ອີຢູ ກຽມຈັດກອງປະຊຸມຫາທາງອອກດ້ານພະລັງງານ

33

ລັດຖະມົນຕີພະລັງງານຂອງສະຫະພາບເອີຣົບ ( EU ) ຈະຈັດກອງປະຊຸມເພື່ອປຶກສາຫາລືຊອກຫາແຫຼ່ງພະລັງງານໃໝ່ ເນື່ອງຈາກມີຄວາມກັງວົນວ່າ ຣັດເຊຍ ອາດຈະຢຸດຕິການສົ່ງແກັສທຳມະຊາດໃຫ້ ອີຢູ ໃນໄລຍະລະດູໜາວຈະເຖິງນີ້.

May be an image of outdoors

ທ່ານ Sozef Sikela ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ສາທາລະນະລັດ ເຊັກ ກ່າວວ່າ: ກອງປະຊຸມດັ່ງກ່າວນີ້ ຈະຈັດຂຶ້ນໃນວັນທີ 9 ກັນຍາ ແລະ ຄາດວ່າ ບັນດາລັດຖະມົນຕີ ພະລັງງານຂອງ EU ຈະເຂົ້າຮ່ວມ ເພື່ອຊອກຫາມາດຕະການ ແລະ ແຫຼ່ງພະລັງງານໃໝ່ມາທົດແທນແກັສຂອງຣັດເຊຍ ຖ້າຫາກວ່າ ຣັດເຊຍ ຕັດການສະໜອງແກັສໃຫ້ອີຢູ.

ທ່ານ Peter Szijjzrto ລັດຖະມົນຕີຕ່າງປະເທດຮົງກາຣີ ກ່າວວ່າ: ຈະສືບຕໍ່ເຈລະຈາກັບຣັດເຊຍ ກ່ຽວກັບການສະໜອງແກັສໃຫ້ຮົງກາຣີເພີ່ມຂຶ້ນ ແລະ ຄາດວ່າຈະບັນລຸໄດ້ຂໍ້ຕົກລົງກັບ ບໍລິສັດ ພະລັງງານ Gazprom ຂອງຣັດເຊຍ ເພື່ອແນໃສ່ໃຫ້ບໍລິສັດແກັສປຣອມ ເພີ່ມປະລິມານການສະໜອງແກັສໃຫ້ ນັບແຕ່ເດືອນກັນຍາເປັນ ຕົ້ນໄປ.

May be an image of outdoors

ທັງນີ້, ບໍລິສັດ Gazprom ຫາກໍເພີ່ມປະລິມານການສະໜອງແກັສໃຫ້ແກ່ຮົງກາຣີ ໃນເດືອນສິງຫາ 2022 ເພື່ອເພີ່ມປະລິມານໃນຄັງແຮສຳຮອງແກັສຂອງຮົງກາຣີ ຕາມທີ່ໄດ້້ຕົກລົງກັນໄວ້ກ່ອນໜ້ານີ້ ຜ່ານທໍ່ສົ່ງແກັສ Turkstream.