ຂ່າວດີມາອີກແລ້ວ ປັບລົງລາຄານ້ຳມັນທຸກຊະນິດ

58

ຖືເປັນຂ່າວດີຕິດຕໍ່ກັນສຳລັບລາຄານ້ຳມັນທີ່ສືບຕໍ່ປັບລົງ ເປັນຄັ້ງທີ4 ຕິດຕໍ່ກັນ ນັບແຕ່ວັນທີ 6 ກໍລະກົດເປັນຕົ້ນມາ ແລະຫຼ້າສຸດນີ້ແມ່ນປັບລົງນ້ຳມັນເຊື້ອໄຟທຸກຊະນິດເລີ່ມມີຜົນນັບແຕ່ເວລາ 6:00 ໂມງເຊົ້າຂອງວັນທີ 12 ສິງຫາເປັນຕົ້ນໄປຈົນກວ່າຈະມີການແຈ້ງປ່ຽນແປງໃໝ່.


ການປັບລົງລາຄານ້ຳມັນເຊື້ອໄຟ ເທື່ອນີ້ແມ່ນທຸກຊະນິດໂດຍນ້ໍາມັນແອັດພິເສດ ປັບລົງ 490 ກີບ/ລິດ, ນ້ໍາມັນແອັດຊັງທໍາມະດາ ປັບລົງ 230 ກີບ/ລິດ ແລະນ້ໍາມັນກາຊວນລົງ 360 ກີບ/ລິດ.

ຈາກການປັບລົງຄືດັ່ງກ່າວໄດ້ເຮັດໃຫ້ລາຄານ້ຳມັນເຊື້ອໄຟຢູ່ນະຄອນຫຼວງວຽງຈັນ ແອັດຊັງພິເສດຫຼຸດລົງມາຢູ່ທີ່ 25.750 ກີບຕໍ່ລິດ, ແອັດຊັງທຳມະດາ 19.240 ກີບຕໍ່ລິດ, ກາຊວນ 18.660 ກີບຕໍ່ລິດ.

ແຂວງຜົ້ງສາລີ ແອັດຊັງພິເສດ 26.390 ກີບຕໍ່ລິດ, ແອັດຊັງທຳມະດາ 19.880 ກີບຕໍ່ລິດ, ກາຊວນ 19.300 ກີບຕໍ່ລິດ. ແຂວງຫຼວງນ້ຳທາ ແອັດຊັງພິເສດຫຼຸດລົງມາຢູ່ທີ່ 25.750 ກີບຕໍ່ລິດ, ແອັດຊັງທຳມະດາ 19.240 ກີບຕໍ່ລິດ, ກາຊວນ 18.660 ກີບຕໍ່ລິດ.

ແຂວງຫຼວງພະບາງແອັດຊັງພິເສດຢູ່ທີ່ 26.120 ກີບຕໍ່ລິດ, ແອັດຊັງທຳມະດາ 19.620 ກີບຕໍ່ລິດ, ກາຊວນ 19.030 ກີບຕໍ່ລິດ. ແຂວງຊຽງຂວາງ ແອັດຊັງພິເສດຫຼຸດລົງມາຢູ່ທີ່ 25.940 ກີບຕໍ່ລິດ, ແອັດຊັງທຳມະດາ 19.430 ກີບຕໍ່ລິດ, ກາຊວນ 18.850 ກີບຕໍ່ລິດ.

ແຂວງສະຫວັນນະເຂດ ແອັດຊັງພິເສດຂາຍທີ່ 25.780 ກີບຕໍ່ລິດ, ແອັດຊັງທຳມະດາ 19.270 ກີບຕໍ່ລິດ, ກາຊວນ 18.690 ກີບຕໍ່ລິດ. ແຂວງຈຳປາສັກ ແອັດຊັງພິເສດ 25.810 ກີບຕໍ່ລິດ, ແອັດຊັງທຳມະດາ 19.300 ກີບຕໍ່ລິດ, ກາຊວນ 18.720 ກີບຕໍ່ລິດ.

ສ່ວນການຄິດໄລ່ພັນທະອາກອນຕ່າງໆແມ່ນໃຫ້ພາກສ່ວນກ່ຽວຂ້ອງຄິດໄລ່ຕາມທີ່ໄດ້ກຳນົດໄວ້ໃນໂຄງສ້າງລາຄານ້ຳມັນເຊື້ອໄພສະບັບເລກທີ 0715/ກຄພນ ລົງວັນທີ 11 ສິງຫາ 2022 ຈົນກວ່າຈະມີການປ່ຽນແປງ.