ທ່ານ ເຈົ້າເມືອງກາສີ ລົງກວດກາຕົວຈີງ ເສັ້ນທາງ 4C ກາສີ-ເມືອງນານ

210

ດັ່ງທີ່ພົບເຫັນເປັນປະຈຳໃນສື່ສັງຄົມອອນລາຍກ່ຽວກັບເສັ້ນທາງຕັດໃໝ່ກາສີ-ເມືອງນານ ເຊິ່ງເປັນເສັ້ນທີ່ສັ້ນທີ່ສຸດ ໃນການເດີນທາງຈາກຫຼວງພະບາງສູ່ຫຼວງພະບາງ ແລະໄປຕໍ່ໃສ່ແຂວງອື່ນໆ ແຕ່ທາງເສັ້ນນີ້ມັກເກີດການເປ່ເພເຊາະເຈື່ອນຢູ່ເລື້ອຍໆ ຈິ່ງເຮັດໃຫ້ມີຄວາມສ່ຽງຫຼາຍຕໍ່ການເກີດອຸບັດຕິເຫດ.


ໃນວັນທີ 15 ສິງຫາ 2022 ນີ້, ທ່ານ ສີທົນ ແສງພະຈັນ ເຈົ້າເມືອງໆກາສີ ພ້ອມດ້ວຍຄະນະທີມງານຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງກວດກາສະພາບເສັ້ນທາງ 4C ກາສີ-ເມືອງນານ(ເຂດພູເກົ້າຫຼັກ) ທີ່ໄດ້ຮັບຜົນກະທົບຈາກໄພພິບັດພາຍຸລະດູຮ້ອນ(ມູລານ MULAN ຫົວທີ 7).

ເຊີ່ງໃນປະຈຸບັນບໍລິສັດສົມບູນກໍ່ສ້າງເຄຫາຂົວທາງ ແລະ ຊົນລະປະທານ ຈໍາກັດ ເປັນຜູ້ຮັບຜິດຊອບ ແລະ ກຳລັງດຳເນີນແກ້ໄຂສ້ອມແປງສຸກເສີນ ເພື່ອບໍ່ໃຫ້ການສັນຈອນໄປມາຖືກຕັດຂາດ.

ຂະນະທີ່ທາງພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ມີການແຈ້ງເຕືອນພໍ່ແມ່ປະຊາຊົນ ຜູ້ທີ່ຈະເດີນທາງໄປເຂດພາກເໜືອ ຖ້າເປັນໄປໄດ້ໃນໄລຍະນີ້ແມ່ນຢາກໃຫ້ຫຼີກລ້ຽງ ການເດີນທາງໄປເສັ້ນທາງນີ້ ໃຫ້ເດີນທາງໄປເສັ້ນທາງ 13 ເຫນືອທັງນີ້ກໍ່ເພື່ອຄວາມປອດໄພຂອງຕົວທ່ານເອງ.

ຂ່າວ: ເມືອງກາສີ