ປ່ອຍສິນເຊື່ອ 1 ຕື້ກວ່າກີບໃຫ້ປະຊາຊົນ 3 ບ້ານ ໃນເມືອງທ່າແຕງເຮັດການຜະລິດ

43

ການປະກອບອາຊີບໃດໆກໍ່ຕາມຖ້າຈະເຮັດໃຫ້ໄດ້ຫຼາຍ ສາມາດອີງອາໄສເປັນອາຊີບ ກໍ່ຄືສາມາດສ້າງລາຍຮັບໄດ້ເປັນກ້ອນມາພັດທະນາຊີວິດການເປັນຢູ່ໄດ້ ຕ້ອງມີທຶນມາເສີມໃສ່ກັບຄວາມຕັ້ງໃຈເຮັດແທ້ທຳຈີງຈິ່ງຈະເກີດ ເຊິ່ງທະນາຄານນະໂຍບາຍແມ່ນເປັນຜູ້ເຮັດໜ້າທີ່ຊ່ວຍລັດຖະບານໃນການປ່ອຍເງິນດອກເບ້ຍນະໂຍບາຍ ໃຫ້ປະຊາຊົນທີ່ຍັງທຸກຍາກໄດ້ມີຕົ້ນທຶນໃນການຕັ້ງຕົ້ນຊີວິດ ໂດຍການນຳໃຊ້ເງິນທຶນໄປເຮັດໃນສິ່ງທີ່ຕົນເອງສາມາດເຮັດໄດ້ ແລະໃຫ້ເກີດດອກອອກຜົນສາມາດຫຼຸດພົ້ນຈາກຄວາມຍາກຈົນ.

ຕາມລາຍງານຂ່າວ ທະນາຄານນະໂຍບາຍ ສາຂາອັດຕະປຶ,ໜ່ວຍບໍລິການ ເມືອງລະມາມ ແຂວງເຊກອງ ໄດ້ປ່ອຍສິນເຊື່ອດ້ວຍຫຼາຍຮູບແບບ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າພາຍໃນເມືອງທ່າແຕງ ດ້ວຍອັດຕາດອກເບ້ຍຕໍ່າໄລຍະກາງ 5 ປີ 6% ແລະ ໄລຍະຍາວ 7 ປີ 7% ໃຫ້ປະຊາຊົນບັນດາເຜົ່າ ທີ່ບໍ່ທັນພົ້ນທຸກ ແລະ ຍັງມີຄວາມຕ້ອງການທາງດ້ານເຕັກນິກ,ທຶນຮອນ ແລະ ປັດໃຈເຂົ້າການປູກຝັງ-ລ້ຽງສັດອື່ນໆ .

ການອະນຸມັດປ່ອຍສິນເຊື່ອແຫຼ່ງທຶນປະຈຳປີ 2022 ມີຈຳນວນເງິນ 1,2 ຕື້ກີບ ໃນນີ້ໄດ້ປ່ອຍໃຫ້ 3 ບ້ານເປົ້າໝາຍ ຄື: ບ້ານ ທົ່ງຫວາຍ,ບ້ານ ໂທນນ້ອຍ ແລະ ບ້ານ ກັນດອນໃໝ່,ຈຳນວນ 73 ຄອບຄົວ ເພື່ອຊຸກຍູ້ສົ່ງເສີມປະຊາຊົນປູກມັນຕົ້ນ. ໂດຍພິທີມອບເງິນໄດ້ມີຂຶ້ນໃນວັນທີ 24-25 ສິງຫາ 2022 ເປັນກຽດມອບແມ່ນທ່ານ ອຳໄພ ແກ້ວສີປະເສີດ ຮອງຂະແໜງບັນຊີ ທະນາຄານນະໂຍບາຍສາຂາອັດຕະປຶ ໜ່ວຍບໍລິການເມືອງລະມາມ ແຂວງ ເຊກອງ ແລະ ຮັບໂດຍ ທ່ານ ສຸພົນ ໄຊສະຫງ່າ ຮອງເຈົ້າເມືອງ ທັງເປັນປະທານ ຄະນະກຳມະການຄຸ້ມຄອງສິນເຊື່ອແຫຼ່ງທືນຂັ້ນເມືອງທ່າແຕງ ແລະ ມອບຕໍ່ ໃຫ້ແກ່ຫົວໜ້າກຸ່ມເງິນກູ້ 3 ບ້ານຄື: ບ້ານ ທົ່ງຫວາຍ,ບ້ານ ໂທນນ້ອຍ ແລະ ບ້ານ ກັນດອນໃໝ່.

ໃນໂອກາດດັ່ງກ່າວທ່ານ ບົວວັນ ບຸນສະໜອງ ຫົວໜ້າທະນາຄານນະໂຍບາຍ ໜ່ວຍບໍລິການເມືອງລະມາມ ແຂວງ ເຊກອງ ແລະ ຄະນະກຳມະການຄຸ້ມຄອງສິນເຊື່ອແຫຼ່ງທຶນຂັ້ນເມືອງທ່າແຕງ ກໍໄດ້ຜັດປ່ຽນກັນຂຶ້ນໂອ້ລົມ ກ່ອນອື່ນທ່ານໄດ້ຊີ້ແຈງມາດຖານເງື່ອນໄຂໃນການປ່ອຍເງິນກູ້ນະໂຍບາຍ ຂອງທະນາຄານນະໂຍບາຍ ເພື່ອໃຫ້ຜູ້ກູ້ຢືນເຂົ້າໃຈແຈ່ມແຈ້ງຂຶ້ນຕື່ມ ພ້ອມເນັ້ນໜັກໃນຄວາມຮັບຜິດຊອບຂອງຫົວໜ້າກຸ່ມ ແລະ ຊາວກະສິກອນ ກໍ່ຄືພໍ່ແມ່ປະຊາຊົນບັນດາເຜົ່າທີ່ຈະນຳເອົາເງິນກູ້ດັ່ງກ່າວໄປລົງທືນເຂົ້າໃນການປູກມັນຕົ້ນໃຫ້ມີສະຕິຕື່ນຕົວໃນການບໍລິຫານເງິນ ເພື່ອໃຫ້ຖືກຕ້ອງຕາມລະບຽບຂອງທະນາຄານວາງອອກຢ່າງເຂັ້ມງວດ.

ຂ່າວ-ພາບ: ເຈີນ ແດນວົງວິຈິດ