ລັດຖະບານ ກຳນົດແຜນຍຸດທະສາດ ນຳໃຊ້ບ້ວງເງິນ IDA 20  ຈາກທະນາຄານໂລກ ເນັ້ນໃສ່ແກ້ໄຂຄວາມຕ້ອງການພື້ນຖານ ຂອງກຸ່ມຄົນທຸກຍາກ ແລະ ດ້ອຍໂອກາດ 

131

ລັດຖະບານ ກຳນົດແຜນຍຸດທະສາດ ນຳໃຊ້ບ້ວງເງິນງົບປະມານ IDA 20  ຈາກທະນາຄານໂລກ ໂດຍຈະເນັ້ນໃສ່ການແກ້ໄຂຄວາມຕ້ອງການພື້ນຖານ ຂອງກຸ່ມຄົນທຸກຍາກ ແລະ ດ້ອຍໂອກາດ  ລວມທັງການສ້າງລາຍຮັບຕິດພັນກັບການພັດທະນາຊັບພະຍາກອນມະນຸດ.

ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີໄດ້ຖະແຫຼງຂ່າວຜົນຂອງກອງປະຊຸມລັດຖະບານ ປະຈໍາເດືອນສິງຫາ 2022 ໄດ້ໄຂຂຶ້ນ ໃນວັນທີ 24 ແລະ ປິດລົງ ວັນທີ 25 ສິງຫາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ເປັນປະທານ ຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງ ເຂົ້າຮ່ວມ ຢ່າງພ້ອມພຽງວ່າ: ກອງປະຊຸມມີຫຼາຍວາລະສຳຄັນທີ່ໄດ້ນຳມາພິຈາລະນາ ແລະຮັບຮອງເອົາ ໃນນັ້ນ ຂ່າວເສດຖະກິດ-ການຄ້າ ແມ່ນຈະເອົາເອົາພຽງແຜນຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ທະນາຄານໂລກ ປີ 2022- 2026 ແລະ ບັນຊີໂຄງການບູລິມະສິດ ເຂົ້າແຜນການລົງທຶນ ຂອງລັດຖະບານ ທີ່ຈະໄດ້ຮັບທຶນຈາກທະນາຄານໂລກ ໃນບ້ວງເງິນງົບປະມານ IDA 20 ສໍາລັບໄລຍະ 2023-2024.

ໃນແຜນຍຸດທະສາດທີ່ວ່ານີ້ແມ່ນໜຶ່ງໃນຫົວຂໍ້ພົ້ນເດັ່ນທີ່ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການຮັບຮອງເອົາ ໂດຍກອງປະຊຸມ ໄດ້ຊີ້ນໍາໃຫ້ກະຊວງ ແຜນການ ແລະ ການລົງທຶນ ແລະ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຮີບຮ້ອນປັບປຸງບາງເນື້ອໃນ ຕາມການປະກອບຄຳເຫັນຂອງສະມາຊິກລັດ ຖະບານ ໂດຍສະເພາະ ບັນດາໂຄງການ ແມ່ນຕ້ອງນອນໃນຂົງເຂດທີ່ເປັນບູລິມະສິດໃນການພັດທະນາຂອງລັດຖະບານ, ໃຫ້ຕິດພັນກັບວາລະແຫ່ງຊາດ ແລະ ນະໂຍບາຍຂອງທະນາຄານໂລກ. ພ້ອມກັນນີ້, ພາຍ ຫຼັງທີ່ໂຄງການໄດ້ຖືກຮັບຮອງແລ້ວ ແມ່ນໃຫ້ເຂັ້ມງວດໃນການຈັດຕັ້ງປະຕິບັດ ເພື່ອຮັບປະກັນການ ນໍາໃຊ້ທຶນ ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.

ຈຸດປະສົງຂອງແຜນຍຸດທະສາດດັ່ງກ່າວ ເພື່ອສຸມໃສ່ຂົງເຂດທີີ່ເປັນບູລິມະສິດ ໃນການພັດທະນາຂອງລັດຖະບານ, ໂດຍເນັັ້ນໃສ່ຄວາມຕ້ອງການພື້ນຖານ ຂອງກຸ່ມຄົນທຸກຍາກ ແລະ ດ້ອຍໂອກາດ, ລວມທັງການສ້າງລາຍຮັບຕິດພັນກັບການພັດທະນາຊັບພະຍາກອນມະນຸດ ແລະ ການປັບຕົວເຂົ້າກັບປ່ຽນແປງຂອງດິນຟ້າອາກາດ, ທັງແມ່ນຈັດຕັັ້ງປະຕິບັດພາຍໃຕ້ແຜນຍຸດທະສາດ ທີີ່ໄດ້ຮັບຜົນສໍາເລັດໃນຊ່ວງໄລຍະ ປີ 2017-2021, ຄຽງຄູ່ກັບການໃຊ້ລະບົບການວິເຄາະ ແລະ ສົມມຸດຖານ ທີີ່ນໍາໃຊ້ໃນຊ່ວງໄລຍະກັບປັບປຸງບົດປະເມີນສະພາບເສດຖະກິດ ສະບັບໃຫມ່ ແຜນຍຸດທະສາດ ໄດ້ກຳນົດມີ 9 ເປົ້າໝາຍ ແລະ 11 ໂຄງ ການ.

ກອງປະຊຸມ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງປັບປຸງຕາມການປະກອບຄໍາເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ໃຫ້ກະຊວງແຜນ ການ ແລະ ການລົງທຶນ ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມ ໄປປັບປຸງຄືນ ແລະ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ຈາກນັ້ນ ເພື່ອໃຫ້ທັນນຳສະເໜີຕໍ່ທະນາຄານໂລກ ບັນຈຸເຂົ້າແຜນປີ 2023-2024; ສູ້ຊົນ ແລະ ສຸມທຸກຄວາມສາມາດເພື່ອໃຫ້ບັນລຸຕາມແຜນ ພ້ອມທັງເຂັ້ມງວດໃນການຈັດຕັ້ງປະຕິບັດ ໃຫ້ຮັດກຸມແລະ ມີປະສິດທິຜົນສູງ; ສືບຕໍ່ກະກຽມແຕ່ຫົວທີໃນການຮັບທຶນຈາກທະນະຄານໂລກ ໃນສົກປີຕໍ່ໆໄປ, ໂດຍຖອດຖອນບົດຮຽນໃນປີຜ່ານ ມາ ເພື່ອນໍາໃຊ້ທຶນຊ່ວຍເຫຼືອລ້າ ແລະ ເງິນກູ້ຈາກທະນາຄານໂລກ ຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີຂຶ້ນກວ່າເກົ່າ.