ຜູ້ປະສົບໄພນໍ້າຖວ້ມຢູ່ບ້ານລາດຊາງ, ບ້ານຫາດນາງ ໄດ້ຮັບເຄື່ອງບັນເທົາທຸກຈຳນວນໜຶ່ງ, ຫຼາຍພາກສ່ວນເລັ່ງໃຫ້ການຊ່ວຍເຫຼືອແກ້ໄຂສຸກເສີນໃຫ້ປະຊາຊົນທີ່ຖືກກະທົບ

50

​ດ້ວຍຄວາມເປັນຫ່ວງໄຍຂອງພັດ-ລັດ ກໍຄືອົງການປົກຄອງເມືອງ ທີ່ມີຕໍ່ປະຊາຊົນບັນດາເຜົ່າ ທີ່ປະສົບໄພພິບັດທາງທຳມະຊາດນໍ້າຖ້ວມ ໃນຄັ້ງວັນທີ 26 ທີ່ຜ່ານມາ. ດັ່ງນັ້ນ, ມາໃນວັນທີ 28 ສິງຫາ 2022 ທ່ານ ພອນທະວີ ໄຊມົນຕີ  ເຈົ້າເມືອງໆຂວາ ແຂວງຜົ້ງສາລີ ໄດ້ລົງຕິດຕາມສະພາບນໍ້າຖ້ວມ ຢູບ້ານລາດຊາງ,ບ້ານສິນໄຊ ແລະ ບ້ານ ຫາດນາງ ເມືອງຂວາ.

ໃນໂອກາດທີ່ທ່ານເຈົ້າເມືອງໄດ້ຢືຢາມຖາມຂ່າວ ແລະ ໃຫ້ກຳລັງໃຈປະຊາຊົນບັນດາເຜົ່າ ກໍຄືຄອບຄົວທີ່ປະສົບເຄາະຮ້າຍ ພ້ອມທັງລົງກວດກາຜົນກະທົບ ແລະ ປະເມີນຜົນເສຍຫາຍ ທີ່ໄພດັ່ງກ່າວໄດ້ເຮັດໃຫ້ຊີວິດ, ຊັບສິນ ຂອງປະຊາຊົນ ແລະ ພື້ນຖານໂຄ່ງລ່າງເສຍຫາຍຢ່າງໜັກໜ່ວງ.

​ປັດຈຸບັນຫລາຍພາກສ່ວນເລັ່ງໃສ່ໃຫ້ການຊ່ວຍເຫຼືອແກ້ໄຂສຸກເສີນໃຫ້ປະຊາຊົນ ໂດຍສະເພາະ ທາງອົງການປົກຄອງເມືອງ ໄດ້ລະດົມກຳລັງຊາວໜຸ່ມ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະມາຊິກກຳມະບານ, ສະມາຊິກສະຫະພັນເເມ່ຍິງ ແລະ ແຮງງານປະຊາຊົນບ້ານໃກ້ເຮືອນຄຽງລົງຊ່ວຍເຫຼືອຄອບຄົວທີ່ຖືກຜົນກະທົບໄພນໍ້າຖ້ວມເປັນຕົ້ນແມ່ນ: ເກັບມ້ຽນເຄື່ອງຂອງ, ອານະໄມ້, ເຮືອນຊານບ້ານຊອງຂອງປະຊາຊົນ ແລະ ພ້ວມເລັ່ງໃສ່ແກ້ໄຂເສັ້ນທາງ ຂອບເຂດບ້ານສິນໄຊ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.

ມາຮອດປະຈຸບັນນິ້, ຫຼາຍພາກສ່ວນໄດ້ໃຫ້ການຊ່ວຍເຫຼືອ ໃນນີ້, ທ່ານ ບຸນພະນິດ ແກ້ວຮຸ່ງ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ມອບເງິນສົດ 5.000.000 ກີບ, ທ່ານ ຄຳຊາຍ ສີສະຫວັດ ບໍລິການປໍ້ານໍ້າມັນ ມອບນໍ້າດື່ມ 5 ແພັກ, ເຂົ້າສານ ຈຳນວນໜື່ງ ລວມມູນຄ່າ 1.000.000 ກີບ, ນັກທຸລະກິດຊາວຫວຽດນາມ ມາດຳເນີນທຸລະກິດຢູ່ບ້ານລາດຊາງ ມອບເຄື່ອງນຸ່ງ 30 ຊຸດ ແລະ ເງີນຈຳນວນໜື່ງ ເພື່ອປະກອບສ່ວນຊ່ວຍເຫຼືອບັ້ນເທົ່າທຸກໃຫ້ບ້ານທີປະສົບໄພພິບັດ.

​ໃນໂອກາດນີ້ ທ່ານເຈົ້າເມືອງ ພ້ອມດ້ວຍຂະແໜ່ງການທີ່ກ່ຽວຂ້ອງຂັ້ນເມືອງໄດ້ມອບເຄື່ອງໃຫ້ ບ້ານ ຫາດນາງ ແລະ ບ້ານ ລາດຊາງ ເຊິ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້:ປະກອບມີໝໍ້ແກ້ງ 78 ໜ່ວຍ, ສາດປູ 78 ຜືນ, ຖ້ວຍ 237 ໜ່ວຍ, ຄຸ 78 ໜ່ວຍ, ໝໍ້ໜຶ່ງ 78 ໜ່ວຍ, ບ່ວງ 40 ກັບ, ຜ້າຫົ່ມ 78 ຜື່ນ ລວມມູນຄ່າທັງໝົດ 27 ລ້ານກວ່າກີບ. ໂອກາດເຄື່ອນໄຫວລົງເຄື່ອນໄຫຕິດຕາມສະພາບນໍ້າຖ້ວມໃນຄັ້ງນີ້, ທ່ານເຈົ້າເມືອງໄດ້ຮຽກຮ້ອງໃຫ້ອົງການປົກຄອງບ້ານປຸກລະດົມວັດຖຸປັດໃຈນຳບໍລິສັດຫ້າງຮ້ານ ແລະ ນຳຄອບຄົວ ທີ່ບໍ່ປະສົບໄພນໍ້າຖ້ວມມາຊ່ວຍເຫຼື່ອຄອບຄົວທີ່ຖືກຜົນກະທົບ ເພື່ອຊ່ວຍແບ່ງເບົ່າຄວາມທຸກໂສກເສຍໃຈ.