ໂກແມນແຊັກ – ໂນມູຣະ ປັບຫຼຸດຄາດການເສດຖະກິດຈີນລົງ

41

ສຳນັກຂ່າວຕ່າງປະເທດລາຍງານວ່າ Goldman Sachs ສະຖາບັນການເງິນລາຍໃຫຍ່ຂອງສະຫະລັດອາເມຣິກາ ໄດ້ປັບຫຼຸດຄາດການຂະຫຍາຍຕົວຂອງເສດຖະກິດຈີນ ລົງເຫຼືອ 3% ໃນປີນີ້ ຈາກທີ່ເຄີຍຄາດການວ່າຈະຂະຫຍາຍຕົວ 3,3%. ໃນຂະນະທີ່ Nomura Holdings ສະຖາບັນການເງິນລາຍໃຫຍ່ຂອງຍີ່ປຸ່ນ ໄດ້ປັບຫຼຸດຄາດການລົງເຫຼືອ 2,8% ຈາກ 3,3% ທີ່ເຄີຍຄາດການກ່ອນໜ້ານີ້.

May be an image of 4 people and street

ທັງນີ້, ເສດຖະກິດຈີນ ໄດ້ຊະລໍຕົວລົງໃນເດືອນກໍລະກົດ ເນື່ອງຈາກພາກອະສັງຫາລິມະຊັບມີບັນຫາ ບວກກັບ ມາດຕະການປິດເມືອງ ( ລັອກດາວ ) ເພື່ອຄວບຄຸມໂຄວິດ – 19 ໄດ້ສົ່ງຜົນກະທົບຕໍ່ກິດຈະກຳທາງເສດຖະກິດ ແລະ ການບໍລິໂພກພາຍໃນ, ດ້ວຍເຫດນີ້ ທະນາຄານກາງຂອງຈີນ ( PBOC ) ຈຶ່ງໄດ້ຕັດສິນໃຈປະກາດປັບຫຼຸດອັດຕາດອກເບ້ຍນະໂຍບາຍລົງ ເພື່ອກະຕຸ້ນການຟື້ນຕົວຂອງເສດຖະກິດ, ຂະນະທີ່ລັດຖະບານທ້ອງຖິ່ນ ກຽມຂາຍພັນທະບັດເພີ່ມອີກ ເພື່ອລະດົມທຶນໃນການໃຊ້ຈ່າຍ.

May be an image of 4 people and street

ນັກເສດຖະສາດຂອງໂນມູຣະ ເປີດເຜີຍວ່າ: ສະຖານະການການແຜ່ລະບາດຂອງພະຍາດໂຄວິດ – 19 ໃນຈີນ ໄດ້ເຮັດໃຫ້ທາງການຈີນ ຕ້ອງປະກາດປິດເມືອງ, ສົ່ງຜົນກະທົບຕໍ່ກິດຈະກຳທາງເສດຖະກິດ ໂດຍຄາດວ່າ ເດືອນສິງຫາ ເສດຖະກິດຈີນ ຍິ່ງຈະຊະລໍຕົວລົງສູງກວ່າເດືອນກໍລະກົດ. ນອກຈາກນີ້, ບັນຫາອາກາດຮ້ອນອົບເອົ້າໃນປັດຈຸບັນກໍເປັນອີກປັດໄຈໜຶ່ງທີ່ສົ່ງຜົນກະທົບຕໍ່ເສດຖະກິດຈີນ ໂດຍນັກເສດຖະສາດຂອງໂນມູຣະ ຄາດການວ່າ ເສດຖະກິດຈີນ ຈະຂະຫຍາຍຕົວ 2,9% ໃນໄຕມາດ 3 ຂອງປີນີ້ ກ່ອນຈະເພີ່ມຂຶ້ນເປັນ 3,3% ໃນໄຕມາດສຸດທ້າຍຂອງປີນີ້. ຈາກບັນຫາດັ່ງກ່າວ ອາດຈະເຮັດໃຫ້ເສດຖະກິດຈີນ ຂະຫຍາຍຕົວບໍ່ບັນລຸຕາມເປົ້າໝາຍທີ່ລັດຖະບານຕັ້ງເປົ້າໄວ້ 5,5% ໃນປີນີ້.