ອົງການກວດສອບແຫ່ງລັດເຊັນບົດບັນທຶກການປະສານງານ ກັບ ທະນາຄານແຫ່ງ ສປປ ລາວ

249

ໃນຕອນບ່າຍຂອງ ວັນທີ 5 ກັນຍາ 2022, ຢູ່ທີ່ທະນາຄານແຫ່ງ ສປປ ລາວ ໄດ້ມີພິທີເຊັນບົດບັນທຶກການປະສານງານຮ່ວມກັນ ລະຫວ່າງ ອົງການກວດສອບແຫ່ງລັດ ແລະ ທະນາຄານແຫ່ງ ສປປ ລາວ, ໂດຍການຮ່ວມລົງນາມ ລະຫວ່າງ ທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ແລະ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ, ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ໂດຍມີຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮອງປະທານອົງການ ກວດສອບແຫ່ງລັດ, ຕາງໜ້າອົງການກວດສອບແຫ່ງລັດ, ທະນາຄານແຫ່ງ ສປປ ລາວ ແລະ ພາກ ສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.


ບົດບັນທຶກການປະສານງານ ລະຫວ່າງ ອົງການກວດສອບແຫ່ງລັດ ແມ່ນສ້າງຂຶ້ນ ເພື່ອເປັນບ່ອນອີງໃຫ້ແກ່ການປະສານງານ ກ່ຽວກັບການເຄື່ອນໄຫວວຽກງານ ລະຫວ່າງ ອົງການກວດສອບ ແຫ່ງລັດ ແລະ ທະນາຄານແຫ່ງ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ໂດຍສະເພາະ ການປະສານສົມທົບ ໃນການສະໜອງຂໍ້ມູນ, ຫຼັກຖານການກວດສອບ, ການນຳເນີນການກວດສອບ ໃຫ້ມີຄວາມລົ່ງລ່ຽນ, ຖືກຕ້ອງ, ຄົບຖ້ວນ, ທັນຕາມກຳນົດເວລາ ແລະ ສອດຄ່ອງຕາມມາດຕະຖານການກວດສອບແຫ່ງລັດ ເພື່ອເຮັດໃຫ້ການກວດສອບ ແລະ ການແກ້ໄຂຜົນການກວດສອບ ມີປະສິດທິພາບ, ປະສິດທິຜົນສູງຂຶ້ນ.

ປະກອບສ່ວນເຂົ້າໃນການຕ້ານ ແລະ ສະກັດກັ້ນ ການລະເມີດວິໄນແຜນການ-ການເງິນ, ຍົກສູງການຄຸ້ມຄອງມະຫາພາກທາງດ້ານເງິນຕາ, ການຄຸ້ມຄອງສະຖາບັນການເງິນ ແລະ ລະບົບການຊຳລະ ໃຫ້ມີສະຖຽນລະພາບ, ມີຄວາມໝັ້ນຄົງ, ມີຄວາມຄ່ອງຕົວ, ໂປ່ງໃສ, ປະຢັດ, ມີປະສິດທິພາບ ແລະ ປະສິດທິຜົນ. ພ້ອມກັນນັ້ນ ບົດບັນທຶກສະບັບນີ້ ຍັງເປັນບ່ອນອີງ ໃນການຮ່ວມມືສ້າງຄວາມເຂັ້ມແຂງທາງດ້ານວິຊາການ ໂດຍສະເພາະ ການແລກປ່ຽນບົດຮຽນເຊິ່ງກັນ ແລະ ການ, ການເຂົ້າຮ່ວມການຝຶກອົບຮົມ, ການສຳມະນາ ແລະ ກອງປະຊຸມຕ່າງໆ ທີ່ແຕ່ລະຝ່າຍຈັດຂຶ້ນ.