ກະຊວງແຜນການ ແລະ ການລົງທຶນ ປະ​ກາດ​ການ​ຈັດ​ຕັ້ງຫຼາຍ​ຕຳ​ແໜ່ງ

516

ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດພິທີປະກາດການຈັດຕັ້ງ ຂື້ນໃນວັນທີ 8 ສິງຫາ ນີ້ ທີ່ ກະຊວງແຜນການ ແລະ ການລົງທຶນ, ພາຍໃຕ້ການເປັນປະທານຂອງ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.


​ການ​ປະ​ກາດ​ການ​ຈັດ​ຕັ້ງ​ຄັ້ງ​ນີ້ ໄດ້​ແຕ່ງ​ຕັ້ງ ທ່ານ ອຸຕະແກ້ວ ແກ້ວດວງສິນ ເປັນຫົວໜ້າຫ້ອງການ ກະຊວງແຜນການ ແລະ ການລົງທຶນ; ແຕ່ງຕັ້ງ ທ່ານ ວັນທະນາ ນໍລິນທາ ເປັນຫົວໜ້າກົມສົ່ງເສີມການລົງທຶນ; ແຕ່ງ​ຕັ້ງ ແລະ ສັບຊ້ອນ ທ່ານ ບຸນເຮືອງ ເດດວົງສອນ ຮອງຫົວໜ້າກົມສົ່ງເສີມການລົງທຶນ ມາ​ເປັນ ຮອງຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງແຜນການ ແລະ ການລົງທຶນ.

ຂໍ້ຕົກລົງແຕ່ງຕັ້ງ ທ່ານ ສຸລິຍາ ປວງປະດິດ ເປັນຮອງຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ລົງທຶນ, ນອກ​ຈາກ​ນີ້ ຍັງ​ໄດ້​ຜ່ານຂໍ້ຕົກລົງວ່າດ້ວຍການໂຮມສູນຝຶກອົບຮົມພະນັກງານຄຸ້ມຄອງເສດຖະກິດ-ແຜນການ ເຂົ້າກັບສະຖາບັນຄົ້ນຄວ້າວິໄຈການພັດທະນາ.