ປຶກສາຫາລືດ້ານນະໂຍບາຍ “ຜົນປະໂຫຍດສູງສຸດຈາກການສົ່ງອອກກະສິກຳຂອງ ສປປ ລາວ

59

ໃນວັນອັງຄານທີ 6 ກັນຍາ 2022, ກົມແຜນການ ແລະ ການຮ່ວມມື (DOPC) ແລະ ກົມສົ່ງເສີມກະສິກຳ ແລະ ສະຫະກອນ (DAEC) ໄດ້ເປັນເຈົ້າພາບຮ່ວມຈັດກອງປະຊຸມປຶກສາຫາລືດ້ານນະໂຍບາຍ “ຜົນປະໂຫຍດສູງສຸດຈາກການສົ່ງອອກກະສິກຳຂອງ ສປປ ລາວ”, ເຊິ່ງຈັດຂຶ້ນພາຍໃຕ້ກອບ ໂຄງການ “ພັດທະນາຄວາມສາມາດໃນລະບົບນະວັດຕະກຳກະສິກຳ: ເສີມຂະຫຍາຍຂອບເຂດເວທີກະສິກຳເຂດຮ້ອນ” (TAP-AIS) ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI), ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສົມໄຊ ສີຊານົນ ຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ,  (DAEC), ປະທານຮ່ວມ ຂອງ ທ່ານ ດຣ ພົມມີ ອິນທິຈັກ, ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື, ທ່ານ ນາຊາ ຮາຢັສ, ຜູ້ຕາງໜ້າອົງການ FAO ປະຈຳ ສປປ ລາວ, ທ່ານ ອິນປອນ ແສນຄຳຕີ, ຫົວໜ້າແຜນງານ ຂອງ ຫ້ອງການສະຫະພາບເອີຣົບ ຢູ່ ສປປ ລາວ.


ໂຄງການ TAP-AIS ແມ່ນໂຄງການລະດັບໂລກ ທີ່ໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ ເຊິ່ງເປັນສ່ວນໜຶ່ງຂອງໂຄງການ ທີ່ໃຫຍ່ກວ່າ ທີ່ຊື່ວ່າ “ການພັດທະນານະວັດຕະກໍາທີ່ສະຫຼາດ ໂດຍຜ່ານການຄົ້ນຄວ້າໃນຂະແໜງກະສິກໍາ (DeSIRA): ເພື່ອການຫັນປ່ຽນລະບົບກະສິກໍາ ແລະ ອາຫານ ຢູ່ໃນປະເທດກໍາລັງພັດທະນາ ໄປສູ່ລະບົບນະວັດຕະກຳດ້ານກະສິກໍາ ແລະ ຄວາມຮູ້ ທີ່ກ່ຽວຂ້ອງກັບສະພາບດິນຟ້າອາກາດ”. ໂຄງການດັ່ງກ່າວໄດ້ຮັບການປະຕິບັດໃນລະດັບໂລກ, ພາກພື້ນ ແລະ ປະເທດ ໃນ 9 ປະເທດ ເຊິ່ງມີ 3 ປະເທດໃນອາຊີ (ກໍາປູເຈຍ, ສປປ ລາວ ແລະ ປາກີສະຖານ), 5 ປະເທດໃນອາຟຣິກາ (ບູກີນາ ຟາໂຊ, ອີຣິດເຕຣຍ, ຣາວັນດາ, ແລະ ເຊເນການ); ແລະ 1 ປະເທດໃນອາເມລິກາລາຕິນ (ໂຄລໍາເບຍ) ຈາກ ເດືອນສິງຫາ 2019 ຫາ ເດືອນ ກໍລະກົດ 2023.


ໃນ ສປປ ລາວ, ໂຄງການດັ່ງກ່າວໄດ້ເຮັດວຽກກັບຫຼາຍພາກສ່ວນກ່ຽວຂ້ອງ ເພື່ອແນໃສ່ປະກອບສ່ວນຊຸກຍູ້ການຫັນປ່ຽນທີ່ຕິດພັນກັບດິນຟ້າອາກາດ, ການຜະລິດ ແລະ ການຫັນປ່ຽນລະບົບກະສິກຳ ແລະ ສະບຽງອາຫານແບບຍືນຍົງ ຜ່ານການພັດທະນາຄວາມສາມາດປະດິດສ້າງໃນລະດັບຊາດ.
ຈຸດປະສົງຂອງການຈັດກອງປະຊຸມທີ່ສຳຄັນຄັ້ງນີ້ ແມ່ນເພື່ອນຳເອົາບັນດາຜູ້ສ້າງ ແລະ ຜູ້ຕັດສິນນະໂຍບາຍ ມາຮ່ວມກັນ ສ້າງຄວາມເຂົ້າໃຈ ແລະ ໃຫ້ທິດທາງ ໃນການນຳເອົາຜົນປະໂຫຍດສູງສຸດ ຈາກການສົ່ງອອກຜະລິດຕະພັນກະສິກຳ ໃຫ້ແກ່ຊາວກະສິກອນຂະໜາດນ້ອຍ ຂອງ ລາວ.


ເພື່ອເປັນຂໍ້ມູນປະກອບສ່ວນເຂົ້າໃນການສົນທະນາດ້ານນະໂຍບາຍລະດັບຊາດຄັ້ງນີ້, ໂດຍໄດ້ຮັບການຊ່ວຍເຫຼືອດ້ານວິຊາການຈາກ FAO TAP-AIS, DAEC ໄດ້ຈັດຕັ້ງກອງປະຊຸມການສົນທະນາຫຼາຍພາກສ່ວນໃນວັນທີ 22 ມິຖຸນາ 2022, ການປຶກສາຫາລືດ້ານວິຊາການກັບບັນດາກົມວິຊາການທີ່ກ່ຽວຂ້ອງ, ພາກເອກະຊົນ ແລະ ຊາວກະສິກອນ ເຊິ່ງຜົນທີ່ໄດ້ຮັບຈາກກິດຈະກຳດັ່ງກ່າວ ແມ່ນບົດສັງລວມນະໂຍບາຍ, ຂໍ້ສະເໜີແນະດ້ານນະໂຍບາຍ, ເຊິ່ງໄດ້ແບ່ງປັນ ແລະ ປຶກສາຫາລືໃນກອງປະຊຸມການສົນທະນາດ້ານນະໂຍບາຍຄັ້ງນີ້ ເພື່ອເປັນທິດທາງໃນການເພີ່ມທະວີການຮ່ວມມື ເພື່ອອຳນວຍຄວາມສະດວກ ແລະ ເຮັດໃຫ້ບັນດາຜູ້ຜະລິດຢູ່ຊົນນະບົດໄດ້ຮັບຜົນປະໂຫຍດຈາກຕະຫຼາດສົ່ງອອກ.


ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານນະໂຍບາຍດັ່ງກ່າວ ມີບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງຕັ້ງໜ້າ ໂດຍມີຜູ້ຕາງໜ້າຈາກບັນດາກົມທີ່ສຳຄັນຂອງ ກະຊວງກະສິກຳ ແລະ ປ່າໄມ້, ບັນດາກະຊວງທີ່ກ່ຽວຂ້ອງ, ເຄືອຂ່າຍຊາວກະສິກອນ, ຄູ່ຮ່ວມພັດທະນາ, ພາກເອກະຊົນ, ນັກວິຊາການ ແລະ ພາກສ່ວນກ່ຽວຂ້ອງໃນຕ່ອງໂສ້ມູນຄ່າກະສິກຳຢູ່ ສປປ ລາວ. ການສົນທະນາດັ່ງກ່າວຍັງໄດ້ດຳເນີນຢູ່ໃນຮູບແບບອອນໄລ ສໍາລັບ ຜູ້ທີ່ບໍ່ສາມາດເຂົ້າຮ່ວມແຕ່ມີຄວາມກະຕືລືລົ້ນທີ່ຈະປະກອບສ່ວນສໍາລັບການສົນທະນາທີ່ມີໝາກຜົນຄັ້ງນີ້ດ້ວຍ.


ຂໍ້ຄວາມສຳຄັນຈາກການສົນທະນານະໂຍບາຍແມ່ນ:
• ການສົ່ງອອກກະສິກໍາຂອງລາວສ່ວນຫຼາຍແມ່ນຜະລິດຕະພັນທີ່ບໍ່ໄດ້ຜ່ານການປຸງແຕ່ງ ເຊິ່ງຊາວກະສິກອນຂະໜາດນ້ອຍໄດ້ຮັບມູນຄ່າທາງດ້ານເສດຖະກິດໜ້ອຍກວ່າພໍ່ຄ້າ ແລະ ຜູ້ປະກອບການທີ່ຜະລິດສິນຄ້າມີຍີ່ຫໍ້.
• ຜະລິດຕະພັນຂອງລາວບໍ່ສາມາດແຂ່ງຂັນ, ລະບົບກະສິກໍາໃນປັດຈຸບັນບໍ່ສາມາດຮັບປະກັນຄວາມສອດຄ່ອງຂອງຜະລິດຕະພັນທີ່ມີຄຸນນະພາບ ແລະ ການສະໜອງຕະຫຼາດສົ່ງອອກຢ່າງສະໝ່ຳສະເໝີ; ການຢັ້ງຢືນຜະລິດຕະພັນ ແລະ ສຸຂານາໄມພືດ (SPS) ແມ່ນສໍາຄັນຫຼາຍສໍາລັບການສົ່ງອອກກະສິກໍາ.


• ການຜະລິດກະສິກຳແບບຍືນຍົງ ຈະສາມາດຍົກສະມັດຕະພາບການຜະລິດ ແລະ ຫຼຸດຕົ້ນທຶນການຜະລິດໃຫ້ໜ້ອຍລົງ ແນໃສ່ຫຼຸດຜ່ອນການສູນເສຍຫຼັງການເກັບກ່ຽວ, ເຕັກໂນໂລຊີປະຢັດແຮງງານ, ຕົ້ນທຶນຕໍ່າ ແລະ ອື່ນໆ.
• ດຶງດູດການລົງທຶນຫຼາຍຂຶ້ນ ເພື່ອການຜະລິດປັດໃຈການຜະລິດກະສິກຳ ເຊັ່ນ ປຸ໋ຍ ແລະ ອາຫານສັດ, ຕ້ອງມີການປັບປຸງສະພາບແວດລ້ອມການດຳເນີນທຸລະກິດດ້ານກະສິກຳ ແລະ ການນຳໃຊ້ລະບຽບການໃຫ້ມີປະສິດທິພາບຫຼາຍຂຶ້ນ.
• ການເສີມສ້າງຄວາມສາມາດທີ່ກ່ຽວຂ້ອງໃຫ້ຊາວກະສິກອນຂະໜາດນ້ອຍ ແລະ ອົງການຈັດຕັ້ງຂອງເຂົາເຈົ້າ ຈະຊ່ວຍໃຫ້ເຂົາເຈົ້າໄດ້ຮັບຜົນປະໂຫຍດໃນການຫັນປ່ຽນລະບົບກະສິກຳ ແລະ ອາຫານ, ການຄ້າ ແລະ ການເຂົ້າເຖິງຕະຫຼາດ.


• ການປະສານງານ ແລະ ການຮ່ວມມື ລະຫວ່າງ ບັນດາພະແນກການຂອງລັດ, ສະຖາບັນພາກລັດ ແລະ ເອກະຊົນ, ນັກລົງທຶນ ແລະ ຊາວກະສິກອນ ແມ່ນກຸນແຈສຳຄັນໃນການແກ້ໄຂບັນຫາການສົ່ງອອກ ເຊັ່ນ: ຕົ້ນທຶນການຜະລິດສູງ, ຂັ້ນຕອນການສົ່ງອອກ, ແລະ ເພື່ອເຮັດໃຫ້ທຸກພາກສ່ວນ ລວມທັງຊາວກະສິກອນ ຮ່ວມກັນ ຈາກການຮ່ວມມື.
• ຂາດການຄົ້ນຄວ້າ ແລະ ການສຶກສາ ທີ່ມີຫຼັກຖານ ເພື່ອສະໜັບສະໜູນ ການວິເຄາະ ແລະ ທາງເລືອກນະໂຍບາຍ ເພື່ອແກ້ໄຂບັນຫາທີ່ກ່ຽວຂ້ອງກັບບັນດາຜູ້ດຳເນີນການ. ບັນຫາຕົ້ນທຶນການຜະລິດທີ່ສູງ ແລະ ການປະສານງານລະຫວ່າງບັນດາພາກສ່ວນສຳຄັນ ແມ່ນເກີນສິດຂອບເຂດຂອງຂະແໜງກະສິກຳທີ່ຈະແກ້ໄຂບັນຫາເຫຼົ່ານີ້ໂດຍຂະແໜງດຽວ.


ການພັດທະນາຄວາມສາມາດຂອງອົງກອນທີ່ສໍາຄັນ ແລະ ການປັບປຸງສະພາບແວດລ້ອມດ້ານນະໂຍບາຍ ສາມາດເສີມສ້າງຄວາມເຂັ້ມແຂງໃຫ້ລະບົບນະວັດຕະກໍາກະສິກໍາຂອງລາວ ແລະ ຊຸກຍູ້ການຫັນປ່ຽນຂອງລະບົບກະສິກໍາ-ອາຫານ, ຕໍ່ຍອດຈາກປະສົບການ ແລະ ຄວາມສຳເລັດໃນການສົ່ງອອກກະສິກຳ, ສປປ ລາວ ສາມາດຮັບຮູ້ໄດ້ເຖິງທ່າແຮງ ແລະ ຄວາມສາມາດທີ່ບົ່ມຊ້ອນ ດ້ານການສົ່ງອອກສິນຄ້າກະສິກຳ ທີ່ບໍ່ໄດ້ເອົາອອກມານຳໃຊ້ ໂດຍການປະຕິບັດນະໂຍບາຍທີ່ມີປະສິດທິຜົນກວ່າເກົ່າ ເພື່ອປັບປຸງສະພາບແວດລ້ອມ ໃນການຜະລິດກະສິກຳ ແລະ ການປະຕິບັດມາດຕະຖານ ດ້ານຄຸນນະພາບ ແລະ ຄວາມປອດໄພ.