ເຊັນສັນຍາໂຄງການກໍ່ສ້າງຄອງລະບາຍນໍ້າ ຕົວເມືອງທ່າແຂກ ຄາດຈະໄດ້ຮັບທຶນພັນທະນາ ມູນຄ່າ 26,82 ລ້ານໂດລາ

100

ແຫຼ່ງຂ່າວທ້ອງຖິ່ນແຂວງຄຳມ່ວນ ລາຍງານວ່າ: ພິທີເຊັນສັນຍາໂຄງການກໍ່ສ້າງຄອງລະບາຍນໍ້າ ຕົວເມືອງທ່າແຂກ ຂອງໂຄງການພັດທະນາຕົວເມືອງຕາມແລວທາງອານຸພາກພື້ນແມ່ນໍ້າ ຂອງ 4 ໄດ້ຈັດຂຶ້ນວັນທີ 1 ກັນຍາ 2022 ທີ່ໂຮງແຮມທ່າແຂກໃໝ່ເມືອງທ່າແຂກ ລະຫວ່າງ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຄໍາມ່ວນ ໃນນາມເຈົ້າຂອງໂຄງການ ລົງນາມໂດຍ ທ່ານ ພິດສະໄໝ ກອງຊາເດດ ຫົວໜ້າພະແນກ ຍທຂ ແຂວງ ກັບ ບໍລິສັດ ແສງມີໄຊຄົບວົງຈອນ ຈຳກັດຜູ້ດຽວ ໃນນາມຜູ້ຮັບເໜົາກໍ່ສ້າງ ຕາງໜ້າລົງນາມໂດຍ ທ່ານ ຄຳເພັດ ພົມມະວີ ອຳນວຍການບໍລິສັດມີໄຊຄົບວົງຈອນ ຈຳກັດຜູ້ດຽວ ໂດຍຊ່ອງໜ້າ ທ່ານ ວຽງນາມ ດວງພະຈັນ ຫົວໜ້າກົມເຄຫາ ແລະ ຜັງເມືອງ, ກະຊວງ ຍທຂ ແລະ ພາກສ່ວນກ່ຽວຂ້ອງຮ່ວມເປັນສັກຂີພິຍານ.

ໂຄງການພັດທະນາຕົວເມືອງຕາມແລວທາງອານຸພາກພື້ນແມ່ນໍ້າຂອງ 4 ຫຼື (GMS4) ແມ່ນໄດ້ຮັບທຶນຊ່ວຍເຫຼືອລ້າຈາກທະນາຄານພັດທະນາອາຊີ ເຊິ່ງປະກອບມີ 2 ຕົວເມືອງຄື: ຕົວເມືອງປາກຊັນ ແຂວງບໍລິຄໍາໄຊ ແລະ ເມືອງທ່າແຂກ ແຂວງຄໍາມ່ວນ ມີມູນຄ່າທັງໝົດ 54 ລ້ານກວ່າໂດລາສະຫະລັດ. ໃນນີ້, ທະນາຄານພັດທະນາອາຊີ 48 ລ້ານໂດລາ ແລະ ລັດຖະບານ ສປປ ລາວ 6 ລ້ານກວ່າໂດລາ.

ໃນເບື້ອງຕົ້ນໂຄງການດັ່ງກ່າວແມ່ນມີໄລຍະເວລາ 5 ປີ (2019-2023) ແຕ່ເນື່ອງຈາກມີການລະບາດຂອງເຊື້ອພະຍາດໂຄວິດ-19 ໃນໄລຍະຜ່ານມາ ຜູ້ໃຫ້ທຶນ ຈຶ່ງໄດ້ຕໍ່ອະນຸມັດສັນຍາໂຄງການເພີ່ມຕື່ມ ຮອດເດືອນ ມີຖຸນາ ປີ 2026.

ສໍາລັບຕົວເມືອງທ່າແຂກ ມູນຄ່າຄາດຄະເນຈະໄດ້ຮັບແມ່ນ 26,82 ລ້ານໂດລາ ແລະ ທຶນດັ່ງກ່າວຈະໄດ້ນໍາໃຊ້ເຂົ້າໃນ 5 ກິດຈະກໍາຄື: ໂຄງການກໍ່ສ້າງຄອງລະບາຍນໍ້າໃນຕົວເມືອງ, ຕິດຕັ້ງປະຕູນໍ້າໃສ່ຫ້ວຍຊີມັງ ແລະ ຕິດຕັ້ງຈັກດູດນໍ້າ, ໂຄງການກໍ່ສ້າງອ່າງບໍາບັດນໍ້າເປື້ອນແບບບໍ່ລວມສູນ, ໂຄງການປັບປຸງສະໜາມກໍາຈັດຂີ້ເຫຍື້ອແບບສຸຂະອະນາໄມ, ໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນຕາມແມ່ນໍ້າຂອງ, ໂຄງການກໍ່ສ້າງປັບປຸງຟື້ນຟູບູລະນະໃຈກາງຕົວເມືອງເກົ່າ ແລະ ອະນຸລັກມໍລະດົກຂອງຕົວເມືອງ.

ສຳລັບໂຄງການກໍ່ສ້າງຮ່ອງລະບາຍນ້ຳ ຕົວເມືອງທ່າແຂກ ແຂວງຄຳມ່ວນ ທີ່ໄດ້ລົງນາມສັນຍາໃນຄັ້ງນີ້ແມ່ນມີມູນຄ່າທັງໝົດ 4 ລ້ານກວ່າໂດລາ ເຊິ່ງບໍ່ລວມອາກອນມູນຄ່າເພີ່ມ 10%.