ຣັດເຊຍ – ຈີນ ຕົກລົງຊຳລະຄ່າແກັສເປັນສະກຸນເງິນທ້ອງຖິ່ນ

49

ສຳນັກຂ່າວຣອຍເຕີ ລາຍງານວ່າ ບໍລິສັດພະລັງງານຍັກໃຫຍ່ຂອງຣັດເຊຍ ແລະ ຈີນ ໄດ້ບັນລຸຂໍ້ຕົກລົງຮ່ວມກັນ ຊຳລະຄ່າແກັສເປັນສະກຸນເງິນຣຸບ ( ruble ) ຂອງຣັດເຊຍ ແລະ ເງິນຢວນ ( yuan ) ຂອງຈີນ ຫຼັງຈາກ ບໍລິສັດ ແກັສປຣອມ ( GazProm ) ຜູ້ປະກອບການພະລັງງານລາຍໃຫຍ່ທີ່ສຸດຂອງໂລກ ເຊິ່ງເປັນລັດວິສາຫະກິດພະລັງງານ ຂອງຣັດເຊຍ ໄດ້ອອກຖະແຫຼງການ ໃນວັນທີ 6 ກັນຍາ 2022 ກ່ຽວກັບການລົງນາມກັບ ບໍລິສັດ ນ້ຳມັນແຫ່ງຊາດຈີນ ( CNPC ) ເຊິ່ງເປັນລັດວິສາຫະກິດຂອງຈີນ.

May be an image of outdoors

ຂະນະທີ່ ບໍລິສັດ ແກັສ ປຣອມ ລົງນາມໃນຂໍ້ຕົກລົງ ມູນຄ່າ 37,5 ຕື້ໂດລາສະຫະລັດ ເພື່ອຂະຫຍາຍໄລຍະເວລາການສົ່ງແກັສໃຫ້ແກ່ຈີນ ຜ່ານທໍ່ Power of Siberia ມີຄວາມຍາວ ປະມານ 3.000 ກິໂລແມັດ ທີ່ແກັສປຣອມ ດຳເນີນການຕັ້ງແຕ່ປີ 2019 ແລະ ຄາດວ່າຈະເລີ່ມສົ່ງແກັສໃນທ້າຍປີນີ້ ເຊິ່ງຈະຊ່ວຍເພີ່ມປະລິມານການສົ່ງແກັສ ໃຫ້ແກ່ ຈີນໃນປີ 2023.

May be an image of 2 people and outdoors