ຈາກກົມອຸຕຸ ບັນດາເຂື່ອນທີ່ມີອ່າງເກັບນໍ້າໃນລາວ ຍັງຢູ່ໃນເກນປົກກະຕິ

53

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ໂດຍການປະສານສົມທົບກັບກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານສະພາບນໍ້າໃນແຕ່ລະສາຍນໍ້າ ໂດຍສະເພາະເຂື່ອນທີ່ມີອ່າງເກັບນໍ້າຫຼາຍແຫ່ງຢູ່ທົ່ວປະເທດ ກໍຍັງຢູ່ໃນເກນປົກກະຕິເຖິງແມ່ນວ່າຈະມີບາງເຂື່ອນໄດ້ມີການປ່ອຍນໍ້າຜ່ານທາງລະບາຍນໍ້າລົ້ນເຊັ່ນ: ເຂື່ອນນໍ້າກົງ 1 ແຂວງອັດຕະປື ແລະ ເຂື່ອນນໍ້າເທີນ 1 ແຂວງບໍລິຄໍາໄຊ, ແຕ່ລະດັບນໍ້າລຸ່ມເຂື່ອນມີການເໜັງຕີງເລັກນ້ອຍ ແລະ ຍັງບໍ່ມີຜົນກະທົບ.


ໃນກໍລະນີປະລິມານນໍ້າໄຫຼເຂົ້າອ່າງ ຍັງຄົງທີ່ສາມາດວິເຄາະໄດ້ຄື: ເຂື່ອນໄຟຟ້ານໍ້າຄານ 2 ແຂວງຫຼວງພະບາງ ຍັງສາມາດເກັບກັກນໍ້າໄດ້ຕື່ມ 22,91 ລ້ານແມັດກ້ອນ ໂດຍຈະໃຊ້ເວລາປະມານ 11 ມື້ ນໍ້າຈຶ່ງຈະເຕັມອ່າງ, ເຂື່ອນໄຟຟ້ານໍ້າງື່ມ 5 ແຂວງຊຽງຂວາງ ຍັງສາມາດເກັບກັກ ນໍ້າໄດ້ຕື່ມ 48,61 ລ້ານແມັດກ່ອນ ໂດຍຈະໃຊ້ເວລາປະມານ 8 ມື້ ນໍ້າຈຶ່ງຈະເຕັມອ່າງ, ເຂື່ອນໄຟຟ້ານໍ້າຍວງ ແຂວງຊຽງຂວາງ ຍັງສາມາດເກັບກັກນໍາໄດ້ຕື່ມ 1.836,55 ລ້ານແມັດກ້ອນ ຈະໃຊ້ເວລາປະມານ 1.181 ມື້ ນໍ້າຈຶ່ງຈະເຕັມອ່າງ, ເຂື່ອນນໍ້າທາ 1 ແຂວງບໍ່ແກ້ວ ຍັງສາມາດເກັບກັກນໍ້າໄດ້ຕື່ມ 250.231 ລ້ານແມັດກ້ອນ ຈະໃຊ້ເວລາປະມານ 74 ມື້ ນໍ້າຈຶ່ງຈະເຕັມອ່າງ, ເຂື່ອນນໍ້າງຽບ 1 ແຂວງບໍລິຄໍາໄຊ ຍັງສາມາດເກັບກັກນໍ້າໄດ້ຕື່ມ 702.35 ລ້ານແມັດກ້ອນ ຈະໃຊ້ເວລາປະມານ 179 ມື້ ນໍ້າຈຶ່ງຈະເຕັມອ່າງ.

ເຖິງຢ່າງໃດກໍຕາມ, ສະພາບການຮອງຮັບນ້ຳດັ່ງກ່າວ ກໍຂຶ້ນກັບປະລິມານນໍ້າໄຫຼເຂົ້າ, ຖ້າໄຫຼເຂົ້າຫຼາຍໄລຍະການເກັບກັກນໍ້າເຂື່ອນກໍຈະໄວຂຶ້ນ ເຊິ່ງກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມີການເຝົ້າລະວັງ ແລະ ປະສານງານກັບເຂື່ອນ ແລະ ພາກສ່ວນທີ່ກ່ຽວຂ້ອງຢ່າງໃກ້ຊິດຕໍ່ກັບບັນຫາດັ່ງກ່າວ.

ສຳລັບເຂື່ອນທີ່ເປັນຝາຍນໍ້າລົ້ນ, ນໍ້າໄຫຼລົ້ນເຂື່ອນຖືເປັນເລື່ອງປົກກະຕິ ເຊິ່ງຈະບໍ່ມີຜົນກະທົບຫຍັງ ເນື່ອງຈາກປະລິມານນໍ້າໄຫຼເຂົ້າ ແລະ ປະລິມານນໍ້າໄຫລອອກເທົ່າໆກັນ, ໂດຍທົ່ວໄປແລ້ວຖ້າປະລິມານນໍ້າໄຫຼເຂົ້າເຂື່ອນໄຊຍະບູລີ ໜ້ອຍກວ່າ 10.000 ແມັດກ້ອນຕໍ່ວິນາທີ, ລະດັບນໍ້າໜ້າເຂື່ອນຈະຢູ່ປະມານ 275,00 ແມັດ ທຽບກັບລະດັບນໍ້າທະເລປານກາງ (+-0,5ແມັດ), ປະລິມານ ນໍ້າໄຫຼເຂົ້າ ແລະ ປະລິມານນໍ້າໄຫຼອອກຈະເທົ່າກັນ. ໃນປັດຈຸບັນ ປະລິມານນໍ້າໄຫຼເຂົ້າ ເທົ່າກັບ 9.405 ແມັດກ້ອນຕໍ່ວິນາທີ ເຊິ່ງ ລະດັບນໍ້າໜ້າເຂື່ອນ 274,69 ແມັດ ທຽບລະດັບນໍ້າທະເລປານກາງ ຍັງຖືວ່າຢູ່ໃນເກນປົກກະຕິ.


ສ່ວນລະດັບນ້ຳຂອງຈາກຂໍ້ມູນກົມອຸຕຸນິຍົມ ແລະ ອຸທົກກະສາດ ພະຍາກອນລະດັບແມ່ນ້ຳຂອງ ລະຫວ່າງວັນທີ 18-19 ສິງຫາ 2022 ເຫັນວ່າລະດັບນໍ້າຂອງມີການເພີ່ມຂຶ້ນ ຈາກການວັດແທນຈຸດຫຼັກ 4 ນະຄອນຫຼວງວຽງຈັນ ວັນທີ 16 ສິງຫາ ແທກໄດ້ 8.74 ແມັດ, ວັນທີ 17 ສິງຫາ ແທກໄດ້ 9.41 ແມັດ ແລະ ວັນທີ 18 ສິງຫາ ຈະເພີ່ມຂຶ້ນ 9.65 ແມັດ ເຊິ່ງລະດັບເຕືອນໄພ 11:50 ແມັດ ແລະ ລະດັບນ້ຳຂອງແຕ່ວັນນີ້ ຫາ 19 ສິງຫາ 2022 ເຂດລຸ່ມ ແຕ່ນະຄອນຫຼວງວຽງຈັນ ລົງໄປ ຈະມີການເພີ່ມຂຶ້ນ.