ທີມຕ່າງແຂວງມາແຮງ! ຢູ15 ຈໍາປາສັກ ເຂົ້າຊີງກັບ ຫຼວງພະບາງ ບານເຕະຊີງຂັນ ສຕລ

111

ໃນທີ່ສຸດການແຂ່ງຂັນ ການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 15 ປີ ກໍໄດ້ຄູ່ຊີງຊະນະເລີດເປັນທີ່ຮຽບຮ້ອຍ ເຊິ່ງເປັນທີມຈາກຕ່າງແຂວງກໍຄືທີມຈາກພາກເໜືອ ພົບກັບ ທີມຈາກພາກໃຕ້ ຫຼັງຈາກທີ່ ຈໍາປາສັກ ເອັຟຊີ ບຽດເອົາຊະນະ ແຊັມເກົ່າຢ່າງ ເອສະຣາ ເອັຟຊີ 5-4 ໃນຮອບຮອງຊະນະເລີດ ເມື່ອວັນທີ 28 ສິງຫາ 2022.

ການແຂ່ງຂັນບານເຕະເຍົາວະຊົນຊາຍຊີງຂັນ ສຕລ ຮຸ່ນອາຍຸບໍ່ເກີນ 15 ປີ ຮອບຮອງຊະນະເລີດ ( ຮອບ 4 ທີມສຸດທ້າຍ ) ຈັດຂຶ້ນເມື່ອວັນທີ 28 ສິງຫາ 2022 ທີ່ສະໜາມບານເຕະ ສຕລ ບ້ານຫ້ວຍຫົງ ແຂ່ງຂັນເວລາ 17:00 ໂມງເທົ່າກັນ ທີ່ສະໜາມ 1 ແລະ ສະໜາມ 2 ຜ່ານການແຂ່ງຂັນປາກົດວ່າ:

ຄູ່ລະຫວ່າງ ຈໍາປາສັກ ເອັຟຊີ ໃນຮຸ່ນອາຍຸບໍ່ເກີນ 15 ປີພົບກັບ ແຊັມເກົ່າ ເອສະຣາ ເອັຟຊີ ເປັນທາງການ ຈໍາປາສັກ ມາແຮງສຸດຂຶ້ນນໍາຫ່າງ 4-0 ຈາກການຍິງຂອງ ຫັດສະດົງ ນາທີໆ 10, ພຸດວິໄລ ນາທີໆ 20, ທົງໄຊ ນາທີໆ 43 ແລະ ພຸດປະເສີດ ນາທີໆ 34 ກ່ອນທີ່ ເອສະຣາ ຈະມາໄດ້ 2 ປະຕູຕີຕື້ນຂຶ້ນມາຈາກການຍິງຂອງ ບຸນຫຼາຍ ນາທີໆ 53 ແລະ ພຸດປະເສີດ ນາທີໆ 55 ໄລ່ມາເປັນ 2-4, ແຕ່ນາທີໆ 55 ຈໍາປາສັກ ໜີຫ່າງເປັນ 5-2 ຈາກກາຍິງຂອງ ຈັນທະວີສຸກ ກ່ອນທີ່ ເອສະຣາ ຈະຍິງເພີ່ມອີກ 2 ປະຕູຈາກ ໄຊຍະສິດ ນາທີໆ 66 ແລະ ບຸນຫຼາຍ ນາທີໆ 70 ໄລ່ມາເປັນ 4-5 ກ່ອນຈົບການແຂ່ງຂັນ ຈໍາປາສັກ ບຽດເອົາຊະນະ 5-4.

ສ່ວນອີກຄູ່ໜຶ່ງ ສອນພະນົມ ຈັນທະບຸດດີ ຍິງປະຕູນາທີໆ 14 ແລະ ວິສະນຸ ພຸດທະວົງ ຍິງນາທີໆ 75 ຊ່ວຍໃຫ້ ຫຼວງພະບາງ ເອັຟຊີ ເອົາຊະນະ ຊ້າງນ້ອຍ ເອັຟຊີ ໄປເບົາໆ 2-0 ຜ່ານເຂົ້າຮອບຊີງຊະນະເລີດໄປພົບກັບ ຈໍາປາສັກ ເອັຟຊີ.

ສຳລັບລາຍການນີ້ມີ 7 ທີມເຂົ້າຮອບແຂ່ງຂັນ ແລະ ແຂ່ງຂັນພົບໝົດກັນໝົດ ໂດຍຮອບຊີງຊະນະເລີດຈະມີຂຶ້ນວັນທີ 30 ສິງຫາ 2022 ເວລາ 18:00 ໂມງ ຈຳປາສັກ ພົບ ຫຼວງພະບາງ ແຂ່ງຂັນຢູ່ສະໜມຫຍ້າທຽມ ສຕລ ສະຫນາມ 1, ສ່ວນນັດຊີງອັນດັບ 3 ເອສະຣາ ພົບ ຊ້າງນ້ອຍ ຈະແຂ່ງຂັນ ເວລາ 15:00 ແຂ່ງຂັນຢູ່ທີ່ສະຫນາມຫຍ້າທຽມ ສຕລ ສະໜາມ 1.

ຂ່າວ: Larh Creators ; ຮູບຈາກ: LFF U-15 Championship