ທຄຕລ ເຊັນສັນຍາຮ່ວມມືກັບ ບໍລິສັດ ດາວທຽມລາວ ໃນການຊຳລະຄ່າບໍລິການຕ່າງໆຜ່ານ BILL PAYMENT

109

ວັນທີ 9 ກັນຍາ 2022 ທີ່ສຳນັກງານໃຫຍ່ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ຈັດພິທີເຊັນສັນຍາການຮ່ວມມືລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ແລະ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ວ່າດ້ວຍການບໍລິການຊຳລະສະສາງຄ່າບໍລິການຕ່າງໆຜ່ານ ທຄຕລ (BILL PAYMENT) ຕາງໜ້າລົງນາມໂດຍ ທ່ານ ນາງ ສາຍສະໜອນ ຈັນທະຈັກ ຜູ້ອຳນວຍການ ທຄຕລ ແລະ ທ່ານ Mr WU FANGJIE ຜູ້ອຳນວຍການ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໂດຍ ຄະນະຜູ້ບໍລິຫານທັງສອງຝ່າຍ, ຄະນະພະແນກ, ຄະນະສູນຂອງ ທຄຕລ ພາຍໃນນະຄອນຫຼວງວຽງຈັນ ຕະຫຼອດຮອດພະນັກງານຂອງທັງສອງຝ່າຍ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ.

ທ່ານ ນາງ ສາຍສະໜອນ ຈັນທະຈັກ ຜູ້ອຳນວຍການ ທຄຕລ ກ່າວວ່າ: ການບໍລິການຊຳລະຄ່າສາທາລະນຸປະໂພກຜ່ານລະບົບທະນາຄານ (ຫຼື Bill Payment) ຂອງ ທຄຕລ ໄດ້ເລີ່ມໃຫ້ບໍລິການທຳອິດໃນປີ 2012 ແລະ ເປັນບໍລິການທີ່ໄດ້ມີການຊົມໃຊ້ຫຼາຍ. ມາຮອດປະຈຸບັນ, ທຄຕລ ໄດ້ໃຫ້ບໍລິການ Bill Payment ຮ່ວມກັບ 54 ພາກສ່ວນ ໃນນັ້ນປະກອບມີການໃຫ້ບໍລິການຊຳລະຄ່າສາທາລະນຸປະໂພກພື້ນຖານ ເຊັ່ນ: ຊຳລະຄ່າໄຟຟ້າ, ນໍ້າປະປາ, ແລະ ຄ່າໂທລະສັບ, ຄ່າພາສີອາກອນ, ຄ່າສາຍເຊົ່າ, ບັດນໍ້າມັນ, ຄ່າບັດຂ້າມຂົວມິດຕະພາບລາວ-ໄທແຫ່ງທີ 1 ແລະ ຊຳລະຄ່າງວດເຊົ່າສິນເຊື່ອ ເຊິ່ງການບໍລິການ Bill Payment ທຄຕລ ໄດ້ພັດທະນາໃຫ້ສາມາດຊຳລະຜ່ານຫຼາຍຊ່ອງທາງຄື: ຜ່ານ BCEL One, i-Bank ແລະ ຜ່ານປ່ອງບໍລິການ ທຄຕລ, ທຄຕລ ພວກເຮົາເຊື່ອໝັ້ນວ່າ ຖ້າຂະຫຍາຍການຊຳລະແບບອີເລັກໂທຣນິກນີ້ອອກໄປໃຫ້ກວ້າງຂວາງເທົ່າໃດ ກໍຈະເປັນການສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ລູກຄ້າຂອງທະນາຄານໃນການທີ່ຊົມໃຊ້ການບໍລິການທີ່ຫຼາກຫຼາຍຜູ້ປະກອບການຂຶ້ນເທົ່ານັ້ນ.

ສັນຍາວ່າດ້ວຍການຮ່ວມມືການຊຳລະຄ່າບໍລິການຜ່ານ ທຄຕລ (Bill Payment) ລະຫວ່າງ ແລະ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ໃນຄັ້ງນີ້ ແມ່ນເພື່ອອໍານວຍຄວາມສະດວກຫຼາຍຂຶ້ນ ໃນການຊຳລະຄ່າບໍລິການຕ່າງໆຂອງບໍລິສັດດາວທຽມລາວ ຜ່ານ ທຄຕລ ເພື່ອເພີ່ມຊ່ອງທາງການໃຫ້ບໍລິການລູກຄ້າ ຂອງ ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ໃຫ້ມີຫລາຍຊ່ອງທາງຂຶ້ນຕື່ມ ໂດຍ ທຄຕລ ຈະໃຫ້ການບໍລິການຮັບຊຳລະຄ່າບໍລິການ ຄ່າຮັບຊົມກ່ອງຮັບສັນຍານໂທລະພາບຜ່ານດາວທຽມລາວ (Laosat HD) ຜ່ານເຄົາເຕີບໍລິການທົ່ວລະບົບ ທຄຕລ, ຜ່ານ BCEL One ແລະ ຜ່ານ BCEL I—Bank.