ແຮງງານລາວ 1000 ກວ່າຄົນຢູ່ເຂດເສດຖະກິດສາມຫຼ່ຽມຄຳໄດ້ຂື້ນທະບຽນແລ້ວ

75

ໃນລະຫວ່າງວັນທີ 01-13 ສິງຫາ 2022 ຢູ່ເຂດເສດຖະກິດສາມຫຼ່ຽມຄຳໄດ້ດຳເນີນການຂຶ້ນທະບຽນແຮງງານລາວທີ່ເຮັດວຽກໃນເຂດດັ່ງກ່າວໄດ້ຈຳນວນ 1000 ກວ່າຄົນ  ທັ້ງນີ້ກໍ່ເພື່ອຂຶ້ນທະບຽນ ແລະ ກວດສຸຂະພາບແຮງງານ ຕາມທິດຊີ້ນຳຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ.


ທ່ານ ອຸດອນ ມະນີບຸນ ຮອງຫົວຫນ້າກົມຄຸ້ມຄອງແຮງງານ ໃນນາມຫົວຫນ້າຄະນະຂຶ້ນທະບຽນ ແລະ ກວດ ສຸຂະພາບແຮງງານ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃຫ້ຮູ້ວ່າ: ພາຍຫຼັງມີພິທີເປີດການຂຶ້ນທະບຽນ ແລະ ກວດສຸຂະພາບແຮງງານ ຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ຢ່າງເປັນທາງການ ໃນວັນທີ 01 ສິງຫາ 2022 ຫນ່ວຍງານຂຶ້ນທະບຽນກໍໄດ້ເຮັດວຽກຮ່ວມກັບ ຄະນະຄຸ້ມ ຄອງເຂດເສດຖະກິດພິເສດ ແລະ ສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼຽມຄໍາ ເພື່ອປຶກສາຫາລື ແລະ ວາງ ແຜນການເຄື່ອນໄຫວວຽກງານຕົວຈິງ ໂດຍກໍານົດໃຫ້ເລີ່ມຈາກການຂຶ້ນທະບຽນໃຫ້ແກ່ແຮງງານລາວກ່ອນ, ຈາກນັ້ນ ຈຶ່ງຂື້ນທະບຽນແຮງງານຈີນ, ມຽນມາ ແລະ ສັນຊາດອື່ນຕາມລໍາດັບ.


ຈາກນນັ້ນຄະນະຄຸ້ມຄອງເຂດເສດຖະກິດພິເສດ ກໍໄດ້ອອກຂໍ້ຕົກລົງແຕ່ງຕັ້ງພະນັກງານຈໍານວນຫນຶ່ງຮ່ວມກັບຄະນະຄຸ້ມ ຄອງເຂດເສດຖະກິດພິເສດນຈຸດປະສານງານ ລະຫວ່າງສະພາບໍລິຫານ, ບັນດາຫົວຫນ່ວຍແຮງງານ, ທັງ ຮັບຜິດຊອບຕິດຕາມ ແລະ ເຮັດວຽກຮ່ວມກັບຫນ່ວຍງານຂຶ້ນທະບຽນ ແລະ ກວດສະຂະພາບແຮງງານຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ນັບແຕ່ວັນທີ 08-13 ສິງຫາ 2022 ຈຶ່ງມີຜູ້ອອກແຮງງານສັນຊາດລາວ ຈາກກຸ່ມບໍລິສັດດອກງິ້ວຄໍາ ແລະ ຜູ້ ອອກແຮງງານ ຢູ່ຕຶກ ບ່ານເປ້ຍວນ ອອກມາຂຶ້ນທະບຽນ ແລະ ຮັບການກວດສຸຂະພາບປະຈໍາປີ ຈໍານວນທັງຫມົດ 734 ຄົນ, ເປັນຍິງ 351 ຄົນ ແລະ ມາຮອດວັນທີ 18 ສິງຫານີ້ ສາມາດຂື້ນທະບຽນແຮງງານລາວໄດ້ 1.267 ຄົນ.


ພ້ອມນີ້, ຈາກການຈັດຕັ້ງໄລຍະສອງອາທິດຜ່ານມາ ຄະນະດັ່ງກ່າວ, ເຫັນວ່າມີທັງຂໍ້ສະດວກ, ຂ້ຫຍຸ້ງຍາກ ທີ່ຕ້ອງໄດ້ພ້ບັນຫາທີ່ພ້ອມກັນຈະໄດ້ສືບຕໍ່ແກ້ໄຂ ຕົ້ນຕໍໄດ້ດັ່ງນີ້:

1. ຂະຫຍາຍເວລາຂອງໜ່ວຍງານຂື້ນທະບຽນເພື່ມອີກເຂົ້າວຽກ-ເລີກວຽກ ພ້ອມກັນ, ເຮັດວຽກວັນຈັນ-ເສົາ, ພັກວັນອາທິດ, ເລີ່ມເຮັດວຽກເວລາ 8:00-17:00 ໂມງ, ກໍລະນີມື້ໃດຫາກມີຜູ້ອອກແຮງງານມາຫຼາຍ;
2. ເພີ່ມປ່ອງບໍລິການ ຈາກ 2 ປ່ອງ ເປັນ 4 ປ່ອງ ເພື່ອໃຫ້ອໍານວຍຄວາມສະດວກໃຫ້ແກ່ຜູ້ມາຂຶ້ນທະບຽນໃຫ້ໄວ, ໃຫ້ສາມາດຂຶ້ນທະບຽນແຮງງານໃຫ້ໄດ້ຢ່າງຫນ້ອຍປະມານ 400-500 ຄົນ/ວັນ;


3. ການຈັດເກັບຄ່າບໍລິການ ແມ່ນໄດ້ເອກະພາບກັນເກັບຄ່າຂຶ້ນທະບຽນແຮງງານ 150.000 ກີບຕໍ່ຄົນ ຫຼື 70 ຢວນຕໍ່ຄົນ, (ສ່ວນຜູ້ອອກແຮງງານລາວແມ່ນເກັບເຄິ່ງຄ່າ ຄື 75.000 ກີບຕໍ່ຄົນ ຫຼື 35 ຢວນຕໍ່ຄົນ) ແລະຄ່າບໍລິການກວດສຸຂະພາບປະຈໍາປີແມ່ນ 250.000 ກີບຕໍ່ຄົນ ຫຼື 130 ຢວນຕໍ່ຄົນ.


ເຖິງຢ່າງໃດກໍ່ຕາມຄະນະໜວ່ຍງານດັ່ງກ່າວ ຍັງໄດ້ຮຽກຮ້ອງເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້ຮັບຜົນທີ່ດີຂຶ້ນ, ຂໍໃຫ້ບັນດາຫົວຫນ່ວຍແຮງງານ, ຜູ້ປະກອບການໃຫ້ຄວາມຮ່ວມມືຢ່າງເຕັມສ່ວນໃນການລະດົມເອົາຜູ້ອອກແຮງງານຢູ່ແຕ່ລະຫົວຫນ່ວຍແຮງງານໃນແຕ່ລະຕຶກອອກມາຂຶ້ນທະບຽນໃຫ້ທັນຕາມແຜນທີ່ໄດ້ກຳນົດໄວ້.
(ຂ່າວສານຮສສ)