ສິດທິ ໂລຈິດສຕິກ ລາວ ຮ່ວມມືກັບ 2 ບໍລິສັດຂອງຈີນ ພັດທະນາໂຄງການສູນເຕົ້າໂຮມ ແລະ ແຈກຢາຍສິນຄ້າ ໃນເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ

524

ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈຳກັດ ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍຍຸດທະສາດການຮ່ວມມື ໃນສູນເຕົ້າໂຮມ ແລະ ແຈກຢາຍສິນຄ້າ ໃນເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ລະຫວ່າງ ບໍລິສັດ ຢູນນານ ຢາງຣຸຍ ຂາເຂົ້າ-ຂາອອກ ຈຳກັດ ແລະ ບໍລິສັດ China Post Express Logistics Co., Ltd Yunnan Branch ຂອງ ສປ ຈີນ.

ພິທີລົງນາມບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ໄດ້ຈັດຂຶ້ນວັນທີ 26 ສິງຫາ 2022 ທີ່ດ່ານສາກົນສິນຄ້າ ທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ຕ່າງໜ້າລົງນາມ ໂດຍ ທ່ານ ວຽງຄອນ ສິດທິໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ສິດທິ ໂລຈິດສຕິກ ລາວ ຈຳກັດ, ມີຜູ້ຕ່າງໜ້າ ບໍລິສັດ ຢູນນານ ຢາງຣຸຍ ຂາເຂົ້າ-ຂາອອກ ຈຳກັດ ແລະ ບໍລິສັດ China Post Express Logistics Co., Ltd Yunnan Branch ຮ່ວມລົງນາມ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງຄະນະບໍລິຫານ, ພະນັກງານທັງ 3 ບໍລິສັດ ແລະ ພ້ອມດ້ວຍສື່ມວນຊົນ.

ທ່ານ ວຽງຄອນ ສິດທິໄຊ ກ່າວວ່າ: ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າໃຫ້ ບໍລິສັດ ສິດທິ ໂລຈິດສຕິກ ລາວ ລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້, ບໍລິສັດ ສິດທິໂລຈິສຕິກ ລາວ ແມ່ນບໍລິສັດທີ່ຢູ່ໃນເຄື່ອຂອງ ພີທີແອວໂຮນດິ້ງ ເຊິ່ງນອນໃນກຸ່ມພົງສະຫວັນ ເປັນກຸ່ມບໍລິສັດເອກະຊົນທີ່ມີປະຫວັດການດໍາເນີນທຸລະກິດມາຫຼາຍກວ່າ 40 ປີ, ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍຄຳນຶງເຖິງຄວາມສຳຄັນຂອງວຽກງານໂລຈິສຕິກ ເຊິ່ງເປັນກະແຈສຳຄັນໃນການຂັບເຄື່ອນເສດຖະກິດຂອງຊາດ, ບໍລິສັດ ສິດທິ ໂລຈິສຕິກ ຈຶ່ງໄດ້ຖືກສ້າງຕັ້ງຂຶ້ນໃນປີ 2009 ໂດຍມີເປົ້າໝາຍໃນການຜັນຂະຫຍາຍນະໂຍບາຍຂອງລັດຖະບານ ໃນການຫັນປ່ຽນ ສປປ ລາວ ຈາກປະເທດທີ່ບໍ່ມີຊາຍແດນຕິດຈອດກັບທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງພາກພື້ນໃຫ້ເປັນຮູບປະທຳ. ດັ່ງນັ້ນ, ບໍລິສັດ ສິດທິໂລຈິສຕິກ ຈຶ່ງໄດ້ລົງທຶນໃນການຂະຫຍາຍໂຄງຂ່າຍໃນບັນດາປະເທດໃກ້ຄຽງ ແລະ ບັນດາທຸລະກິດທີ່ປິ່ນອ້ອມ ເພື່ອພັດທະນາລະບົບການບໍລິການໂລຈິສຕິກ ໃຫ້ມີຄວາມທັນສະໄໝ ແລະ ສາມາດແຂ່ງຂັນໄດ້. ນອກຈາກນີ້, ການລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍຍຸດທະສາດການຮ່ວມມືຂອງ 3 ບໍລິສັດ ໃນໂຄງການສູນເຕົ້າໂຮມ ແລະ ແຈກຢາຍສິນຄ້າໃນເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນນີ້ ຈະເປັນການພັດທະນາທຸລະກິດໃນຫຼາຍດ້ານເຊັ່ນ: ການຈຳໜ່າຍສິນຄ້າດ່ວນ, ການຂົນສົ່ງສິນຄ້າ, ສິນຄ້າອີຄອມເມີດ ຂ້າມແດນ, ການຈັດການກ່ຽວກັບພາສີ, ສາງ, ການຈຳໜ່າຍ, ການຂົນສົ່ງ, ການຄ່ຽນຖ່າຍສິນຄ້າ ແລະ ການສະໜອງສາງຂົນສົ່ງສິນຄ້າສາກົນທາງລົດໄຟ ລາວ-ຈີນ.

ໂອກາດດັ່ງກ່າວ, ຜູ້ຕ່າງໜ້າ ບໍລິສັດ ຢູນນານ ຢາງຣຸຍ ຂາເຂົ້າ-ຂາອອກ ຈຳກັດ ແລະ ບໍລິສັດ China Post Express Logistics Co., Ltd Yunnan Branch ໄດ້ມີຄຳເຫັນຕໍ່ພິທີຜ່ານ ວີດີໂອ ທາງໄກ ບາງຕອນວ່າ: ການລົງນາມຮ່ວມມືໃນຄັ້ງນີ້ ຈາກເປັນຈຸດໝາຍບາດກ້າວໃໝ່ຂອງການພັດທະນາຮ່ວມມືລະຫວ່າງ 3 ບໍລິສັດພວກເຮົາຄື: ເນັ້ນໃຊ້ວຽກງານສົ່ງເສີມການຂົນສົ່ງລະຫວ່າງປະເທດ, ການຂົນສົ່ງ, ສາງສິນຄ້າ, ການຈັດສົ່ງ, ການພັດທະນາທຸລະກິດອີຄອມເມີດລະຫວ່າງປະເທດ, ລົງເລີກການຂະຫຍາຍໃຫ້ ສປປ ລາວ ເປັນສູນກາງການຄົມມະນາຄົມຂົນສົ່ງ ແລະ ກໍ່ສ້າງເສັ້ນທາງລະຫວ່າງປະເທດທີ່ເຊື່ອມຕໍ່ກັບອາຊີໃຕ້, ອາຊີຕາເວັນອອກສ່ຽງໃຕ້, ເອີຣົບ ແລະ ສະຫະລັດອາເມລິກາ.

ໄປສະນີຢູນນານ ແມ່ນເປັນບໍລິສັດໃນເຄື່ອຂ່າຍຂອງ ບໍລິສັດໄປສະນີຈີນ ຈຳກັດ, ໄປສະນີຈີນ ໄດ້ມຸ່ງໝັ້ນໃຫ້ການບໍລິການດ້ານການຄ້າເສດຖະກິດ ແລະ ການພັດທະນາທຸລະກິດອີຄອມເມີດລະຫວ່າງປະເທດມາໂດຍຕະຫຼອດ, ປີ 2022 ນີ້ ຖືກຈັດຢູ່ໃນອັນດັບທີ 88 ໃນງານ Fortune Global Enterprise ແລະ ເປັນອັນດັບ 1 ໃນວິສາຫະກິດໄປສະນີຂອງໂລກ ໂດຍອາໄສການຮ່ວມມືຈາກສະຫະພາບໄປສະນີສາກົນ ຫຼື UPU (Universal Postal Union) ໄດ້ສ້າງສາຍສໍາພັນກັບໄປສະນີເກືອບ 690.000 ແຫ່ງ, ໃນ 192 ປະເທດ ແລະ ເຂດພູມມິພາກໃນທົ່ວໂລກ ແລະ ສ້າງເຄືອຂ່າຍການຈັດສົ່ງທາງກາຍະພາບທີ່ໃຫຍ່ທີ່ສຸດໃນໂລກທີ່ສາມາດເຂົ້າເຖິງໄດ້.

ການຮ່ວມມືຄັ້ງນີ້, ພວກເຮົາຈະຖືເອົານະຄອນຫຼວງວຽງຈັນ, ສປປ ລາວ ເປັນບ່ອນທໍາອິດຂອງການເຊື່ອມໂຍງເສດຖະກິດ-ການຄ້າລະຫວ່າງໄປສະນີຢູນນານ ກັບ ວິສາຫະກິດລາວ ເຊິ່ງຈະມຸ້ງເນັ້ນສ້າງເວທີໃໝ່ໃຫ້ແກ່ການຮ່ວມມືດ້ານເສດຖະກິດການຄ້າຂອງສອງປະເທດລະຫວ່າງ ຈີນ-ລາວ ແລະ ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືກັບບັນດາປະເທດຕາມແຜນການ ໜຶ່ງແລວ ໜຶ່ງເສັ້ນທາງ ໂດຍຜ່ານການເຊື່ອມໂຍງເຂົ້າກັບວິສາຫະກິດລາວ ແລະ ພວກເຮົາຫວັງຢ່າງຍິ່ງວ່າ ຈະໄດ້ໃຫ້ບໍລິການດ້ານເສດຖະກິດ ແລະ ພັດທະນາລະຫວ່າງສອງຊາດລາວ-ຈີນ ໃຫ້ກ້າວໜ້າຂຶ້ນໄປເລື້ອຍໆ.

( ຂ່າວ: ສັນຕິ ທອງມະລິນໂນ )