6.990 ຄົນ ໂຕເລກຮັບນັກສຶກສາເຂົ້າຮຽນ ມຊ ປີນີ້

125

ມະຫາວິທະຍາໄລແຫ່ງຊາດ ຫຼື ມຊ ເປັນຄວາມຫວັງຄັ້ງໃຫຍ່ຂອງນ້ອງໆລູກຫຼານຜູ້ຈົບມັດທະຍົມ ເມື່ອຈົບສາມັນແລ້ວ ສິ່ງໜຶ່ງທີ່ຕ້ອງຄິດຄືເຮັດແນວໃດຈະໄດ້ເຂົ້າຮຽນຢູ່ ມຊ, ສຳລັບ ມຊ ເອງກໍກະກຽມຄວາມພ້ອມຈະເສັງຄັດເລືອກເອົາຜູ້ທີ່ມີເງື່ອນໄຂເຂົ້າມາສຶກສາຕໍ່ໃນສະຖາບັນແຫ່ງນີ້ ໂດຍປີນີ້ ມີຕົວເລກຮັບນັກສຶກສາທັງໝົດ 6.990 ຄົນເທົ່ານັ້ນ.

ສຳລັບກຳນົດສອບເສັງກໍ່ຄືວັນທີ 13 ສິງຫາ ທີ່ຈະມາເຖິງນີ້ ແມ່ນມື້ສອບເສັງຄັດເລືອກເອົານັກ ສຶກສາທີ່ຮຽນຈົບ ມ.7 ປີນີ້ ຫຼື ຈົບໃນປີຜ່ານມາເພື່ອເຂົ້າຮຽນ ມ.ຊ ໃນສົກສຶກສາ 2022-2023 ຊຶ່ງ ມ.ຊ ມີແຜນຮັບ 6.990 ຄົນ, ໃນນີ້ປະລິນຍາຕີ 5.150 ຄົນ, ປະລິນຍາຕີຕໍ່ເນື່ອງ 1.480 ຄົນ, ຫຼັກສູດ ນາໆຊາດ+ຫຼັກສູດຄູພາສາຈີນ 210 ຄົນ, ອະນຸປະລິນຍາ 150 ຄົນ.


ທ່ານ ສອນສັກສິດ ບຸນມາ ຫົວໜ້າຫ້ອງການວິຊາການ ມຊ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 26 ກໍລະກົດ ຜ່ານມາວ່າ: ມຊ ເປັນສະຖາບັນການສຶກສາທີ່ຫຼາກຫຼາຍສາຂາວິຊາແຫ່ງທໍາອິດຂອງລາວ ປະກອບມີ 13 ຄະນະວິຊາ, ມີຫຼັກສູດລະດັບປະລິນຍາຕີ 118 ສາຂາວິຊາ, ຫຼັກສູດຕໍ່ເນື່ອງປະລິນຍາຕີ 42 ສາຂາວິຊາ ແລະ ຫຼັກສູດລະດັບອະນຸປະລິນຍາ 4 ສາຂາວິຊາ, ນອກຈາກນັ້ນຍັງມີຫຼັກສູດປະລິນຍາເອກ 6 ຫຼັກສູດ, ຫຼັກສູດປະລິນຍາໂທ 63 ຫຼັກສູດ, ໃນແຕ່ລະປີ ມຊ ຈະໄດ້ຈັດການສອບເສັງເພື່ອຄັດເລືອກເອົານັກສຶກສາທີ່ຮຽນຈົບ ມ.7 ຫຼື ທຽບເທົ່າເຂົ້າຮຽນທີ່ ມ.ຊ ຊຶ່ງປີນີ້ກໍເຊັ່ນດຽວກັນ, ມຊ ໄດ້ກະກຽມຄວາມພ້ອມຫຼາຍດ້ານເພື່ອຈັດການສອບເສັງດັ່ງກ່າວ.


ທ່ານກ່າວໃຫ້ຮູ້ອີກວ່າ: ມຊ ໄດ້ເປີດໃຫ້ນັກສອບເສັງລົງທະບຽນອອນລາຍເລີ່ມແຕ່ວັນທີ 18 ກໍລະກົດເຖິງ ວັນທີ 10 ສິງຫາ 2022, ປິດລົງທະບຽນອອນລາຍ ແລະ ປິດແຈກບັດເຂົ້າຫ້ອງສອບເສັງໃນວັນທີ 10 ສິງຫາ ນີ້, ສຳລັບການສອບເສັງແມ່ນໄດ້ແບ່ງອອກເປັນ 2 ກຸ່ມຄື: ກຸ່ມ A ກຸ່ມວິຊາທໍາມະຊາດ STEM ມີ 61 ສາຂາວິຊາ ແລະ ກຸ່ມ B ກຸ່ມວິຊາສັງຄົມສາດ NON STEM ມີ 52 ສາຂາວິຊາ ຊຶ່ງຈະຈັດການສອບເສັງໃນມື້ດຽວກັນ ກໍຄືວັນທີ 13 ສິງຫາ 2022 ທີ່ຈະມາເຖິງນີ້.

ຈະຈັດການສອບເສັງແບບເຊິ່ງໜ້າຄືໃຫ້ນັກຮຽນມານັ່ງສອບເສັງຢູ່ຫ້ອງ, ແຕ່ນັກຮຽນທຸກຄົນ ແລະ ກໍາມະການຍາມຫ້ອງສອບເສັງຕ້ອງເອົາໃຈໃສ່ປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ. ສຳລັບກຸ່ມ A ຈະສອບເສັງວິຊາຄະນິດສາດ A ແລະ ວິຊາຟີຊິກສາດ, ວິຊາພາສາລາວ-ວັນນະຄະດີ, ພາສາອັງກິດ, ເຄມີສາດ, ຊີວະສາດ, ກຸ່ມ B ຈະສອບເສັງວິຊາຄະນິດສາດ B, ວິຊາພາສາລາວ-ວັນນະຄະດີ, ພາສາອັງກິດ, ພູມີສາດ, ປະຫວັດສາດ ນອກຈາກນັ້ນ ມຊ ຍັງສອບເສັງເຂົ້າຮຽນໃນຫຼັກສູດນາໆຊາດ ຊຶ່ງຈະສອບເສັງໃນວັນທີ 22 ສິງຫາ ນີ້.

ສຳລັບສະຖານທີ່ສອບເສັງໂດຍແບ່ງອອກເປັນ 4 ເຂດຄື: ວິທະຍາເຂດດົງໂດກ, ວິທະຍາເຂດໂສກປ່າຫຼວງ, ວິທະຍາເຂດດອນນົກຄຸ້ມ ແລະ ໂຮງຮຽນມັດທະຍົມ ທີ່ຂຶ້ນກັບນະຄອນຫຼວງ. ພາຍຫຼັງສອບເສັງແລ້ວ ຄາດວ່າ ຈະປະກາດຜົນສອບເສັງກ່ອນວັນທີ 12 ກັນຍາ 2022 ແລະ ໃນວັນທີ 10 ຕຸລາ 2022 ນັກສຶກສາປີທີ 1 ເລີ່ມຕົ້ນເຂົ້າຮຽນພາກຮຽນທີ 1 ຂອງສົກສຶກສາ 2022-2023.

ຂອບໃຈຂ່າວຈາກ: ປະຊາຊົນ