ທີມຄາລາວານມາຈາກອິນໂດເນເຊຍ ເພື່ອສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 65 ປີ

137

ເປັນໜຶ່ງກິດຈະກຳທີ່ໜ້າສົນໃຈ ເປັນການທ່ອງທ່ຽວພະຈົນໄພ ແລະເຮັດບົດບາດໜ້າທີ່ທາງການເມືອງໄປໃນຕົວ ສຳລັບຂະບວນຄາລະວານຈາກອິນໂດເນເຊຍສູ່ດິນແດນ ສປປ ລາວ ຜ່ານບັນດາແຂວງພາກໃຕ້ສູ່ພາກກາງຂອງລາວ.


ກິດຈະກຳຄາລາວານລົດຈັກທີ່ເດີນທາງມາຈາກອິນໂດເນເຊຍ ຜ່ານປະເທດມາເລເຊີຍ, ໄທ ແລະ ກຳປູເຈຍ ເຂົ້າມາທາງດ່ານໜອງນົກຂຽນ ແຂວງຈຳປາສັກ ຜ່ານພາກໃຕ້ ແລະ ພາກກາງ ສປປ ລາວ ເພື່ອເດີນທາງເຂົ້າສູ່ນະຄອນຫຼວງວຽງຈັນ ເຊິ່ງໃນວັນທີ 27 ກໍລະກົດ 2022 ແມ່ນໄດ້ເດີນທາງເຂົ້າພັກຢູ່ທີ່ໂຮງແຮມ ຣີເວີເຣ່ຍ ແຂວງຄຳມ່ວນ.

ໃນຂະບວນຄາລາວານນີ້ ມີສະມາຄົນລົດຈັກ ຈາກນະຄອນຫຼວງວຽງຈັນ ມາຮ່ວມຕ້ອນຮັບ ເພື່ອສົມທົບ ແລະ ນຳພາຂະບວນຄາລະວານດັ່ງກ່າວອອກຈາກແຂວງຄຳມ່ວນ ສູ່ນະຄອນຫຼວງວຽງຈັນ ໃນວັນທີ 28 ກໍລະກົດ 2022 ເຊິ່ງລວມມີລົດຈັກທັງໝົດ ປະມານ 40 ຄັນ.

ຈຸດປະສົງຂອງຂະບວນຄາລາວານລົດດັ່ງກ່າວ ແມ່ນເພື່ອສະເຫຼີມສະຫຼອງວັນຈັດຕັ້ງສາຍພົວພັນທາງການທູດລະຫວ່າງ ສປປ ລາວ ແລະ ສ. ອິນໂດເນເຊຍ ຄົບຮອບ 65 ປີ ( 30 ສິງຫາ 1957 – 30 ສິງຫາ 2022 ) ທັງເປັນກິດຈະກໍາໜຶ່ງທີ່ແນໃສ່ສົ່ງເສີມວຽກງານການທ່ອງທ່ຽວຂອງ ສ ປປ ລາວ.