ທ່ານຮອງລັດຖະມົນຕີກະຊວງການເງິນຢ້ຽມຢາມ ແລະ ເຮັດວຽກຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ

130

ວັນທີ 15-16 ສິງຫາ ຜ່ານມາ, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ພ້ອມຄະນະໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ບຸນທອງ ແສງສີກອງ ຫົວຫນ້າຄະນະຄຸ້ຄອງເຂດເສດຖະກິດພິເສດ ແຂວງ ບໍ່ແກ້ວ, ມີຕ່າງໜ້າກຸ່ມບໍລິສັດດອກງິ້ວຄຳຈຳກັດ ພ້ອມດ້ວຍບັນດາທ່ານທີ່ກ່ຽວຂ້ອງເຂົ້າຮ່ວມ.


ການມາຢ້ຽມຢາມເຂດເສດຖະກິດເສດ ສາມຫຼ່ຽມຄໍາ ຂອງທ່ານຮອງລັດຖະມົນຕີກະຊວງການເງິນພ້ອມຄະນະ ໃນຄັ້ງນີ້ແມ່ນໄດ້ຈັດກອງປະຊຸມຮ່ວມກັບຄະນະຄຸ້ມຄອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ແລະ ສະພາບໍລິຫານເຂດ ເພື່ອປຶກສາແລກປ່ຽນແນະນຳພ້ອມການເປີດນຳໃຊ້ການຈ່າຍເງິນດ້ວຍລະບົບແທັກຣິດ (TaxRIS) ເພື່ອສະດວກໃນການຄຸ້ມຄອງຂໍ້ມູນການຈັດເກັບລາຍຮັບຈາກອາກອນໃນການເກັບພັນທະເຂົ້າງົບປະມານແຫ່ງລັດແບບລວມສູນຢູ່ພາຍໃນເຂດໃຫ້ມີຄວາມທັນສະໄໜ.

ນອກນີ້ ທ່ານ ຮອງລັດຖະມົນຕີກະຊວງການເງິນພ້ອມຄະນະ ຍັງສືບຕໍ່ເດີນທາງໄປຢ້ຽມຢາມສະຖານທີ່ກໍ່ສ້າງໂຄງການຕ່າງໆເປັນຕົ້ນແມ່ນ: ໂຄງການກໍ່ສ້າງໂຮງຮຽນປະຖົມໂດຍແມ່ນການປະກອບສ່ວນກອງທຶນຂອງນັກທຸລະກິດພາຍໃນເຂດເຊິ່ງໄດ້ເລີ່ມສ້າງໃນປີ 2022, ຢ້ຽມຢາມໂຄງການກໍ່ສ້າງລະບົບນ້ຳປະປາຂອງເຂດ ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວດອນຊາວປ່ອງຢ້ຽມສາມຫຼ່ຽມຄຳ.

ຊຸກຍູ້ການນຳໃຊ້ລະບົບທີ່ສະດວກສະບາຍໂປ່ງໃສ ແລະສາມາດກວດສອບໄດ້

ຢ້ຽມຢາມເຂດກໍ່ສ້າງໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ

ຂໍ້ມູນຂ່າວຈາກ: ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ