ລະບຽບການ.

ພ້ອມນີ້, ກົມສ່ວຍສາອາກອນ, ສ່ວຍສາອາກອນ ປະຈຳແຂວງ, ນະຄອນຫລວງ, ສ່ວຍສາອາກອນ ປະຈຳ ເມືອງນະຄອນ ແລະ ອຳນາດການປົກຄອງທ້ອງຖິ່ນຂັ້ນຕ່າງໆ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້ຢ່າງເຂັ້ມງວດ; ຄໍາສັ່ງສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນຄໍາສັ່ງ ສະບັບເລກທີ 1034/ກງ ລົງວັນທີ 04 ເມສາ 2019.